ລາຄາຮຸ້ນໃນຕະຫຼາດຢູໂຣບ ລົດລົງ ຫຼັງຈາກຖີບຂຶ້ນ ເປັນເວລາສັ້ນໆ

  • ສິງ ບູຣົມມະວົງ

Leader of the New Democracy conservative partyທ່ານ Antonis Samaras, ເບື້ອງຂວາ ຜູ້ນໍາພັກປະຊາທິປະໄຕໃໝ່ຂອງກຣິສ ຈັບມືກັບທ່ານ Alexis Tsipras,ຫົວໜ້າພັກ Syriza ຂອງກຣິສ. ວັນທີ 18 ມິຖຸນາ 2012..

ລາຄາ​ຮຸ້ນ​ໃນ​ຕະຫຼາດ​ຢູ​ໂຣບ​ໄດ້​ລົດ​ລົງ ​ຫຼັງ​ຈາກ​ໄດ້​ເພີ່ມ​ຂຶ້ນ​ເປັນເວລາສັ້ນໆໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ໂດຍ​ບໍ່​ໄດ້​ສືບ​ຕໍ່​ຂຶ້ນ​ລາຄາ​ຄື​ກັນກັບຕະຫຼາດ ຮຸ້ນ​ຢູ່ໃນ​ເອ​ເຊຍ​ ຫຼັງ​ຈາກ​ພວກ​ພັກ​ທີ່ເຫັນ​ດີ​ໃຫ້​ຮັບ​ເອົາການ​ຊ່ອຍ​ເຫລືອ​ເພື່ອ​ກູ້​ໜີ້​ສິນ​ ​ໄດ້ຮັບສຽງ​ສະໜັບສະ​ໜຸນຫລາຍ​ພໍ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ກຣິສ ​ເພື່ອ​ປະກອບ​ຄະນະ​ລັດຖະບານ​ປະສົມ​ຂຶ້ນ​ນັ້ນ.

​ແຕ່ລາຄາຮຸ້ນ​ໃນຕະຫຼາດ​ກຣິສ ​ຍັງ​ຢູ່​ໃນ​ລະດັບ 5 ​ເປີ​ເຊັນ​ ສູງ​ຂຶ້ນ​ຢູ່ຕໍ່​ມາ ຫຼາຍ​ຊົ່ວ​ໂມງ​ຫລັງ​ຈາກຕະຫຼາດຮຸ້ນໄຂຂຶ້ນໃນ​ຕອນ​ເຊົ້າ​ມື້​ນີ້ ​ແຕ່​ຢູ່​ ​ແຫ່ງ​ອື່ນໆ​ໃນ​ຢູ​ໂຣບ ຄວາມ​ຢ້ານ​ກົວກ່ຽວ​ກັບ​ການ​ພັງ​ທະລາ​ຍຂອງເສດ ຖະກິດ​ອື່ນໆທີ່ກໍາລັງ​ປະ​ເຊີນ​ກັບ​ບັນຫາ ທີ່​ຮວມທັງ​ໃນ​ປະ​ເທດສະ​ເປ​ນ​ແລະ​ອີ​ຕາ​ລີນໍາ​ນັ້ນ ​ໄດ້​ລົບ​ລ້າງ​ລາຄາ​ຮຸ້ນ​ທີ່​ສູງ​ຂຶ້ນ​ໃນ​ຕອນ​ເຊົ້າ​ມື້​ນີ້​.

​ຢູ່​ເອ​ເຊຍ ດັດຊະ​ນີຮຸ້ນ Nikkei ຂອງ​ຍີ່ປຸ່ນ​ໄດ້​ສູງ​ຂຶ້ນ​ເກືອບ 2 ​ເປີ​ເຊັນ ເວ​ລາ​ຕະຫຼາດ​ອັດ​ລົງ​ໃນ​ມື້​ນີ້ ​ແລະ​ທີ່​ຮອງ​ກົງ ລາຄາ​ຮຸ້ນ​ Hang Seng ສູງ​ຂຶ້ນ​ 1 ​ເປີ​ເຊັນ. ບັນດາ​ນັກວິ​ເຄາະ​ກ່າວ​ເຕືອນ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ບັນ ຫາ​ທ້າ​ທາຍ​ຕ່າງໆ ຍັງ​ຄົງ​ມີ​ຢູ່​ໃນ​ກຣີສ ​ໃນ​ຢູ​ໂຣບ​ແລະ​ໃນເສດຖ​ະກິດ​ຂອງໂລກ ​ແລະ​ວ່າ ການ​ຟື້ນ​ໂຕ​ຄືນ​ໃດໆ​ອາດສາມາດ​ເປັນ​ໄລຍະ​ເວລາ​ພຽງສັ້ນໆ​ເທົ່ານັ້ນ.

ສະຫະພາບ​ຢູ​ໂຣບ​ ແລະ​ກອງ​ທຶນ​ສາກົນ​ຫຼື IMF ​ໄດ້​ວາງ​ເງື່ອນ​ໄຂປະຢັດ ມັດທະຍັດຕັດ​ລາຍຈ່າຍ​ທີ່​ເຂັ້ມ​ງວດ​ຫລາຍ​ຢ່າງສໍາລັບ​ກຣິສ ​ເພື່ອ​ແລກປ່ຽນ ກັບການ​ຊ່ອຍກູ້​ໜີ້​ສິນ​ຂອງ​ປະ​ເທດ​ນັ້ນ. ການ​ຕັດ​ລາຍ​ຈ່າຍ​ລົງ​ບໍ່​ເປັນ​ທີ່​ນິຍົມ​ກັນ​ໃນກຣິສ ບ່ອນ​ທີ່​ພວກ​ພັກ​ການ​ເມືອງທັງຫລາຍ​ທີ່ຄັດຄ້ານ​ ໄດ້​ຮຽກຮ້ອງ​ໃຫ້​ລົບ​ລ້າງ​ໂຄງການຊ່ອຍກູ້​ໜີີ້ສິນ​ດັ່ງກ່າວ.