ນາຍົກ ຍີ່ປຸ່ນ ແລະ ປະທານ ປະເທດຈີນ ຖືກເລືອກເປັນ ບຸກຄົນດີເດັ່ນ ຂອງເອເຊຍ ປີ 2013

ທ່ານ Shinzo Abe (ຊ້າຍ) ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານ Xi Jinping ປະທານປະເທດຈີນ

ໜັງສື​ພິມ Straits Times ຂອງ​ສິງ​ຄະ​ໂປ ຊຶ່ງ​ເປັນ​ໜັງສືພິມ​
ລາຍ​ວັນ ພາສາ​ອັງກິດສະບັບ​ນຶ່ງ ທີ່​ໃຫຍ່​ທີ່​ສຸດ​ຂອງ​ເອ​ເຊຍ ​
ໄດ້​ເລືອກເອົາ ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ​
ແລະ​ທ່ານ ຊີ ຈິນຜິ​ງ ປະທານ​ປະ​ເທດ​ຈີນ ​ໃຫ້​ເປັນ​ບຸກຄົນ​
ເດ່​ນສຸດ​ຂອງເອ​ເຊຍ​ປະ​ຈໍາປີ 2013 ຂອງ​ຕົນ​ ຍ້ອນຜົນງານ
ຂອງ​ພວກທ່ານ ທີ່​ສົ່ງ​ຜົນ​ກະທົບຕໍ່ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​
ແລະ​ຂົງ​ເຂດ​ເອ​ເຊຍ​ທີ່​ກວ້າງກວ່າ​ນັ້ນ.

ໜັງສືພິມດັ່ງກ່າວ​ເວົ້າ​ວ່າ ທ່ານ Abe ​ໃນ​ຖານະ​ນາຍົກລັດ
ຖະມົນຕີ ສະ​ໄໝ​ທີ່​ສອງ​ຂອງ​ທ່ານ ​ໄດ້​ສົ່ງກໍາລັງ​ທະຫານ
ຍາມ​ສັນຕິພາບ​ທີ່​ໃຫຍ່​ທີ່​ສຸດ ໄປ​ຊ່ວຍ​ຟິລິບ​ປິນ ລຸນຫຼັງທີ່ໄພ ພາຍຸ​ຮ້າຍ​ແຮງ Haiyan ​
ໄດ້ປະ​ທະ​ຟິລິບ​ປິນນັ້ນ. ​ໃນ​ເດືອນ​ພຶດສະພາຜ່ານ​ມາ ທ່ານ Abe ກໍ​ໄດ້​ປະກາດ​ວ່າ
ທ່ານ​ຈະລົບ​ລ້າງ​ໜີ້​ສິນ​ຂອງ​ມຽນມາ ທີ່​ຕິດ​ຍີ່ປຸ່ນຢູ່.

ສໍາ​ລັບປະທານ ຊີ ຈິນຜິ​ງ ໜັງສືພິມ Strait Times ໃຫ້​ຂໍ້​ສັງ​ເກດ​ວ່າ ​ທ່ານໄດ້​ເປັນຜູ້ນໍາ
ຕ່າງປະ​ເທດ​ຄົນທໍາອິດ ທີ່​ໄດ້​ກ່າວ​ຄໍາ​ປາ​ໄສ​ຕໍ່​ ສະພານິຕິບັນ​ຢັດ​ ກໍ​ຄື​ສະພາ​ແຫ່ງ​ຊາດ
ຂອງ​ອິນ​ໂດ​ເນ​ເຊຍ ​ແລະວ່າ ຈີນກໍາລັງ​ໂຜ່​ໂຕ​ຂຶ້ນມາເປັນ​ພາຄີທີ່​ສໍາຄັນ ຢູ່​ໃນ​ການພັດ
ທະນາ​ໂຄງ​ລ່າງ​ພື້ນຖານ​ຂອງ​ເອ​ເຊຍ.

ທ່ານ Ravi Vellor ບັນນາທິການຝ່າຍ​ຕ່າງປະ​ເທດ​ຂອງ​ໜັງສືພິມ Straits Times
ບອກ​ວີ​ໂອ​ເອວ່າ ຜູ້​ນໍາ​ທັງ​ສອງ ​ໄດ້​ສະ​ແດງ​ໃຫ້​ເຫັນ ຄວາມ​ໝັ້ນ​ໝາຍຫຼາຍໆ​ຢ່າງ​ຂອງ​
ພວກ​ທ່ານ ​ຕໍ່​ຂົງ​ເຂດ ​ແລະ​ເວົ້າ​ຕື່ມ​ວ່າ

“ທັງ​ສອງ​ຜູ້​ນໍາ​ນີ້ ​ໄດ້ທໍາ​ການ​ປ່ຽນ​ແປງ​ທີ່ໃຫຍ່ຫຼວງ ​ໃນ​ນະ​ໂຍບາຍເສດຖະກິດ
ທີ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ ທີ່​ຈະ​ສົ່ງ​ຜົນ​ກະທົບເຮັດ​ໃຫ້​ຂົງ​ເຂດ​ ເອ​ເຊຍດີຂຶ້ນ
ກວ່າ​ເກົ່າ​ໄດ້.”


ບັນນາທິການ Vellor ​ເວົ້າອີກ​ວ່າ ທ່ານ​ຫວັງ​ວ່າ ລາງວັນ​ຮ່ວມ​ກັນ​ດັ່ງກ່າວ​ນີ້ ຈະ​ຊຸກຍູ້​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ໄດ້​ ລະຫວ່​າງສອງ​ປະ​ເທດ.

ນີ້​ແມ່ນ​ປີ​ທີ່​ສອງ ທີ່​ໜັງ​ສື​ພິມ​ Straits Times ຂອງ​ສິງ​ຄະ​ໂປ ​ໄດ້ເລືອກ​ເອົາບຸກຄົນ​ເດ່​ນ
ສຸດ​ຂອງ​ເອ​ເຊຍ​ປະ​ຈໍາປີ ຊຶ່ງຜູ້​ທໍາ​ອິດ​ທີ່​ໄດ້​ຮັບ​ລາງວັນ​ນີ້ ​ເມື່ອ​ປີ​ກາຍ ກໍຄື​ ທ່ານ ​ເທ​ນ ​ເຊ​ນ ປະທານາທິບໍດີ​ມຽນມາ ຍ້ອນ​ການ​ປະຕິ​ຮູບ​ຂອງ​ທ່ານ.