ປະເພນີອັນຈົບງາມອັນນຶ່ງຂອງຊາວອາເມຣິກັນທີ່ມີມາໄດ້ 15 ປີແລ້ວນັ້ນ ກໍຄື ການວາງພວງມາລາ ຫຼືພວງຫລີດ ຢູ່ໃນຜີປ່າຊ້າຫຼືສຸສານແຫ່ງຊາດອາລິງຕັນໃນເດືອນທັນວາ. ສຳລັບປີນີ້ ປະເພນີດັ່ງກ່າວໄດ້ຕົກຖືກວັນເສົາ ທີ 15 ກາງເດືອນພໍດີ ເປັນມື້ທີ່ອາກາດດີ ບໍ່ໜາວປານໃດ ຈຶ່ງພາໃຫ້ໄດ້ເຫັນຜູ້ຄົນອັ່ງອໍໜາແໜ້ນ ພໍເວົ້າໄດ້ວ່າເກືອບເຖິງ 2 ໝື່ນຄົນ ອັນອາດມີລວມທັງພວກນັກທ່ອງທ່ຽວຊາວຕ່າງດ້າວທີ່ບັງເອີນມາພົບພໍ້ເຫດການດັ່ງກ່າວກໍມີ.ໃນບັນດາ
ຜູ້ອາສາສະມັກປະກອບສ່ວນວາງພວງມາລານີ້ ກໍມີຂ້າພະເຈົ້າເອງຜູ້ນຶ່ງພ້ອມພັນລະຍາ ຈຶ່ງຢາກນຳເອົາເລື້ອງລາວ
ດັ່ງກ່າວມາເລົ່າສູ່ຟັງ ດັ່ງກິ່ງສະຫວັນຈະສະເໜີລາຍລະອຽດຕໍ່.
ເປັນເວລາ 15 ປີ ທີ່ຜ່ານມາ ໃນວາຣະບຸນເທດສະການຄຣິສ
ມາສ ບໍລິສັດຄ້າພວງມາລາ ມີຊື່ວ່າ Worcester Wreath
Company ຈາກເມືອງ Harrington ທີ່ລັດ Maine ໄດ້ເປັນ
ຜູ້ນຳພາເອົາພວງມາລາມາວາງໃສ່ ຫົວຫີນບ່ອນຝັງສົບ ຂອງ
ບັນດາບັນພະບູບຸດ ແລະນັກລົບຜູ້ກ້າຫານ ທີ່ສຸສານແຫ່ງຊາດ
ຫລື National Cemetery ທີ່ເມືອງ Arlington ພາກເໜືອສຸດ
ຂອງລັດ Virginia ຕິດກັບ ນະຄອນຫລວງ ວໍຊິງຕັນ ດີ.ຊີ.
ສຸສານແຫ່ງຊາດ ດັ່ງກ່າວນີ້ຕັ້ງຢູ່ເນີນສູງ ຫລຽວລົງມາເຫັນທິວ
ທັດ ນະຄອນຫລວງວໍຊິງຕັນ ຢ່າງສະຫວາດສະເຫວີຍສະອາດ
ຕາ ເປັນເນື້ອທີ່ອັນສັກສິດ ແລະສະຫງົບດີ. ນອກຈາກນັ້ນແລ້ວ
ສະຖານທີ່ແຫ່ງນີ້ ຍັງເປັນຈຸດດືງດູດບັນດານັກທ່ອງທ່ຽວ ທີ່ມາ
ຢ້ຽມມາຊົມ ຂຸມຝັງສົບຂອງບັນພະບຸລຸດຜູ້ສຳຄັນຕ່າງໆຂອງປະ
ເທດ ຮວມທັງຂຸມຝັງສົບຂອງມື້ລາງ ປະທານາທິບໍດີ John F. Kennedy ແລະພັນລະຍາ ອະດີດສະຕີໝາຍເລກນຶ່ງ ທ່ານນາງ Jaqueline Onassis ທີ່ໄດ້ແຕ່ງງານໃໝ່ ກ່ອນເສຍ
ຊີວິດ. ຢູ່ສະຖານທີ່ຝັງສົບແຫ່ງນີ້ ຈະມີແປວໄຟລຸກຈາກພື້ນດີນຂື້ນມາ ຢູ່ຕະຫລອດເວລາ.
