FB ກ່າວວ່າອິດສະລະພາບ ດ້ານສື່ມວນຊົນ ຕົກຕໍ່າລົງ ຢູ່ໃນຫລາຍປະເທດ

  • ທອງປານ ເທບວົງສາ

ນັກຂ່າວແລະນັກເຄື່ອນໄຫວພາກັນເດີນຂະບວນປະທ້ວງ ຮຽກຮ້ອງເອົາເສລີພາບດ້ານການຂ່າວ ກາງນະຄອນຫລວງ Ankara ຂອງປະເທດ Turkey, ເມື່ອວັນທີ 19 ມີນາ 2011. (file photo)

ອົງການ Freedom House ຫລື “​ເຄຫາ​ອິດ​ສະລະ​ພາບ” ຊຶ່ງ​ເປັນກຸ່ມ​ຈັດຕັ້ງທີ່​ມີສູນ​ກາງ​ຢູ່​ໃນ​ສະຫະລັດ ທີ່​ຕິດຕາມ​ເບິ່ງ​ສະພາບ​ຄວາມ​ເປັນ​ໄປ​ດ້ານສິດທິ​ມະນຸດຢູ່​ໃນ​ທົ່ວ​ໂລກ​ໃນ​ເວລາ​ນີ້ ກ່າວ​ວ່າ ຈໍານວນ​ປະຊາ​ຊົນ​ທີ່​ສາມາດ​ເຂົ້າຫາ​ເຂົ້າ​ເຖິງ​ສື່​ມວນ​ຊົນ​ທີ່​ເສລີ​ແລະ​ອິດສະຫລະ ​ນັ້ນ​ ໄດ້​ຫລຸດລົງ​ໄປສູ່ລະ​ດັບ​ຕໍ່າສຸດ​ ໃນ​ໄລຍະ​ສິບ​ກວ່າ​ປີຜ່າ​ນມາ. ​ໃນ​ລາຍ​ງານຜົນ​ການ​ສໍາ​ຫລວດປະ​ຈໍາປີ​ທີ່​ຫາ​ກໍນໍາອອກ​​ເປີດ​ເຜີຍ​ໃໝ່ໆ​ ອົງການ Freedom House ​ເວົ້າ​ວ່າ ມີ ຫລາຍ​ປະເທດສໍາຄັນໆທີ່ໄດ້ເຫັນການຕົກຕໍ່າລົງຢ່າງໃຫຍ່ຫລວງ ເມື່ອປີຜ່ານມາ ແລະວ່າໃນ ທຸກ 6 ຄົນໃດ ມີພຽງ 1 ຄົນ​ເທົ່າ​ນັ້ນ​ທີ່ອາໃສຢູ່ໃນພວກປະເທດ ທີ່ຖືກຈັດວ່າມີເສລີພາບ ດ້ານການຂ່າວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ William Ide ມີ​ລາຍ​ງານ​ກ່ຽວກັບ​ເລື້ອງ​ນີ້ ດັ່ງທອງປານ ຈະ​ນໍາມາສະເໜີທ່ານ.

ໃນດັດຊະນີກ່ຽວກັບເສລີພາບຂອງສື່ມວນຊົນໂລກປະຈໍາປີນີ້
ຢູ່​ໃນ 196 ປະເທດແລະອານາເຂດນັ້ນ ອົງການ ຟຣີດົມ
ເຮົ້າສ໌ ກ່າວວ່າ ຕົນໄດ້ຈັດ​ໃຫ້ 68 ປະເທດ ເປັນປະເທດມີ
ເສລີພາບດ້ານສື່ມວນຊົນ ແລະສ່ວນປະເທດທີ່ເຫລືອໃນ
ສອງສ່ວນສາມນັ້ນ ເປັນປະເທດທີ່ມີເສລີພາບເປັນບາງສ່ວນ ຫລືບໍ່ມີເລີຍ.

