ຄຳເວົ້າທີ່ບໍ່ສຸພາບຂອງປະທານາທິບໍດີ ດໍໂນລ ທຣໍາ ຕໍ່ບັນດາສະມາຊິກລັດຖະສະພາ
ສະຫະລັດ ທີ່ໄດ້ອະທິບາຍກ່ຽວກັບການຄັດຄ້ານຂອງທ່ານຕໍ່ພວກຄົນເຂົ້າເມືອງຊາວ
ເຮຕີ ແລະອາຟຣິການັ້ນ ໄດ້ກາຍເປັນເລື້ອງໃຫຍ່ ແລະພາໃຫ້ມີການປະນາມທັງຢູ່ໃນ
ແລະຕ່າງປະເທດ.
ໂຄສົກສະພາສິດທິມະນຸດສະຫະປະຊາຊາດ ທ່ານຣູເປີດ ຄອລວີລ ຮ້ອງການ ໃຫ້ຄຳ
ເຫັນນີ້ວ່າ ເປັນການແບ່ງແຍກທາງຜິວພັນ. ທ່ານກ່າວຕື່ມວ່າ “ມັນເປັນ ການເປີດປະ
ຕູກວ້າງອອກໃຫ້ແກ່ຄວາມບໍ່ດີໃນອີກຂ້າງນຶ່ງຂອງມະນຸດ ກ່ຽວກັບການຮັບຮູ້ ແລະຊຸກຍູ້ໃຫ້ມີການແບ່ງແຍກທາງດ້ານຜິວພັນ ແລະຄວາມຍ້ານກົວຊາວຕ່າງປະເທດ ທີ່
ຈະມີໂອກາດລົບກວນ ແລະທຳລາຍຊີວິດການເປັນຢູ່ຂອງ ຫລາຍໆຄົນ.”
ປະທານາທິບໍດີທຣໍາ ມີລາຍງານ ໄດ້ກ່າວວ່າ ພວກຄົນເຂົ້າເມືອງຈາກອາຟຣິກາ ມາ
ຈາກ “ປະເທດຮູ ຂ” ຊຶ່ງເປັນຄຳເວົ້າ ທີ່ສະມາຊິກສະພາສູງພັກເດໂມແຄຣັດ ທ່ານຣິ
ເຈີດ ເດີບິນ ໄດ້ໃຫ້ການຢືນຢັນວ່າ ທ່ານທຣໍາໄດ້ໃຊ້ຄຳເວົ້ານີ້ ລະຫວ່າງການປະຊຸມ
ກ່ຽວກັບຄົນເຂົ້າເມືອງ.
ໃນວັນສຸກວານນີ້ ສຳນັກງານຂອງສະຫະພາບອາຟຣິກາ ຢູ່ນະຄອນຫລວງວໍຊິງຕັນ
ໄດ້ອອກຖະແຫລງການສະແດງ “ຄວາມໂກດແຄ້ນ ຜິດຫວັງ ແລະບໍ່ພໍໃຈກ່ຽວກັບຄຳ
ເວົ້າ ທີ່ບໍ່ເປັນຈັ່ງໂຊກດັ່ງກ່າວ” ເຮັດໂດຍທ່ານທຣໍາ.
Your browser doesn’t support HTML5
Trump Under Fire From Countries He Reportedly Deemed 'S---holes'
ກຸ່ມດັ່ງກ່າວເວົ້າວ່າ “ສຳນັກງານຜູ້ຕາງໜ້າຂອງສະຫະພາບອາຟຣິກາປະນາມ ດ້ວຍ
ຄຳເວົ້າທີ່ແຮງສຸດ ຕໍ່ການໃຫ້ຄວາມເຫັນດັ່ງກ່າວ ແລະຮຽກຮ້ອງໃຫ້ຖອນຄຳເວົ້ານີ້
ຄືນ ພ້ອມດ້ວຍການຂໍຂະມາໂທດ ບໍ່ພຽງແຕ່ຊາວອາຟຣິກາເທົ່ານັັ້ນ ແຕ່ຕໍ່ພວກທີ່ມີ
ເຊື້ອສາຍອາຟຣິກາ ຢູ່ໃນທົ່ວໂລກທັງມວນດ້ວຍ.”
ພາບບັນທຶກ ເວລານັ້ນ ທ່ານຈອນ ຟີເລ ເປັນຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດເມັກຊິໂກ ວັນທີ 8, 2010.
ຄະນະປະຕິບັດງານ ຂອງອາຟຣິກາ ກ່າວວ່າ ມີ “ຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້
ເປີດການໂອ້ລົມ ລະຫວ່າງ ລັດຖະບານສະຫະລັດ ແລະບັນດາປະເທດໃນອາຟຣິກາ” ເພື່ອແກ້ໄຂ ກ່ຽວກັບຄວາມບໍ່ເຂົ້າໃຈຢ່າງໃຫຍ່ ຂອງລັດຖະບານຊຸດປັດຈຸບັນ ຕໍ່ທະວີບ
ອາຟຣິກາ ແລະ ປະຊາຊົນຂອງທະວີບດັ່ງກ່າວ.”
ພາບບັນທຶກ ທ່ານນາງເມຍ ລອຟ ສະມາຊິກສະພາຕໍ່າພັກຣີພັບບລິກກັນ ຈາກລັດຢູທາ ກ່າວຢູ່ສະພາສູງ ລັດຢູທາ.
ພັກສະພາແຫ່ງຊາດອາຟຣິກາ ຊຶ່ງເປັນພັກລັດຖະບານຂອງອາຟຣິກາໃຕ້ ກ່າວວ່າ ການ
ໃຫ້ຄວາມເຫັນຂອງປະທານາທິບໍດີທຣໍາ ເປັນ “ເລື້ອງດູໝິ່ນທີ່ສຸດ.”
ພາບບັນທຶກ ທ່ານນາງ ອີລຮານ ໂອມາ ສະມາຊິກສະພາຕໍ່າ ໂອ້ລົມກັບສະມາຊິກສະພາຄົນອື່ນ.
ທ່ານຣາອູນ ເພັກ ຜູ້ອຳນວຍການທີ່ເກີດຢູ່ເຮຕີ ແລະອະດີດລັດຖະມົນຕີວັດທະນະທໍາ
ເຮຕີ ກ່າວວ່າ ທ່ານ “ຕື່ນຕົກໃຈ ບໍ່ໜ້າເຊື່ອແລະໂກດແຄ້ນ” ຈາກການ ໃຫ້ຄວາມເຫັນ
ຂອງປະທານາທິບໍດີທຣໍາ.