ຈຸດທີ່ໜ້າສົນໃຈອີກແຫ່ງນື່ງກໍຄື ຂຸມຝັງສົບຂອງທະຫານ ທີ່ເອີ້ນວ່າ Unknown Soldiers
ຫລື ຂຸມຝັງສົບທະຫານນິລະນາມ. ຢູ່ບ່ອນນີ້ ມີພິທີປ່ຽນເວນຍາມຂອງທະຫານກຽດຕິຍົດ
ໜ່ວຍ Marine ເດີນຢ່າງໄປມາ ແບກປືນຮັກສາຢູ່ ຕະຫລອດ 24 ຊົ່ວໂມງ.
ຢູ່ໃນຊົ້ງນຶ່ງອີກຂອງສຸສານແຫ່ງຊາດນີ້ ມີຫົວຫີນຕັ້ງສະຫລັກຈາລຶກເຖິງ ບັນດາອະດີດນັກ
ລົບ ຂອງພະຣາຊາອານາຈັກລາວ ໃນສະໃໝສົງຄາມລັບ ແລະ ສົງຄາມອິນດູຈີນ (1962-1975) ນັບຕັ້ງແຕ່ສຸສານແຫ່ງຊາດ ໄດ້ສະຖາປະນາຂື້ນມາໃນປີ 1802 ປະເທດຊາດໄດ້ ພົວພັນຜ່ານກັບສົງຄາມຕ່າງໆ ໃນປະຫວັດສາດຂອງ ສະຫະລັດ ອາເມຣິກາ.
ຕົກມາຈົນເຖິງ ປັດຈຸບັນນີ້ ມີທະຫານສະຫະລັດ ທີ່ໄດ້ຮັບກຽດນຳເອົາສົບ ມາຝັງໄວ້ກວ່າ 400.000 ຄົນແລ້ວ.
ເພາະສະນັ້ນ ໃນລະດູການສະຫລອງບູນຄຣິສມາສ ແຕ່ລະປີ ບໍລິສັດ Worchester Wealth ຈຶ່ງໄດ້ບໍລິຈາກພວງມະລາ ຫລືພວງຫຣີດ ທີ່ເຮັດດ້ວຍໃບຂອງຕົ້ນແປກ ມັດເປັນພວງກົມ ແລະມີໂບສີແດງ ຈຳນວນ 75.000 ພັນອັນ ເພື່ອນຳມາຕັ້ງໃສ່ຫົວຫີນຝັງສົບ
ແຫ່ງນີ້ ໂດຍການປະສານງານຈາກ ບັນດານັກອາສາສະມັກເປັນຜູ້ມາຊ່ວຍວາງ ຊຶ່ງປີນີ້
ພິທີ່ວາງພວງມາລາດັ່ງກ່າວ ໄດ້ຈັດຂື້ນໃນວັນເສົາທີ 15 ທັນວາ ກ່ອນໜ້າບຸນເທດສະການຄຣິສມາສ. ສຳລັບປີນີ້ ພິທີ່ໄດ້ເລີ້ມຂື້ນໃນເວລາ 9:00 ໂມງຕອນເຊົ້າ ທ້າມກາງບັນຍາກາດເຢັນສະບາຍ ແລະສົດໃສ ທີ່ປາດສະຈາກຫິມະຕົກ. ພິທີໄດ້ເລີ້ມຂື້ນໂດຍການຮ້ອງເພງຊາດອາເມຣິກາ ຢູ່ເທິງເວທີໂຮງມະຫໍລະສົບກາງແຈ້ງອັນກວ້າງໃຫຍ່ ທີ່ອັ່ງອໍໄປດ້ວຍຫລາຍພັນຄົນ. ຫລັງຈາກນັ້ນ ໂຄສົກກໍໄດ້ປະກາດໃຫ້ຄຳແນະນຳພຽງຫຍໍ້ໆ ແລ້ວບັນດາຝູງຊົນກໍໄດ້ພາກັນເດີນໄປຫາລົດບັນທຸກພວງຫລີດ ທີ່ຈອດລຽນກັນຫລາຍຄັນ ລໍຄອຍບໍລິຈາກພວງຫລີດໃຫ້ແກ່ອາສາສະມັກທີ່ພາກັນຢືນລຽນແຖວກັນຢູ່ນັ້ນ. ສິ່ງສຳຄັນທີ່ບັນດາອາສາສະມັກຕ້ອງຊາບລ່ວງໜ້າກໍຄື ຫ້າມບໍ່ໃຫ້ນຳເອົາພວງຫລີດໄປໃສ່ໄວ້ຫົວຫີນທີ່ເປັນຮູບກາດາວ ຂອງພວກທີ່ນັບຖືສາສະ
ໜາຢີວ.