ນາງ Karin Karlekar ບັນນາທິການອາວຸໂສຂອງຟຣີ
ດົມ ເຮົ້າສ໌ ກ່າວວ່າ ນີ້ເປັນການຈັດ​ອັນ​ດັບ​ແບບ​ເທົ່າໆ
ກັນ ແຕ່ຖ້າ​ພິຈາລະນາ​ຢ່າງລະອຽດຫລາຍຂຶ້ນ​ແລ້ວ ຈະ
ເຫັນສະພາບການທີ່ແຕກຕ່າງໄປຈາກນີ້ ຊຶ່ງ​ນາງ​ອະທິບາຍ​ວ່າ:

“ຖ້າພວກເຮົາເບິ່ງສະຖິຕິປະຊາກອນແລ້ວ ສະຖານ​
ນະ​ການ​ແມ່ນ​ໜັກຫລາຍກ່ວາ​ນັ້ນ​ອີກ ຄືມີພຽງ 15
ເປີເຊັນຂອງ​ປະຊາກອນ​ໂລກ ຫລືເທົ່າກັບນຶ່ງໃນຫົກ
ຄົນໃດ​ເທົ່າ​ນັ້ນ ທີ່ອາໃສຢູ່ໃນປະເທດທີ່ມີເສລີພາບດ້ານຂ່າວສານ​ຫລືສື່ມວນຊົນ
ໃນຂະນະທີ່ອີກ 42 ເປີເຊັນນັ້ນ ມີເສລີພາບດ້ານ​ການ​ຂ່າວເປັນບາງສ່ວນແລະອີກ
43 ເປີເຊັນ ຊຶ່ງ​ແມ່ນສ່ວນໃຫຍ່ນັ້ນເປັນປະເທດບໍ່ມີເສລີພາບດ້ານສື່ມວນຊົນເລີຍ.”

ນາງ Karin Karlekar ບັນນາທິການ ອາວຸໂສຂອງ Freedom House.

ທ່ານນາງ Karlekar ໄດ້ຖະ​ແຫລ​ງກ່ຽວ​ກັບ
ເລື້ອງ​ນີ້ຢູ່ທີ່ຫໍພິພິທະພັນຂ່າວຫລື Newseum
ຊຶ່ງເປັນຫໍພິພິທະພັນປະວັດສາດການຂຽນຂ່າວ
ທີ່ນະຄອນຫລວງວໍຊິງຕັນດີຊີ ໃນກອງປະຊຸມ
ບັ້ນນຶ່ງທີ່​ຈັດ​ຂຶ້ນ​ ເພື່ອເປັນຂີດໝາຍວັນເສລີ
ພາບດ້ານຂ່າວສານໂລກ​ເມື່ອ​ວັນ​ທີ 3 ພຶດສະ
ພາ​ຜ່ານ​ມາ​ນີ້. ທ່ານນາງກ່າວຕື່ມວ່າ ຍ້ອນ
ຫລັງຄືນໄປເບິ່ງ​ໄລຍະສາມສິບປີຜ່ານມາ ທີ່​
ອົງການ Freedom House ໄດ້ຕິດຕາມ
ເບິ່ງເສລີພາບຂອງ​ສື່​ມວນ​ຊົນ​ໃນ​ທົ່ວໂລກ
ກໍເຫັນວ່າ​ໄດ້ມີການປັບປຸງ​ໃຫ້ດີຂຶ້ນຫລາຍ
ແຕ່ພ້ອມດຽວ​ກັນ​ນັ້ນ ກໍ​ມີ​ອັນທີ່ທ່ານນາງ
ເວົ້າວ່າ ການຕົກຕໍ່າລົງທີ່​ໜ້າເປັນຫ່ວງເມື່ອ ບໍ່ດົນຜ່ານມານີ້.

“ຖ້າຈະເວົ້າໃນແງ່ທ່າອຽງໂດຍລວມ​ແລ້ວ ສິ່ງທີ່ພວກເຮົາເຫັນນັ້ນ ກໍແມ່ນວ່າ ​ໃນ​
ຂະນະ​ທີ່ການຄວບຄຸມແບບເປີດເຜີຍ ແລະການກວດກາ​ພວກສື່ ທາງດ້ານການພິມ ແລະການອອກອາກາດນັ້ນ ​ໄດ້ໂຍະຍານລົງໄປແດ່ນັ້ນ ຊໍ້າພັດ​ມີ​ການເອົາວິທີການ
ຊັກ​ຈູງ​ແບບອື່ນໆມາໃຊ້ ຊຶ່ງ​ມີ​ຕັ້ງ​ແຕ່ການຮາວີ​ກັ່ນ​ແກ້ງທາງດ້ານກົດໝາຍແລະກົດ
ເກນ ​ໄປ​ຈົນ​ເຖິງ​ການນາບຂູ່​ໃຫ້ຢ້ານ​ກົວ ແລະການໂຈມຕີທໍາຮ້າຍ​ຮ່າງກາຍພວກ
ນັກຂ່າວຢ່າງ​ໂຈ່ງ​ແຈ້ງ.”

