ຊາວໂລກພາກັນລະນຶກເຖິງຂີດໝາຍ ວັນໂຮໂລຄອດຕ໌ ໃນວັນເສົາມື້ນີ້ ທີ່ເປັນວັນຄົບຮອບການປົດປ່ອຍສູນມໍລະນະ ອອສວິຕຊ໌ ຂອງພວກນາຊີ ໃນປີ 1945.
ພິພິດທະພັນໄວ້ອາໄລ ໂຮໂລຄອສຕ໌ສະຫະລັດ ຢູ່ນະຄອນຫລວງວໍຊິງຕັນ ໄດ້ເປັນ
ເຈົ້າພາບຮັບຕ້ອນບັນດາເຈົ້າໜ້າທີ່ມາຈາກທົ່ວໂລກ ເພື່ອລະລຶກເຖິງການຂ້າລ້າງ
ເຊື້ອຊາດເຜົ່າພັນຊາວຍີວ.
ເອກອັກຄະລັດຖະທູດ ຂອງສະຫະພາບຢູໂຣບ ທ່ານເດວິດ ໂອຊູລິວັນ ກ່າວວ່າ ຫໍພິ
ພິດທະພັນ ໄວ້ອາໄລໂຮໂລຄອສຕ໌ ເປັນທີ່ສຳຄັນ ຕໍ່ພວກຄົນລຸ້ນໃໝ່ ໃນອະນາຄົດ
ເພື່ອຮຽນຮູ້ກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນທີ່ຜ່ານມາ.
Your browser doesn’t support HTML5
EU Ambassador: New Generation Needs to Keep Memory Alive
ທ່ານໂອຊູລິວັນ ກ່າວວ່າ “ຄົນລຸ້ນໃໝ່ຍັງຕ້ອງການໃຫ້ຜູ້ຄົນ ເລື່ອງລາວແລະສະຖານ
ທີ່ຕ່າງໆ ເພື່ອຮັກສາຄວາມຊົງຈຳ ໃຫ້ມີຢູ່ຕໍ່ໄປ. ເພື່ອໃຫ້ເປັນທີ່ແນ່ນອນວ່າ ພວກເຮົາ
ຮັກສາຄໍາໝັ້ນສັນຍານັ້ນໄວ້ ໃນຕອນທ້າຍຂອງໂຮໂລຄອສຕ໌ ບໍ່ໃຫ້ເກີດຂຶ້ນອີກເລີຍ.”
Your browser doesn’t support HTML5
Letter From Secretary General of Muslim World League
ບັນດາເຈົ້າໜ້າທີ່ຫໍພິດທະພັນຍັງອ່່ານໜັງສືສະບັບນຶ່ງຈາກ ດຣ. ມູຮາມາດ ອາລ-ອິສ
ສາ ເລຂາທິການໃຫຍ່ຂອງສັນນິບາດມຸສລິມໂລກ ທີ່ມີຫ້ອງການຢູ່ຊາອຸດີ ອາຣາເບຍ
ຜູ້ທີ່ໄດ້ຂຽນວ່າ “ຜູ້ໃດກໍຕາມ ທີ່ມີຈິດໃຈຖືກຕ້ອງນັ້ນ ຈະຍອມຮັບ ໃຫ້ຄວາມເຫັນໃຈຫຼື
ແມ່ນແຕ່ຫລຸດຜ່ອນການກະທຳຜິດທີ່ທາລຸນນັ້ນລົງ.”
Your browser doesn’t support HTML5
Saved by Ukrainian Family, Jewish Boy Lived to Become Nobel Laureate
ສະຕີໝາຍເລກນຶ່ງ ທ່ານາງເມລາເນຍ ທຣໍາ ແມ່ນຜູ້ນຶ່ງທີ່ໄດ້ເຂົ້າຮ່ວມຢູ່ໃນການທ່ຽວ
ຊົມຫໍພິພິດທະພັນ ໂຮໂລຄອສຕ໌ ໃນວັນສຸກວານນີ້ ແລະ ໄດ້ຂຽນຂໍ້ຄວາມ ລົງທາງ
Twitter ວ່າ ທ່ານນາງໄດ້ມີປະສົບ ກັບການ “ຢ້ຽມຊົມທີມີພະລັງແລະມີຄວາມຮູ້ສຶກ.”
ທ່ານນາງໄດ້ລົງຮູບແຜ່ນນຶ່ງຂອງທ່ານນາງ ທີ່ໃຕ້ທຽນໄຂ ຢູ່ຝາສຳລັບສູດພະວັນນາ.