ຮ່ວມຢູ່ໃນພິທີ່ດັ່ງກ່າວກໍມີ ທ່ານສາລີ ຈິດຕະວໍລະວົງ ໂຄສົກວິທະຍຸ ວີໂອເອ ພ້ອມດ້ວຍພັນລະຍາ ທ່ານນາງ ຈັນສະຫວ່າງ ຕິດຕາມດ້ວຍບັນດາເພື່ອນຮ່ວມງານ. ທ່ານສາລີ ໄດ້ເວົ້າສູ່ ວີໂອເອ ຟັງວ່າ :
ທ່ານນາງ ຈັນສະຫວ່າງ ພັນລະຍາ ຂອງ ທ່ານ ສາລີ ແມ່ນສະຕີ ລາວ-ອາເມຣິກັນ ຄົນນຶ່ງທີ່ໄດ້ເຂົ້າຮ່ວມຢູ່ໃນພິທີ ຊຶ່ງທ່ານນາງ ກໍໄດ້ກ່າວດ້ວຍຄວາມຕື່ນເຕັ້ນ ສູ່ວີໂອເອຟັງ ວ່າ:
ບັນດາພວງມະລາອັນງົດງາມ ໄດ້ຖືກວາງໃຫ້ເປັນລະບຽບຮຽບ
ຮ້ອຍ ເປັນເວລາ 12 ວັນ ເບິ່ງແລ້ວງາມຕາ ຢູ່ໃນໂລກແຫ່ງຄວາມສະຫງົບ. ໃນວັນທີ 26 ທັນວາ ຫລັງຈາກບຸນຄຣິສມາສ ເປັນມື້ທີ່ບັນດາອາສາສະມັກ ພາກັນກັບໄປອີກຄັ້ງນຶ່ງ ເພື່ອຊ່ວຍມ້ຽນມັດ ໃຫ້ສຸສານອັນສັກສິດແຫ່ງນີ້ ກັບຄືນສູ່ສະພາບເດີມ ແລະສະອາດຕາ.
ອີກຄົນນຶ່ງກໍຄື ທ່ານ Timothy W Prange ຊຶ່ງເປັນຜຸ້ນໍາພາຄະນະອາສາສະມັກ ມາເປັນເວລາຫລາຍປີ ທ່ານ ວ່າ :
Timothy Act:
ປີນີ້ປາກົດວ່າມີຄົນຫລາຍກ່ອນປີກາຍນີ້ ແລະມີການຈັດຕັ້ງດີກ່ອນ. ປີນີ້ ເຂົາເຈົ້າມີພວງມາລາ 20,000 ອັນຫລາຍກ່ອນປີກາຍນີ້ ເພາະສະນັ້ນ ຈຶ່ງເປັນທີ່ຕຶ່ນເຕັ້ນທີ່ເຫັນ ໂຄງການແຜ່ຂະຫຍາຍອອກໄປ.

Cemetery

Your browser doesn’t support HTML5
Mr. Saly
ທ່ານນາງ ຈັນສະຫວ່າງ ພັນລະຍາ ຂອງ ທ່ານ ສາລີ ແມ່ນສະຕີ ລາວ-ອາເມຣິກັນ ຄົນນຶ່ງທີ່ໄດ້ເຂົ້າຮ່ວມຢູ່ໃນພິທີ ຊຶ່ງທ່ານນາງ ກໍໄດ້ກ່າວດ້ວຍຄວາມຕື່ນເຕັ້ນ ສູ່ວີໂອເອຟັງ ວ່າ:
Mrs. Chansavang
Your browser doesn’t support HTML5
Mrs. Chansavang
ບັນດາພວງມະລາອັນງົດງາມ ໄດ້ຖືກວາງໃຫ້ເປັນລະບຽບຮຽບ
ຮ້ອຍ ເປັນເວລາ 12 ວັນ ເບິ່ງແລ້ວງາມຕາ ຢູ່ໃນໂລກແຫ່ງຄວາມສະຫງົບ. ໃນວັນທີ 26 ທັນວາ ຫລັງຈາກບຸນຄຣິສມາສ ເປັນມື້ທີ່ບັນດາອາສາສະມັກ ພາກັນກັບໄປອີກຄັ້ງນຶ່ງ ເພື່ອຊ່ວຍມ້ຽນມັດ ໃຫ້ສຸສານອັນສັກສິດແຫ່ງນີ້ ກັບຄືນສູ່ສະພາບເດີມ ແລະສະອາດຕາ.
ອີກຄົນນຶ່ງກໍຄື ທ່ານ Timothy W Prange ຊຶ່ງເປັນຜຸ້ນໍາພາຄະນະອາສາສະມັກ ມາເປັນເວລາຫລາຍປີ ທ່ານ ວ່າ :
Your browser doesn’t support HTML5
Mr. Timothy