ບັນດາຜູ້ນຳຈາກຫລາຍກວ່າ 170 ປະເທດ ໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງ ໃນວັນສຸກວານນີ້ທີ່ແນໃສ່ເພື່ອຈຳກັດການເພີ້ມສູງຂຶ້ນຂອງອຸນຫະພູມແລະເຮັດໃຫ້ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ໂລກມະນຸດເຮົາຊ້າລົງ.
ຂໍ້ຕົກລົງດັ່ງກ່າວ ໄດ້ບັນລຸກັນທີ່ນະຄອນປາຣີ ໃນທ້າຍປີກາຍນີ້ ແຕ່ໄດ້ລົງນາມກັນໃນວັນສຸກວານນີ້ ຊຶ່ງກົງກັນກັບວັນອະນຸລັກໂລກ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ເຕືອນວ່າ ພວກເຮົາກຳລັງແຂ່ງຂັນກັບເວລາ. ໂອກາດໃນການຮັກສາອຸນຫະພູມຂອງໂລກ ບໍ່ໃຫ້ສູງຂຶ້ນຮອດ 2 ອົງສາແຊລເຊີສ ບໍ່ຕ້ອງເວົ້າເຖິງ 1.5 ອົງສາ ຊຶ່ງກຳລັງປິດລົງ ຢ່າງວ່ອງໄວ ຍຸກສະໄໝຂອງການບໍລິໂພກໂດຍປາສະຈາກຜົນທີ່ຕິດຕາມມານັ້ນແມ່ນໄດ້ໝົດໄປແລ້ວ.
ທ່ານເວົ້າວ່າ ປະເທດຕ່າງໆຕ້ອງໄດ້ເພີ້ມ ການດຳເນີນຄວາມພະຍາຍາມ ເພື່ອຫຼຸດຜ່ອນເສດຖະກິດຂອງເຂົາເຈົ້າ ບໍ່ໃຫ້ປ່ອຍທາດຄາບອນແລະຮຽກຮ້ອງໃຫ້ສະໜັບສະໜຸນບັນ ດາປະເທດທີ່ກຳລັງພັດທະນາໃນການຫັນປ່ຽນດັ່ງກ່າວນີ້.
ປະເທດຕ່າງໆ ທີ່ລົງນາມໃນຂໍ້ຕົກລົງສະບັບນີ້ ແມ່ນຕາງໜ້າໃຫ້ຫລາຍກວ່າ 93 ເປີເຊັນໃນການປ່ອຍແກັສເຮືອນແກ້ວຂອງໂລກ. ນອກນັ້ນເຂົາເຈົ້າຍັງປະກອບເປັນກຸ່ມປະເທດ ທີ່ໃຫຍ່ທີ່ສຸດທີ່ໄດ້ລົງນາມໃນມື້ທຳອິດຂອງຂໍ້ຕົກລົງນາໆຊາດໃດໆກໍຕາມ.
ປະເທດທີ່ປ່ອຍແກັສເຮືອນແກ້ວຫຼາຍທີ່ສຸດ ຄືຈີນແລະສະຫະລັດຊຶ່ງຮວມກັນແລ້ວແມ່ນ ປະກອບເປັນປະມານ 40 ເປີເຊັນຂອງການປ່ອຍແກັສເຮືອນແກ້ວທັງໝົດນັ້ນ ຕ່າງກໍໄດ້ ຮຽກຮ້ອງໃຫ້ມີການບັງຄັບໃຊ້ຂໍ້ຕົກລົງດັ່ງກ່າວກ່ອນກຳນົດ.
Your browser doesn’t support HTML5
World Leaders Sign Historic Climate Change Agreement
ຊຶ່ງນັ້ນຈຳເປັນຕ້ອງມີ 55 ປະເທດທີ່ຕາງໜ້າໃຫ້ແກ່ 55 ເປີເຊັນໃນການປ່ອຍແກັສເຮືອນແກ້ວຂອງໂລກ ລົງນາມແລະໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດັ່ງກ່າວນີ້. ໃນວັນສຸກວານນີ້ ມີ 15 ປະເທດຊຶ່ງສ່ວນໃຫຍ່ແລ້ວແມ່ນປະເທດເກາະດອນນ້ອຍໆໄດ້ຍື່ນການໃຫ້ສັດຕະຍາ ບັນຂອງພວກເຂົາເຈົ້າຕໍ່ເລຂາທິການໃຫຍ່ສະຫະປະຊາຊາດ.
ທ່ານ Zhang Gaoli ຮອງນາຍົກລັດຖະມົນຕີຈີນກ່າວວ່າ ປະເທດຂອງທ່ານມີແຜນການທີ່ຈະລົງນາມ ແລະໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງສະບັບນີ້ ກ່ອນກອງປະຊຸມສຸດຍອດຂອງກຸ່ມຈີ 20 ຊຶ່ງຈະມີຂຶ້ນຢູ່ເມືອງຫັງໂຈວ ປະເທດຈີນ ໃນເດືອນກັນຍາປີນີ້.
ດາລາ Di Caprio ຜູ້ສົ່ງຂ່າວສັນຕິພາບ ສປຊ ກ່າວໃນລະຫວ່າງພິທີລົງນາມ ໃນຂໍ້ຕົກລົງ ວ່າດ້ວຍດິນຟ້າ ອາກາດປາຣີ ທີ່ສຳນັກງານໃຫຍ່ ສປຊ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຊຶ່ງເປັນຜູ້ລົງນາມໃຫ້ແກ່ ລັດຖະບານທ່ານໂອບາມາກໍກ່າວວ່າ ສະຫະລັດມີແຜນການທີ່ຈະເຂົ້າຮ່ວມໃນຂໍ້ຕົກລົງປາຣີພາຍໃນປີນີ້.