ຊາວໂລກ ມີປະຕິກິລິຍາ ປະປົນກັນ ກ່ຽວກັບ ປະທານາທິບໍດີ ຄົນໃໝ່ ຂອງ ສຫລ

ປະທານາທິບໍດີ Donald Trump ນັ່ງຍີ້ມຫົວ ກັບສະຕີໝາຍ ເລກນຶ່ງ ທ່ານນາງ Melania Trump ແລະລູຊາຍ ທ້າວ Barron Trump ໃນຂະນະທີ່ນັ່ງເບິ່ງ ສວນສະໜາມ.

ຫຼາຍ​ຮ້ອຍ​ພັນ​ຄົນທີ່​ໄປ​ເຕົ້າ​ໂຮມ​ກັນຢູ່​ສະໜາມ​ຫຼວງ​ແຫ່ງ​ຊາດ ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ ໃນ​ວັນ​ສຸກ​ວານ​ນີ້ໄດ້ເບິ່ງທ່ານ Donald Trump ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນປະທາ ນາທິບໍດີ​ສະຫະລັດ​ ຄົນທີ 45 ​ແລະພວກ​ຜູ້​ຊົມເປັນ​ຈຳນວນ​ຫລວງຫລາຍ​ໃນທົ່ວປະ​ເທດ ​ແລະ​ຢູ່​ໃນ​ທົ່ວ​ໂລກ​ໄດ້ຮູ້​ເຫັນເປັນ​ພິຍານໃນພິທີດັ່ງ ກ່າວ​ຜ່ານ​ລາຍການ​ອອກ​ອາກາດ​ທາງໂທລະພາບສົດ. ບັນດາ​ນັກ​ຂ່າວ ວີ​ໂອເອ ​ໄດ້​ໂອ້​ລົມ​ກັບ​ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ ​ທີ່​ກ່າວ​ວ່າ ເຂົາ​ເຈົ້າກຳລັ​ງ​ເບິ່ງ​ການ​ໂອນ​ອຳນາດ​ຂອງ​ຊາວ​ອາ​ເມຣິກັນ ດ້ວຍ​ຄວາມ​ຮູ້ສຶກ​ແບບປະປົນ​ກັນທັງ​ຄວາມ​ປະ​ທັບ​ໃຈ ​ແລະ​ຄວາມ​ຫວາດ​ຫວັ່ນ.

ຮ້ານສິນຄ້າຂາຍເຄື່ອງທະຫານຣັດເຊຍ ຕັ້ງຢູ່ກົງກັນຂ້າມກັບ ສະຖານທູດສະຫະລັດ.

ຢູ່​ທີ່​ນະຄອນຫຼວງມົສກູ ປະ​ເທດຣັດ​ເຊຍ ຮ້ານ​ຂາຍ​ເຄື່ອງນຸ່ງ “ທະຫານຣັດ​ເຊຍ” ແຫ່ງ​ນຶ່ງ ເປີດ​ໄຟ​ທີ່​ເປັນ​ຮູບ​ພາບ​ຂອງ​ທ່ານ Trump ຢູ່​ກະດານ​ໄຟຟ້າ ​ແລະ​ສະ​ເໜີ​ການ​ຫຼຸດ​ລາຄາ​ແກ່ຊາວ​ອາ​ເມຣິກັນ. ຢູ່​ຕາມ​ຖະ​ໜົນຫົນທາງປະ​ຕິກິລິຍາແມ່ນ ປະ​ປົນ​ກັນ.

ນາງ Lidiya Voronova ​ທີ່​ອອກ​ກິນເບ້​ຍບໍານານ​ແລ້ວ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ຄວາມ​ສຳພັນ​ລະ​ຫວ່າງຣັດ​ເຊຍຂອງ​ພວກ​ເຮົາ ​ແລະ​ອາ​ເມຣິກາຈະ​ດີ​ຂຶ້ນ ທີ່​ພວກເຂົາ​ເຈົ້າ​ຈະ​ພົບ​ເຫັນ​ພາສາ​ດຽວ​ກັນ ​ທີ່​ພົວພັນ​ກັບ​ຊີ​ເຣຍ ທີ່​ເຂົາ​ເຈົ້າ​ຈະ​ພົບ​ເຫັນ​ພາສາ​ດຽວ​ກັນ​ ​ເພື່ອ​ກຳຈັດ​ໃນ​ສິ່ງທີ່​ເກີດ​ຂຶ້ນ​ຢູ່່​ທີ່​ນັ້ນ.”

ບັນນາທິການ​ໜັງສືພິມໜຸ່ມ​ນ້ອຍ​ຄົນ​ນຶ່ງ​ທີ່​ບອກ​ຊື່​ຂອງ​ລາວ​ພຽງ​ແຕ່ “Sergey” ກ່າວ​ວ່າ ທ່ານ Trump “​ເປັນ​ປະທານາທິບໍດີ​ທີ່​ຂ້ອນ​ຂ້າງ​ມີ​ການ​ໂຕ້​ຖຽງພໍ​ສົມ ຄວນ​ໃນ​ປະຫວັດ ສາດ​ສະຫະລັດ ​ແຕ່​ຂ້າພະ​ເຈົ້າ​ຫວັງ​ວ່າ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ຈາກ​ຊາວ ​ອາ​ເມຣິກັນ.”

