ປ. Obama ຮຽກຮ້ອງໃຫ້ ເອົາບາດກ້າວ ຮັບມື ການປ່ຽນແປງ ດິນຟ້າອາກາດ ຂອງໂລກ

Your browser doesn’t support HTML5

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ມີໝາຍ​ກຳນົດ
​ທີ່​ຈະ​ພົບ​ປະກັບ ທ່ານ Recep Tayyip Erdogan ປະທານາ
ທິບໍດີເທີ​ກີ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ວັນ​ສຸດ​ທ້າຍ​ທີ່ທ່ານເຂົ້າຮ່ວມ
ກອງ​ປະຊຸມສຸດຍອດ ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ
ທີ່ນະຄອນຫຼວງປາຣີ.

ທ່ານ ໂອ​ບາ​ມາ ​ແລະ​ທ່ານ Erdogan ມີ​ໜາຍ​ກຳໜົດ​ທີ່​ຈະ​ພົບ​ປະ
ກັນ ທີ່​ບ້ານ​ພັກຂອງທູດ​ສະຫະລັດ ​ໃນ​ປາຣີ ບ່ອນ​ທີ່​ປະທານາທິບໍດີ
ພັກ​ເຊົາຢູ່ນັ້ນ.

​ເປັນ​ທີ່​ຄາດ​ກັນ​ວ່າ ພວກ​ທ່ານ​ຈະ​ປຶກສາ​ຫາລື​ກັນກ່ຽວ​ກັບ​ເລື້ອງ​ການ​ຕໍ່ສູ້​ຕ້ານ ​ກຸ່ມ​ລັດ​ອິສ ລາມ ພ້ອມ​ກັບ​ເລື້ອງທີ່​ກອງ​ກຳລັງ​ເທີ​ກີ ​ໄດ້ຍິງ​ເຮືອ​ບິນ​ລົບຂອງຣັດ​ເຊຍ​ຕົກ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ເຂດ​ນ່ານຟ້າ​ຂອງ​ເທີ​ກີ ນັ້ນ.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຄຳປາໄສ ໃນກອງປະຊຸຸມການປ່ຽນແປງຂອງດິນຟ້າອາກາດຂອງໂລກ 2015 (Le Bourget, ໃກ້ປາຣີ, ຝຣັ່ງ, 30 ພະຈິກ, 2015.

ທ່ານ​ໂອ​ບາ​ມາ ​ໄດ້ພົບ​ປະ​ກັບ​ທ່ານ Vladimir Putin ປະທານາທິບໍດີຣັດ ​ເຊຍ ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອປຶກສາ​ຫາລືກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ. ຮອງ​ທີ່​ປຶກສາ​ດ້ານ​ຄວາມປອດ​ໄພ​ແຫ່ງ​ຊາດ​ຂອງ​ສະຫະລັດ ທ່ານ Ben Rhodes ກ່າວ​ວ່າ ທ່ານ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Putin ປະສານງານກັບເທີກີ ເພື່ອຜ່ອນຄາຍສະຖານະການ ໃຫ້ເບົາບາງລົງ.

ມີການຄາດຄະເນວ່າ ທ່ານໂອບາມາ ຈະບິນກັບວໍຊີງຕັນ ໃນແລງວັນອັງຄານມື້ນີ້ ຫຼັງຈາກ ທີ່ໄດ້ພົບປະກັບກຸ່ມບັນດາປະເທດເກາະດອນນ້ອຍໆ ທີ່ຈະໄດ້ກະທົບຢ່າງໜັກຈາກການ
ປ່ຽນແປງຂອງດິນຟ້າອາກາດ.

​ທ່ານໂອບາມາ ໄດ້ຂຶ້ນເວທີກ່າວຄຳ​ປາ​ໄສ ຕໍ່ກອງປະຊຸມ ໃນວັນຈັນວານນີ້ ຊຶ່ງຮຽກຮ້ອງໃຫ້
ບັນດາຜູ້ນຳຂອງ​ໂລກທັງຫຼາຍ“ໃຫ້ຍືນຂຶ້ນ ສະແດງອອກ ໃນເວລານີ້”ບອກພວກເຂົາເຈົ້າ ທັງຫຼາຍ ເຖິງຄວາມ​ກ້າວໜ້າ ຕໍ່ກອງປະຊຸມສຸດຍອດ ກ່ຽວກັບການປ່ຽນແປງຂອງດິນຟ້າ
ອາກາດໃນປາຣີ ຈະເປັນການວັດແທກໂດຍ “ການທົນທຸກ ທີ່ຖືກບ່ຽນເບນ ແລະໜ່ວຍ
ໂລກທີ່ຄວນຈະຖືກຖະໜຸຖະໜອມຮັກສາ​ໄວ້ນັ້ນ.”

ປ. ສຫລ. ທ່ານ Barack Obama (ຊ້າຍ), ພົບປະກັບປະທານປະເທດຈີນ ທ່ານ Xi Jinping ນອກສະໜາມ ໃນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງໂລກ, ທີ່ Le Bourget, ຂ້າງນອກປາຣີ, 30 ພະຈິກ, 2015.

ທ່ານໂອບາມາ ໄດ້ກ່າວວ່າ ບັນດາຜູ້ນຳຂອງປະເທດທັງຫຼາຍ ທີ່​ໄປ​ຮ່ວມ ແມ່ນຮັບ​ຮູ້​ເຖິງ
ຄວາມຮີບດ່ວນຂອງເປົ້າໝາຍທີ່ຈະຫລຸດຜ່ອນການ​ປ່ອຍແກ໊ສຄາບອນ ແລະຈຳກັດການ ​ເພີ້ມຂຶ້ນຂອງອຸນນະພູມຢູ່ໃນທົ່ວໂລກນັ້ນແລະໄດ້ກ່າວເຖິງຂັ້ນຕອນການດຳເນີນງານໃນ
ສະຫະລັດ ແລະຫຼາຍໆປະເທດ ທີ່ໄດ້ເລີ້ມປະຕິບັດກັນແລ້ວນັ້ນ.

ທ່ານ ໄດ້ກ່າວວ່າ “ພາລະໜ້າທີ່ຂອງພວກເຮົາໃນປາຣີ ນີ້ ແມ່ນເພື່ອເຮັດໃຫ້ການບັນລຸ​ຜົນ ​ເຫລົ່ານີ້ ຫັນປ່ຽນໃຫ້ເປັນແຜນວຽກງານທີ່ຍືນຍົງເພື່ອຄວາມກ້າວໜ້າ​ຂອງ​ມະນຸດ​ ຊຶ່ງມັນບໍ່ແມ່ນການແກ້ບັນຫາແບບຊົວ​ໄລຍະ​ແຕ່ມັນເປັນແຜນການຍຸດທະສາດແບບ
ຍືນຍົງ ຍາວນານ ທີ່ຈະໃຫ້ທັງໂລກ ໝັ້ນໃຈໃນການປ່ອຍແກ໊ສຄາບອນໜ້ອຍ​ລົງ​ນັ້ນ.”

ເບິ່ງ: ພວກປະທ້ວງຕໍ່ກອງປະຊຸມສຸດຍອດຂອງການປ່ຽນແປງຂອງດິນຟ້າອາກາດ

Your browser doesn’t support HTML5

Climate Guardians Protest at Paris Summit