ຄະນະຜູ້ແທນ ບັນລຸ ຂໍ້ຕົກລົງ ການຄ້າໂລກ ເປັນເທື່ອທຳອິດ (ວີດີໂອ)

ທ່ານ Roberto Azevedo ຜູ້ອຳນວຍການ ຂອງອົງການໆຄ້າໂລກ ຂະນະທີ່ໄປຮ່ວມ ກອງປະຊຸມ ລະດັບລັດຖະມົນຕີ ຂອງກຸ່ມເອເພັກ ທີ່ເກາະບາຫຼີ ປະເທດອິນໂດເນເຊຍ (5 ຕຸລາ 2013)

ຄະນະຜູ້ແທນ ທີ່ໄປຮ່ວມກອງປະຊຸມ ອົງການໆຄ້າໂລກທີ່ເກາະ
ບາຫຼີປະເທດອິນໂດເນເຊຍໄດ້ໃຫ້ການອະນຸມັດຕໍ່ຂໍ້ຕົກລົງການ ຄ້າໂລກເປັນເທື່ອທຳອິດ ນັບແຕ່ອົງການດັ່ງກ່າວ ໄດ້ຖືກສ້າງຕັ້ງ
ຂຶ້ນມາ ໃນປີ 1995.

ທ່ານ Roberto Azevedo ຜູ້ອຳນວຍການທົ່ວໄປ ຂອງອົງການ
ການຄ້າໂລກ ໄດ້ນໍ້າຕາໄຫຼອອກມາໃນລະຫວ່າງພິທີປິດກອງປະ
ຊຸມສຸດຍອດໃນວັນເສົາມື້ນີ້ໂດຍກ່າວວ່າ ມັນເປັນເທື່ອທຳອິດໃນ
ປະຫວັດສາດ ຊຶ່ງໃນທີ່ສຸດອົງການໆຄ້າໂລກກໍໄດ້ປະສົບຜົນສຳ
ເລັດ.

ຈຸດສຳຄັນຂອງຂໍ້ຕົກລົງດັ່ງກ່າວກໍຄືຫລຸດຜ່ອນກຳແພງການຄ້າໂດຍເຮັດໃຫ້ຂັ້ນຕອນ ໃນ ການເກັບພາສີງ່າຍຂຶ້ນ ແລະມີຄວາມໂປ່ງໃສຫຼາຍຂຶ້ນ. ຂໍ້ຕົກລົງທີ່ວ່ານີ້ຍັງຈະຕ້ອງໄດ້ຮັບ ການອະນຸມັດ ຈາກລັດຖະບານຂອງປະເທດສະມາຊິກທັງໝົດ 159 ປະເທດ.

ການເຈລະຈາເປັນເວລາ 4 ມື້ ແມ່ນໄດ້ຮັບການຂົ່ມຂູ່ ເວລາຄິວບາ ເວົ້າວ່າ ຕົນຈະບໍ່ຮັບ ເອົາຂໍ້ຕົກລົງໃດໆກໍຕາມ ທີ່ຈະບໍ່ຊ່ອຍຍຸຕິການຂວໍ້າບາດຂອງສະຫະລັດ ຕໍ່ປະເທດຄອມ ມູນິດດັ່ງກ່າວ. ແຕ່ຕໍ່ມາຄິວບາໄດ້ຍົກເລີກການຂົ່ມຂູ່ທີ່ຈະໃຊ້ສິດຢັບຢັ້ງຫຼືວີໂຕ້ຂອງຕົນ.

ພວກນັກວິເຄາະກະປະມານວ່າ ຂໍ້ຕົກລົງທີ່ນີ້ ຈະເພີ້ມມູນຄ່າການຄ້າ 1 ພັນຕື້ໂດລາເຂົ້າ ໃສ່ເສດຖະກິດຂອງໂລກ ແລະເວົ້າວ່າ ມັນໄດ້ຮັກສາໄວ້ ຊຶ່ງອະນາຄົດຂອງອົງການໆຄ້າ ໂລກ.

Your browser doesn’t support HTML5

WTO