ບ່ອນຂາຍເຄື່ອງຢູ່ຕາມຖະນົນ ທີ່ເຫັນຮູບທ່ານທຣໍາ ເປັນໂຕຕະຫລົກ ໃນນະຄອນເມັກຊິໂກ.

ຄຳ​ປາ​ໄສຂອງ​ທ່ານ Trump ຢູ່​ໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ ​ໄດ້ໃຫ້​ສັນຍານ​ໃໝ່ ກ່ຽວ​ກັບ​ນະ​ໂຍບາຍ “ອາ​ເມຣິກາ​ກ່ອນໝູ່​ໝົດ” ສຳລັບ​ປະ​ເທດ. ນະ​ໂຍບາຍ​ດັ່ງກ່າວ​ນີ້ ​ເຮັດ​ຊາວ​ເມັກ​ຊິ​ໂກຈຳນວນ​ນຶ່ງເສຍ​ຂວັນ ຊຶ່ງວາລະສານ​ລາຍ​ສັບປະດາ​ທີ່​ໜ້າ​ນັບຖື Proceso ​ເຕືອນ​ວ່າ “ສົງຄາມ​ກຳລັງ​ຈະ​ເກີດ​ຂຶ້ນ.”

ຮູບທີ່ເຫັນຈາກໂທລະພາບ ປະທານາທິບໍດີ Donald Trump (ຂວາ) ແລະຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ຊ້າຍ) ທີ່ສະຖານີລົດໄຟນະຄອນໂຊລ ເກົາຫລີໃຕ,

ທ່ານ Jose Luis Lopez Aguirre ຜູ້​ຊ່ຽວຊານ​ດ້ານ​ສື່ມວນ​ຊົນ​ຢູ່​ທີ່ມະຫາວິ ທະຍາ​ໄລ Pan American ​ໃນ​ນະຄອນ​ເມັກ​ຊິ​ໂກຊີຕີ້ກ່າວ​ວ່າ ທ່ານ Trump ​ໃຊ້ Twitter ​ແລະ​ສື່​ສັງຄົມ​ອື່ນໆ​ເພື່ອ​ປະກາດ​ວິ​ໄສ​ທັດຂອງ​ທ່ານ ​ແມ່ນ​ໄດ້ສ້າງ ຄວາມ​ແຕກແຍກ​ຢ່າງ​ກວ້າງ​ຂວາງ​ໃນ​ອາ​ເມຣິກາ.

ຢູ່​ທີ່​ອາ​ຟຣິກາ​ຕາ​ເວັນ​ຕົກ ວີ​ໂອ​ເອ ​ໄດ້​ໂອ້​ລົມ​ກັບປະຊາຊົນ​ທັງ​ໃນ​ປະ​ເທດ​ໄນ​ຈີ ເຣຍ ​ແລະ​ໄນ​ເຈີ ທີ່ເຂົາ​ເຈົ້າສ່ວນໃຫຍ່ປາກົດ​ວ່າ ​ໄດ້​ຮັບ​ກຳລັງ​ໃຈ ຈາກ​ລັດຖະ ບານຊຸດ​ໃໝ່.

ທ່ານ Muhammad Uba Musa ​ໃນ​ເມືອງ Maiduguri ປະ​ເທດ​ໄນ​ຈີ​ເຣຍ ກ່າວ​ວ່າ “ຊາວ​ອາ​ເມຣິກັນ​ມີ​ຫລາຍ​ຢ່າງ​ທີ່​ຈະ​ຂຽນ​ກ່ຽວ​ກັບລັດຖະບານປະທານາ ທິບໍດີ Barack Obama. ພວກ​ເຮົາ​ສວດ​ມົນໄຫ້​ວວອນ​ໃຫ້​ແກ່​ທ່ານ ​ແລະໃຫ້​ ​ປະທານາທິບໍດີ Donald Trump ​ປະສົບ​ຜົນ​ສຳ​ເລັດ ໃນ​ລັດຖະບານ​ຂອງ​ທ່ານ.”

ທ່ານ Alhaji Bello Musa ທີ່ເມືອງ Birnin ​Konni ໃນ​ປະ​ເທດ​ໄນ​ເຈີ ກໍ​ມີ ​ຄວາມ​ຫວັງ​ເຊັ່ນ​ດຽວ​ກັນ “​ເຖິງ​ແມ່ນ​ວ່າ ​ປະທານາທິບໍດີ Trump ​ໄດ້​ມີການ​ໂຄ ສະ​ໜາ​ຫາ​ສຽງ​ຢ່າງ​ດຸ​ເດືອດໃນ​ປີ​ແລ້ວ​ນີ້ ຄວາມ​ໄຫວ້​ວອນຂອງ​ພວກ​ເຮົາ​ໃຫ້​ແກ່​ທ່ານ​ກໍ​ຄື​ວ່າ ທ່ານ​ຄວນ​ທີ່ ຈະ​ທ້ອນໂຮມ​ໂລກ. ນອກ​ນັ້ນ ພວກ​ເຮົາ​ຍັງ​ຫວັງ​ວ່່າ ທ່ານ​ຈະ​ຊ່ວຍ​ບັນດາປະ​ເທດໂລກ​ທີ່ສາມ ກ້າວ​ໄປ​ເຖິງຄວາມ​ບົ່ມ​ຊ້ອນ​ຂອງ​ເຂົາ​ເຈົ້າ​.”

