ຊາວມຸສລິມຢູ່ໃນທົ່ວໂລກ ກຳລັງພາກັນສະຫຼອງບຸນ ອີດ ອາລ-ຟີຕ ທີ່ເປັນຂີດໝາຍ
ໃນການສິ້ນສຸດລົງ ຂອງເດືອນສັກສິດຣາມາດານ.
ວັນພັກດັ່ງກ່າວ ເປັນວັນພັກທີ່ສຳຄັນຂອງເດືອນຣາມາດານ ເວລາຊາວມຸສລິມທີ່ນັບຖືສາສະໜາຢ່າງເຄັ່ງຄັດ ພາກັນອົດອາຫານ ແຕ່ຕາເວັນຂຶ້ນຈົນຮອດຕາເວັນຕົກເປັນເວ
ລານຶ່ງເດືອນ.
ຢູ່ໃນອັຟການິສຖານ ປະທານາທິບໍດີໂມຮຳມາດ ອາສຮັຟ ການີ ໃນວັນສຸກວານນີ້ໄດ້
ກ່າວເຖິງການປະກາດຢຸດຍິງເປັນເວລາສາມວັນກັບພວກກະບົດຕາລິບານຢູ່ໃນຖະ
ແຫຼງການຕໍ່ປະເທດຊາດເພື່ອເປັນຂີດໝາຍສະຫຼອງບຸນອີດ. ການຢຸດຍິງ ຈະດຳເນີນ
ໄປຈົນຮອດວັນອາທິດ ເຖິງຢ່າງໃດກໍດີທ່ານການີໄດ້ຮ້ອງຂໍໃຫ້ການຢຸດຍິງ ຕໍ່ເວລາ
ອອກໄປຫຼາຍກວ່ານັ້ນ ແລະໄດ້ຮຽກຮ້ອງໃຫ້ພວກຕາລິບານເຂົ້າມານັ່ງໂຕະເຈລະຈາ.
ປະທານາທິບໍດີຊີເຣຍ ທ່ານບາຊາ ອາລ ອາຊາດ ໃນວັນສຸກວານນີ້ ໄດ້ເຂົ້າຮ່ວມພິທີ
ສູດມົນ ໃນບຸນອີິດ ຢູ່ທີ່ວັດອິສລາມ ທີ່ຕາຕູສ ຊຶ່ງເປັນເມືອງຢູ່ເຂດແຄມຝັ່ງທະເລ ທີ່
ຍັງຈົງຮັກພັກດີທ່ານມາຕະຫຼອດເຈັດປີ ຂອງສົງຄາມກາງເມືອງ.
ຜູ້ຊາຍຊາວມຸສລິມຄົນນຶ່ງກຳລັງຖືສາດປູເພື່ອນັ່ງສູດມົນ ເນື່ອງໃນວັນສະຫຼອງບຸນ ອີດ ອາລ-ຟີຕ ທີ່ເມືອງບຣຸກລິນ ນີວຢອກ ທີ 15 ມິຖຸນາ.
ຢູ່ໃນບັງກລາແດັສ ຫຼາຍຮ້ອຍພັນຄົນໄດ້ໄປທ່າເຮືອຂ້າມຟາກດາກາ ແລະສະ ຖານີລົດ
ໄຟໃນຄວາມຫວັງທີ່ຈະກັບຄືນເມືອບ້ານເພື່ອສະຫຼອງບຸນອິດ. ບັງກລາແດັສ ຍັງໄດ້ຕຽມ
ສະຫຼອງບຸນອີິດ ໃສ່ມື້ວັນເສົາ ຫຼືວັນອາທິດ ສຸດແລ້ວແຕ່ການແນມເຫັນດວງເດືອນ.
ພວກຜູ້ຊາຍໃຫຍ່ ແລະເດັກນ້ອຍ ກຳລັງພາກັນສູດມົນ ສະຫຼອງບູນ ອີດ ອາລ-ຟີຕ ທີ່ເມືອງບຣຸກລິນ ນິວຢອກ ທີ 15 ມິຖຸນາ 2018.
ບຸນອິດເລີ້ມມື້ທຳອິດຂອງເດືອນຂອງຊໍວໍລ ເດືອນທີສິບຂອງປະຕິທິຈັນທະຄະຕິອິສ
ລາມ ເຖິງຢ່າງໃດກໍດີ ມີຂົງເຂດທີ່ແຕກຕ່າງ ໃນເວລາດຽວກັນຂອງບຸນອີດອາດເນື່ອງ
ຈາກຄວາມແຕກຕ່າງໃນການຕີຄວາມໝາຍຂອງປະຕິທິນ.
ຢູທີ່ນະຄອນຈາກາຕາ ຫຼາຍພັນຄົນພາກັນເຕົ້າໂຮມກັນຢູ່ຕໍ່ໜ້າວັດ ອາລ ອັສຮາ ເພື່ອ
ປະກອບສູດມົນໃນວັນບຸນອິດ. ອິນໂດເນເຊຍເປັນປະເທດທີມີປະຊາກອນເປັນມຸສລິມ
ທີ່ໃຫຍ່ສຸດຢູ່ໃນໂລກ ແລະໃນປີນີ້ ລັດຖະບານໄດ້ປະກາດປະກາດ ວັນພັກໃນທົ່ວ
ປະເທດດົນກວ່ານຶ່ງອາທິດ ເພື່ອເປັນຂີດໝາຍໃນການສະຫຼອງດັ່ງກ່າວ.