ອົງການ Freedom House ກ່າວອີກວ່າ ອີຈິບ ຮອນດູຣັສ ຮັງກາຣີ ເມັກຊິໂກ ເກົາຫລີ
ໃຕ້ ໄທ ແລະ ຢູເຄຣນ ແມ່ນ​ໂຮມ​ຢູ່​ໃນພວກປະເທດທີ່​ໄດ້ມີການຕົກຕໍ່າລົງຢ່າງສໍາຄັນ.

ການກໍ່ຄວາມຮຸນແຮງຢູ່ໃນປະເທດແມ໊ກຊິໂກນັ້ນ ທີ່​ສືບ​ເນື່ອງມາຈາກບັນຫາການຄ້າຢາເສບ
ຕິດ ແລະສົງຄາມປາບຢາເສບຕິດທີ່ກໍາລັງດໍາເນີນໄປ ຢູ່ໃນຂະນະນີ້ ​ແມ່ນ​ໄດ້ນໍາໄປສູ່ການ
ເພີ່ມທະວີ​ຂຶ້ນ​ຢ່າງ​ຫລວງຫລາຍ​ໃນການໂຈມຕີ​ຕໍ່ພວກນັກຂ່າວ ພ້ອມກັບ​ໃນລະດັບຂອງ​ການ
ກວດກາ​ຕົນ​ເອງ ແລະສິດທິພິເສດ​ໃນ​ການ​ຖືກ​ຍົກ​ເວ້ນ​ຈາກ​ການ​ຖືກ​ລົງ​ໂທດຂອງ​ພວກ​ຕໍາ
ຫລວດ ທີ່​ກະທໍາ​ຮຸນ​ແຮງ​ຕໍ່​ນັກ​ຂ່າວ​ນັ້ນ.

ຮູບກຣາຟິກທີ່ສະແດງໃຫ້ເຫັນຈໍານວນປະເທດທີ່ມີເສຮີພາບ ດ້ານຂ່າວສານ(68 ປະເທດ) ມີເປັນບາງສ່ວນ(65 ປະເທດ) ແລະບໍ່ມີເລີຍ(63 ປະເທດ) ຕາມການສໍາຫລວດຂອງອົງການ Freedom House.

ທີ່​ປະ​ເທດ​ອີ​ຈິບ​ນັ້ນ Freedom
House ກ່າວວ່າ ການກວາດ
ລ້າງຢ່າງໜັກໜ່ວງ ກ່ອນໜ້າ
ການເລືອກຕັ້ງສະພາ​ແຫ່ງ​ຊາດ
ເມື່ອເດືອນພະຈິກປີຜ່ານມານັ້ນ
ໄດ້​ສົ່ງ​ຜົນ​ໃຫ້ລະດັບເສລີພາບ
ດ້ານການຂ່າວຂອງປະເທດດັ່ງ
ກ່າວ ຕົກລົງໄປຢູ່ລະດັບ ບໍ່​ມີ
ເສລີພາບ​ເລີຍ. ການຖອຍຫລັງ​
ໃນ​ລະດັບນ້ອຍກ່ວາ ກໍ​ໄດ້ປາ
ກົດໃຫ້ເຫັນ​ເຊ່ນ​ກັນຢູ່ໃນອີຣັກ ອິຣ່ານ ຄູເວດ ໂມຣອັກໂກ ແລະເຢເມັນ.