ຢູ່​ທີ່ນະຄອນຫລວງ​ກາ​ບູລ ຂອງອັຟກາ​ນິສຖານ ທ່ານ Abdul Hadi Arez ​ທະນາຍ ຄວາມ​ເບ້ຍ​ບຳນານ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ​ທ່ານ Trump ຈະ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ທ້າ​ທາຍທີ່​ໜັກ​ໜ່ວງ ​ໃນນະ​ໂຍບາຍຕ່າງປະ​ເທດຈຳນວນ​ນຶ່ງ. “​ໃນ​ໄລ ຍະ 30 ປີ​ທີ່​ຜ່ານ​ມານີ້ ອັຟກາ​ນິສຖານ​ໄດ້​ຖືກ​ທຳລາຍ​ໂດຍສົງຄາມ​ຕົວ​ແທນໃນ ຂົງ​ເຂດ” ທ່ານ​ກ່າວ​ວ່າ ​ແລະ​ໂດຍ​ທົ່ວ​ໄປ​ແລ້ວທ່າ​ອຽງ​ນີ້​ແມ່ນ​ໄດ້​ມີ​ການ​ປະກາດ ​ຢ່າງ​ເຕັມທີ່​ຫວ່າງ​ມໍ່​ໆ​ມາ​ນີ້ “​ເພາະວ່າ​ເຮົາ​ເຫັນຣັດ​ເຊຍ ຈີນ ​ແລະ​ອີຣ່ານ ແຊກແຊງເຂົ້າ​ໃນ ​ອັຟກາ​ນິສະຖານ ເພື່ອຕ້ານສະຫະ ລັດ.”

ສ່ວນ​ຢູ່​ເກົາຫຼີ​ໃຕ້ ທ້າວ Choi Seowoo ອາຍຸ 22 ປີ ຜູ້​ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ການ​ເງິນ​ໃນ​ນະຄອນ​ໂຊ​ລ ກ່າວ​ວ່າ “ພວກ​ເຮົາ​ໄດ້​ຍິນ​ ກ່ຽວ​ກັບ​ທ່ານ Trump ນະ​ໂຍບາຍອາ​ເມຣິກາ​ມາກ່ອນ ນັບ​ແຕ່ການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານແລະ​ທ່າ​ທີນິ​ໄສ​ດັ່ງກ່າວເຮັດ​ໃຫ້​ພວກ​ ເຮົາ​ມີ​ຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າອະນາ​ຄົດຈະເປັນ​ຢ່າງ​ໃດ.”

​ສ່ວນຊາວ​ເກົາຫລີ​ເໜືອ​ຄົນ​ນຶ່ງ ອາຍຸ 50 ປີ ​ທີ່ໄດ້ໂຕນ​ໜີ​ແລະ​ມາຢູ່​ທີ່ນະຄອນ Chicago ປັດ​ຈຸ​ບັນນີ້ ​ໄດ້​ຮ້ອງ​ຂໍ​ບໍ່​ໃຫ້​ເປີດ​ເຜີຍ​ຊື່ເນື່ອງ​ຈາກ​ເຫດຜົນ​ດ້ານຄວາມ​ປອດ​ໄພ. ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອວ່າ ທ່ານ​ຫວັງວ່າ “ການ​ຟື້ນ​ຟູ​ເສດຖະກິດ​ໃນ​ປະ​ເທດ​ຂອງທ່ານ Trump ​ເພື່ອ​ວ່າ​ປະຊາຊົນ​ຢູ່​ທີ່​ນີ້​ຈະສາມາດ​ມີ​ຊີວິດ​ໃຫ້​ດີ​ຂຶ້ນ.”

ພ້​ອມກັບ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ຄວາມ​ປອດ​ໄພແຫ່ງ​ຊາດຂອງ​ສະຫະລັດ​ ເພື່ອ​ປ້ອງ​ກັນຊາ​ວອາ​ເມຣິກັນ​ແລ້ວ ຜູ້​ໂຕນ​ໜີ​ຄົນ​ນີ້ໄດ້​ກ່າວ​ເພີ້​ມວ່າ “ທ່ານ​ຄວນຈະ​ເພີ້​ມການ​ກົດ​ດັນຕໍ່ພຽງຢາງ ​ໂດຍ​ລົງ​ໂທດ​ໜັກ​ຂຶ້ນ​ຕໍ່​ເກົາຫລີ​ເໜືອ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