ບັນຫາຂັດແຍ້ງ ລະຫວ່າງ ສຫລ ແລະ ຈີນ ອາດນຳ​ໄປ​ສູ່ ​ຄວາມ​ເສຍ​ຫາຍ​ໃຫຍ່​ຫລວງ​

Your browser doesn’t support HTML5

ຊົມວີດີໂອ ລາຍງານນີ້

ປະທານ​ປະ​ເທດ ຈີນ ທ່ານ Xi Jinping ຮຽກຮ້ອງ​ໃຫ້​ມີ​ຄວາມ
ສຳພັນທີ່​ດີ​ຂຶ້ນອີກກັບ​ວໍ​ຊິງ​ຕັນເພື່ອ​ຊ່ວຍ​ປ້ອງ​ກັນຕໍ່ອັນ​ທີ່​ທ່ານ
​ກ່າວ​ວ່າ ​ຈະ​ເປັນ​ບັນຫາ​ຂັດແຍ້ງຮ້າຍແຮງ ລະຫວ່າງ ສອງ​ປະ
​ເທດ​ໃນ​ຂະນະ​ທີ່​ທ່ານ​ເລີ້ມ​ການຢ້ຽມຢາມ​ສະຫະລັດ​ເປັນເວລາ​
ອາທິດ​ນຶ່ງ.

ຄຳ​ເຫັນ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ລະຫວ່າງການ
​ກ່າວ​ຄຳ​ປາ​ໄສ ທີ່​ລໍ​ຄອຍ​ກັນ​ມານັ້ນ ກ່ຽວ​ກັບ​ນະ​ໂຍບາຍ ​ຕໍ່​ບັນ
ດາ ​ຜູ້ນຳ​ດ້ານ​ທຸລະ​ກິດ ຢູ່ໃນ​ນະຄອນ Seattle ຊຶ່ງ​ເປັນ​ບ່ອນ​
ຢຸດແວ່ແຫ່ງທຳອິດ ​ໃນ​ການ​ເດີນທາງ​ ທີ່​ຈະບັນລຸຂັ້ນສູງ​ສຸດ
​ໃນ​ອາທິດໜ້າ​ນີ້ ດ້ວຍ​ການ​ຢ້ຽມຢາມ​ທຳນຽບຂາວ ຢ່າງ​ເປັນ
​ທາງການຂອງ​ຜູ້ນຳ​ຈີນ ​ເປັນ​ເທື່ອ​ທຳ​ອິດ.

ປະທານປະເທດ ຈີນ ທ່ານ Xi Jinping ເວົ້າເຖິງ ເລື້ອງຂອງຄຳຈີນ ທີ່ໝາຍເຖິງ "ຄົນ" ທີ່ເປັນເຄື່ອງໝາຍ ຄືກັບໄມ້ສອງຖ່ອນ ກ່າຍກັນໂດຍ ຄ້ຳກັນໃວ້ ໃນຂະນະທີ່ກ່າວຄຳປາໄສ ເມື່ອວັນອັງຄານ ທີ 22 ກັນຍາ 2015.

ທ່ານ Xi ​ເວົ້າວ່າ “ຖ້າ ຈີນ ​ແລະ ສະຫະລັດ ຮ່ວມ​ມື​ກັນ​ດີ
ພວກ​ເຮົາ​ ສາມາດ ​ເປັນ​ຫິນ​ທີ່​ແຂງ​ແກ່ນ ຂອງ​ສະຖຽນ​
ລະ​ພາບ​ໃນ​ໂລກ. ຄັນ​ພວກ​ເຮົາ ມີ​ບັນຫາກັນ ຫຼື ປະ​ເຊີນ
ໜ້າ​ກັນ ມັນ​ອາດ​ຈະ​ນຳ​ໄປ​ສູ່​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​
ຫລວງ​ສຳ​ຫລັບ ປະ​ເທດ​ຂອງເຮົາ​ແລະໂລກ​ນຳດ້ວຍ.”

