ອຸນນະພູມສະເລ່ຍ ໃນປີ 2015 ນັ້ນ ເບິ່ງຄືວ່າ ຈະຮ້ອນທີ່ສຸດເປັນປະຫວັດການ ອິງຕາມ ອົງການອຸຕຸນິຍົມຂອງໂລກ ຫຼື World Meteorological Organization ທີ່ເອີ້ນຫຍໍ້ວ່າWMO.
ຜົນກະທົບໃນການຢ່ຽນແປງຂອງດິນຟ້າອາກາດ ໄດ້ເຮັດໃຫ້ອຸນນະພູມຂອງໂລກເພີ້ມຂຶ້ນ 1 ອົງສາ Celsius ສູງກວ່າໄລຍະກ່ອນຍຸກອຸດສາຫະກຳ ອິງຕາມອົງການ WMO.
ທ່ານ Michel Jarraud ເລຂາທິການໃຫຍ່ ຂອງອົງການ WMO ໄດ້ກ່າວວ່າ “ປີ 2015 ນີ້ ມີທ່າທາງວ່າຈະແມ່ນ ປີ ທີ່ຮ້ອນທີ່ສຸດ ທີ່ໄດ້ບັນທຶກໄວ້ ໂດຍທີ່ ອຸນນະພູມຂອງໜ້ານ້ຳທະເລ ໄດ້ສູງທີ່ສຸດ ນັບຕັ້ງແຕ່ໄດ້ມີການວັດແທກ. ມັນແມ່ນຂີດ 1 ອົງສາ Celsius ທີ່ຈະຕ້ອງໄດ້ຂ້າມ, ຊຶ່ງນີ້ ມັນແມ່ນຂ່າວບໍ່ດີສຳຫຼັບໂລກໜ່ວຍນີ້.”
ອົງການ WMO ຍັງກ່າວອີກວ່າ ມັນເປັນຍ້ອນການປະສົມປະສານລະຫວ່າງຄວາມຮ້ອນຂອງໂລກ ແລະປະກົດການ El Nino.
ທ່ານ Jarraud ໄດ້ກ່າວວ່າ “ພວກເຮົາໄດ້ເປັນສັກຂີພະຍານຂອງປະກົດການ El Nino ຢ່າງແຮງມາແລ້ວ ທີ່ຍັງເພີ້ມກຳລັງຂອງມັນຢູ່ ຊຶ່ງນີ້ເປັນການມີອິດທິພົນຕໍ່ສະພາບດິນຟ້າ
ອາກາດ ຢູ່ໃນຫລາຍໆເຂດຂອງໂລກ ແລະເປັນແຮງກົດດັນໃຫ້ມີຄວາມຮ້ອນເປັນພິເສດໃນເດືອນຕຸລາ. ຜົນກະທົບຂອງການອົບອຸ່ນໂດຍທົ່ວໄປ ຈາກປະກົດການ El Nino ນີ້ ຍັງຄາດວ່າ ຈະສືບຕໍ່ ໄປຈົນຮອດ ປີ 2016.”
ອິງຕາມລາຍງານຂອງ ອົງການ WMO ແລ້ວ ໃນຮອບ 5 ປີ ຈາກ ປີ 2011 ຫາ 2015 ແມ່ນຊຸມປີທີ່ຮ້ອນທີ່ສຸດ ເປັນປະຫວັດການ “ດ້ວຍສະພາບອາກາດທີ່ຮ້ອນຈັດ -ໂດຍສະເພາະ ຄື້ນຂອງຄວາມຮ້ອນ ທີ່ໄດ້ຮັບອິດທິພົນຈາກການປ່ຽນແປງຂອງດິນຟ້າອາກາດ.”
ລາຍງານຍັງໄດ້ກ່າວວ່າ ອາເມຣິກາໃຕ້ ແມ່ນຮ້ອນທີ່ສຸດເປັນປະຫວັດການ ດັ່ງດຽວກັນກັບ
ເອເຊຍ ຄ້າຍຄື ປີ 2007 ສ່ວນອາຟຣິກາແລະຢູໂຣບ ນັ້ນ ແມ່ນມີສະພາບຮ້ອນທີ່ສຸດເປັນອັນດັບສອງຂອງພວກເຂົາເຈົ້າ.