ທ່ານນາງ Karlekar ກ່າວອີກວ່າ ເຫດການຕ່າງໆໃນພາກຕາເວັນອອກກາງ ແລະອາຟຣິ
ກາເໜືອເມື່ອໝໍ່ໆມານີ້ ອາດສາມາດຊ່ວຍຕ່າວປີ້ນທ່າອ່ຽງຂອງໂລກ ແລະນໍາ​ໄປ​ສູ່ການ
ເຄຶ່ອນໄຫວໃນທາງບວກຫລາຍຂຶ້ນ ຢູ່​ໃນການສໍາຫລວດໃນຄັ້ງຕໍ່ໄປ. ທ່ານນາງ Karlekar ກ່າວວ່າ:

"ພວກເຮົາຫວັງຢ່າງຍິ່ງວ່າ ໃນປີຕໍ່ໜ້ານີ້ ພວກເຮົາຈະເຫັນການເຄຶ່ອນໄຫວ ໃນ
ທາງບວກ
ຫລາຍ​ຂຶ້ນ ແລະຫວັງວ່າການເຄຶ່ອນໄຫວບັ້ນຕ່າງໆ ໃນຂົງເຂດຕາເວັນ
ອອກ
ກາງ ແລະການປະຕິວັດຕ່າງໆໃນຕົ້ນປີ 2011 ນີ້ ຈະ​ໃຫ້​ຄວາມຫວັງແກ່
ພວກເຮົາວ່າ
ບາງທີທ່າອຽງຂອງການຕົກ​ຕໍ່າລົງ ທີ່ພວກເຮົາໄດ້ເຫັນໃນໄລຍະ 8
ປີຜ່ານມາ
ນັ້ນ ອາດມາເຖິງຈຸດຈົບໄດ້.”

ລາຍ​ງານຜົນການສໍາຫລວດຍັງໃຫ້ຂໍ້ສັງເກດອີກວ່າ ພວກລັດຖະບານທີ່ກົດຂີ່ປາບປາມປະຊາ
ຊົນນັ້ນ ໄດ້​ເພິ່ມທະວີຄວາມພະຍາຍາມຂຶ້ນ ເພື່ອຄວບຄຸມພວກພາຫະນະໃໝ່ໆຂອງການສື່
ສານ ເຊັ່ນລະບົບໂທະລະພາບຜ່ານດາວທຽມ ອິນເທີເນັດ ແລະໂທລະສັບມືຖື ເປັນຕົ້ນ.

ການເດີນຂະບວນຮຽກຮ້ອງເອົາເສລີພາບດ້ານການ ຂ່າວ ຢູ່ຟີລິບປີນ ໃນວັນເສລີພາບດ້ານການຂ່າວໂລກ ຫລື World Press Freedom Day, ວັນທີ 3 ພຶດສະພາ 2011.

ລາຍງານເວົ້າວ່າ ໂທລະພາບຜ່ານດາວທຽມ​
ໄດ້ປິດກັ້ນຢູ່ໃນອີຈິບແລະອິຣ່ານ. ເວບໄຊ້
ເຄືອຂ່າຍສັງຄົມ Facebook ນັ້ນ ກໍຖືກປິດ
ລົງຊົ່ວຄາວຢູ່ ໃນປາກີສຖານໃນປີ 2010
ແລະຍັງຄົງອັດ​ຢູ່ ບໍ່ເປີດບໍລິການຢູ່ໃນຈີນ
ຊີເຣຍ ແລະຫວຽດນາມ ເມື່ອປີກາຍ​ນີ້.

ເກົາຫລີໃຕ້ໄດ້ຖືກຄັດອອກຈາກບັນຊີພວກ
ປະເທດທີ່​ມີເສລີພາບ​ດ້ານການຂ່າວ ລົງມາ
ຢູ່​ໃນ​ລະດັບ ມີເສລີພາບ​ເປັນ​ບາງ​ສ່ວນ
ຂະນະ​ທີ່ປະ​ເທດໄທຕົກລົງ​ມາຈາກເປັນປະ
ເທດທີ່​ມີເສລີພາບ​ເປັນ​ບາງ​ສ່ວນຫລື​ເຄິ່ງໆ
ກາງໆ ມາເປັນປະເທດບໍ່ມີເສລີພາບເລີຍ
ລຸນຫລັງມີ​ການ​ດໍາ​ເນີນຄວາມພະຍາຍາມ
ເພີ່ມຂື້ນໃນທັງສອງປະເທດເພື່ອ​ກວດກາ​ຂ່າວ ​ທາງອິນເທີເນັດນັ້ນ