ຜູ້ນຳ​ຈີນ ຍັງ​ໄດ້​ກ່າວເຖິງ​ບັນຫາ​ອື່ນໆຫຼາຍຢ່າງ ໃນຂອບເຂດ
​ທີ່​ກວ້າງຂວາງ ທີ່ໄດ້​ເຮັດ​ໃຫ້ສະຫະລັດ ​ແລະຈີນ ​ບໍ່ພໍ​ອົກ​ພໍ​ໃຈ
​ລວມທັງ ການ​ລັກລອບ​ເຈາະ​ຂໍ້​ມູນ​ທາງ​ອິນ​ເຕີເນັດ ຊຶ່ງ​ປະທານາ
ທິບໍດີ ບາຣັກ​ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ຈະ​ເປັນ​ຫົວ​ຂໍ້​ເດັ່ນ ​ໃນ​ການ
​ເ​ຈລະ​ຈາ​ກັນນຶ່ງ​ຕໍ່​ນຶ່ງ.

ປະທານປະເທດຈີນ ທ່ານ Xi Jinping ແລະ ສະຕີໝາຍເລກນຶ່ງ ທ່ານນາງ Peng Liyuan ເດີນທາງໄປເຖິງ ລັດວໍຊິງຕັນ, ວັນທີ 22 ກັນຍາ 2015.

ທ່ານ Xi ​ເວົ້າອີກ​ວ່າ “ລັດຖະບານ​ຈີນ ຈະ​ບໍ່​ພົວພັນກັບ ​ການລັກຂະ​ໂມ​ຍໃນ​ດ້ານ​ການ​ຄ້າ ​
ໃນ​ຮູບ​ແບບ​ໃດ​ກໍ​ຕາມ ຫຼື ຊຸກຍູ້​ ຫຼື ສະໜັບສະ ໜູນ ຄວາມ​ພະຍາຍ​າມ​ໂດຍບຸກຄົນ​
ໃດ​ນຶ່ງ”
ຊຶ່ງ​ເປັນ​ການ​ກ່າວ​ຢ້ຳຂອງ​ປັກ​ກິ່ງ ທີ່ວ່າ ​ຕົນເປັນ​ຜູ້​ເຄາະ​ຮ້າຍ ບໍ່​ແມ່ນ​ເປັນ​ຜູ້ທຳ​ຜິດ
ກ່ຽວກັບການ​ໂຈມ​ຕີ​ຕ່າງໆ.

ທ່ານ Xi ກ່າວ​ຕໍ່​ໄປ​ວ່າ ຈີນ ​ເຕັມ​ໃຈ​ທີ່​ຈະ​ຈັດ​ຕັ້ງ “ກົນ​ໄກ​ການ​ປຶກສາ​ຫາລື ລະດັບ​ສູງ​
ຮ່ວມ​ກັນ ກັບ​ສະຫະລັດ ກ່ຽວ​ກັບ​ການ​ປາບປາມ​ອາ​ຊະ​ຍາ​ກຳ​ດ້ານ​ອິນ​ເຕີ​ເນັດ”
ຊຶ່ງ​
ເປັນຄວາມ​ພະຍາຍາມ​ເພື່ອເຮັດ​ໃຫ້​ບັນດາ​ຜູ້ ນຳ​ທຸລະ​ກິດ ທີ່​ຕື່ນ​ຕົກ​ໃຈກ່ຽວ​ກັບການ​ໂຈມ​ຕີ
​ທາງ​ອິນ​ເຕີ​ເນັດທີ່​ເພີ້​ມຂຶ້ນ ນັ້ນ ​ໃຫ້ມີຄວາມໝັ້ນ​ໃຈ.

ທ່ານ​ຍັງ​ໄດ້​ກ່າວ​ວ່າ ຈີນ​ຈະ​ບໍ່​ລຸດລາຄາ​ເງິນຕາ​ຂອງ​ຕົນ ​ເພື່ອ​ສົ່ງ​ເສີມ​ການ​ສົ່ງ​ອອກສິນຄ້າ.
ອັນ​ນັ້ນ ​ແມ່ນ​ເປັນຄວາມ​ກັງວົນ ທີ່ມີມາເປັນເວລາ ດົນ​ນານແລ້ວ ​ໃນ​ບັນດາ​ເຈົ້າໜ້າ​ທີ່​
ສະຫະລັດ​ ຫຼາຍທ່ານ ທີ່​ໄດ້​ເຮັດ​ໃຫ້ ສະພາບ​ການ​ຮ້າຍ​ແຮງ​ຂຶ້ນ ​ດ້ວຍ​ການ​ລຸດລາຄາ​ຂອງ​
ເງິນ​ຢວນລົງ​ເມື່ອ​ບໍ່​ດົນ​ມາ​ນີ້.