ວັນທີ 20 ມິຖຸນາ ກໍຄືວັນອາທິດວານນີ້ເປັນວັນອົບພະຍົບໂລກ. ເນື່ອງໃນວັນ ທີ່ມີຂີດໝາຍອັນສໍາຄັນ ໃນເລື້ອງມະນຸດສະທໍາດັ່ງກ່າວ ວີໂອເອ ໄດ້ສໍາພາດທ່ານ ຈອນ ຫລືຍອດ ສີສຸວັນ, ປະທານສະມາຄົມລາວ ປະຈໍາລັດອາຣີໂຊນາ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ຊຶ່ງທ່ານໃຫ້ທັດສະນະວ່າ:
Your browser doesn’t support HTML5
ສຽງ 1 ທ. ຈອນ ສີສຸວັນ ເວົ້າເຖິງຄວາມສໍາຄັນຂອງວັນອົບພະຍົບໂລກ
ທ່ານຈອນເຄີຍເປັນຊາວອົບພະຍົບຜູ້ນຶ່ງທີ່ໄດ້ພາຄອບຄົວອອກຈາກລາວ ມາຕັ້ງຖິ່ນຖານໃນດິນແດນໃໝ່ ຊຶ່ງທ່ານມາເຖິງສະຫະລັດໃນປີ 1980. ເມື່ອຫວນຄືນເຖິງຊີວິດໃນອະດີດທີ່ເຄີຍພັດພາກຈາກບ້ານເກີດເມືອງນອນມາແລ້ວ ທ່ານຈອນກໍຂໍຝາກຄວາມຄິດໃຫ້ແກ່ທຸກຄົນວ່າ:
Your browser doesn’t support HTML5
ສຽງ 2 ທ. ຈອນ ສີສຸວັນ ຮຽກຮ້ອງໃຫ້ທຸກຄົນທີ່ມີເງື່ອນໄຂໃຫ້ຊ່ວຍພວກທີ່ເປັນອົບພະຍົບ
ວັນອົບພະຍົບໂລກໄດ້ສະຫລອງກັນເທື່ອທໍາອິດໃນວັນທີ 20 ມິຖຸນາ ປີ 2001 ຊຶ່ງກົງກັບວັນຄົບຮອບ 50 ປີ ທີ່ໄດ້ມີສົນທິສັນຍາປີ 1951 ທີ່ກ່ຽວຂ້ອງກັບສະຖານະພາບຂອງອົບພະຍົບ ແລະໄດ້ສ້າງຫລັກການຂຶ້ນມາວ່າ ບັນຫາອົບພະຍົບເປັນບັນຫາຂອງປະຊາຄົມສາກົນ ແລະຈະຕ້ອງໄດ້ແກ້ໄຂໃນສະພາບການທີ່ມີ ການຮ່ວມມືກັນ ແລະແບກຫາບພາລະຊ່ວຍກັນລະຫວ່າງປະເທດທີ່ລົງນາມຢູ່ໃນສົນທິສັນຍາສາກົນສະບັບນັ້ນ.