ທ່ານ Frank LaRue ຜູ້ສໍາຫລວດຂອງອົງການສະຫະປະຊາຊາດວ່າດ້ວຍເສລີພາບໃນ
ການສະແດງຄວາມຄິດຄວາມເຫັນ ກ່າວວ່າ ພວກນັກການເມືອງຫລາຍໆຄົນແມ່ນພາກັນ
ວິຕົກຮ້ອນຮົນ ເນຶ່ອງຈາກພວກເຂົາເຈົ້າເຊຶ່ອວ່າ ອິນເທີເນັດແມ່ນເປັນ​ໄພຂົ່ມຂູ່ ໃນຖານະ
ເປັນ​ລະບົບການສື່ສານທີ່ມີຮູບແບບຫ້າວຫັນ ແລະສ້າງປະຕິກິລິຍາຕໍ່​ເນື່ອງ. ທ່ານ LaRue ກ່າວ​ວ່າ:

“ເວລານີ້ ພວກເຮົາປາກົດເຫັນມີການກວດກາເພີ່ມຂຶ້ນ ບາງເທື່ອກໍມາໃນຮູບແບບ
ເກົ່າຂອງການ​ເຮັດ​ໃຫ້​ເປັນອາຊະຍາກໍາ ຫລື​ກະທໍາ​ຜິດ​ກົດໝາຍ ອາຊະຍາກໍາ​ໃນ​
ການທໍາລາຍຊື່ສຽງ ທີ່ມີຢູ່ໃນກະບວນການນິຕິບັດຢັດຂອງຫລາຍໆປະເທດ ແຕ່ບໍ່
ໄດ້ມີ​ການ​ນໍາ​ໃຊ້ມາເປັນເວລາດົນນານນັ້ນ ກໍໄດ້ຖືກຮື້ຟື້ນ​ຄືນ​ມາ​ໃນ​ເວລາ​ນີ້. ເກົາ
ຫລີໃຕ້ໄດ້ຖືກຈັດ​ໃຫ້ຢູ່ໃນສະຖານະພາບໃໝ່ໃນລາຍງານຂອງ Freedom House
ກໍ​ຍ້ອນ​ວ່າ​ໄດ້​ມີ​ການ​ກວດກາລະບົບອິນເທີເນັດ ​ແລະ​ພວກ​ທີ່​ສະ​ແດງ​ຄວາມ​ເຫັນ​
ລົງ​ທາງ​ອິນ​ເທີ​ເນັດ ກໍ​ໄດ້ຖືກຕໍາໜິຕິຕຽນ.”

Freedom House ກ່າວຕໍ່ໄປວ່າ ການກົດດັນເພີ່ມຕື່ມຕໍ່ວົງການສື່ມວນຊົນຢູ່ໃນປະ​ເທດ
ໄທ ທີ່​ປະສົບ​ກັບຄວາມວຸ້ນວາຍທາງການເມືອງນັ້ນ ໄດ້ນໍາໄປສູ່ລະດັບທີ່ຕົກຕໍ່າລົງ.

ທ່ານນາງ Karlekar ກ່າວອີກວ່າ ​ໂດຍສ່ວນໃຫຍ່​ແລ້ວ ລະດັບຂອງເສລີພາບທາງອິນເທີ
ເນັດແລະເສລີພາບດ້ານການຂ່າວນັ້ນ ​ແມ່ນ​ປະມານ​ເທົ່າໆ​ກັນ ຢູ່ໃນທັງພວກປະເທດທີ່​ດີ​ ແລະ​ບໍ່​ດີ.

ທ່ານນາງ Karlekar ກ່າວໃນທີ່ສຸດວ່າ ​ເຖິງ​ແມ່ນມີການ​ດໍາ​ເນີນຄວາມພະຍາຍາມເພີ່ມຂື້ນ
ນັບມື້ ​ເພື່ອຈໍາກັດຮັດແຄບແລະຈໍາກັດອິດທິພົນຂອງອິນເທີເນັດນັ້ນກໍ​ຕາມ ​ແຕ່​ສື່​ທີ່​ວ່າ​ນີ້
ກໍ​ຄື​ອິນ​ເທີເນັດ​ນັ້ນ ກໍມີສ່ວນໃນການເປີດເສລີພາບດ້ານສະຕິປັນຍາ ແລະ​ເປັນແຫລ່ງທີ່ມີ
ຄວາມສາມາດບົ່ມຊ້ອນ ທີ່ຈະໃຫ້ຄວາມຫວັງສໍາລັບການປ່ຽນແປງ.