ບັນດາຜູ້ນຳໂລກ ລໍຖ້າຜົນ ການປະຊຸມສຸດຍອດ ກ່ຽວກັບ ວິກິດການ ດ້ານການເງິນ ຂອງກຣິສ

ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras, ຂວາ, ກຳລັງ ເຊັນເອກກະສານການເງິນ ໃນຂະນະທີ່ ລັດຖະມົນຕີ ການເງິນ ຄົນຂ້າມ ທ່ານ Euclid Tsakalotos, ຊ້າຍ, ຢຶນເບິ່ງຢູ່ຂ້າງ.

ສາຍຕາທຸກຄົນທີ່ສົນໃຈກ່ຽວກັບ ວິກິດການໜີ້ສິນຂອງກຣິສ
ແລະ​ເໜືອ​ໄປ​ກວ່ານັ້ນ ແມ່ນຈ້ອງ​ໄປຍັງກອງ​ປະຊຸມ​ສຸດ​ຍອດ
ສະ​ຫະພາບ​ຢູ​ໂຣບ ​ທີ່​ກຳນົດຈະ​ໄຂຂຶ້ນ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ
​ການ​ປະເຊີນໜ້າ​ທີ່​ມີທ່າທາງວ່າ ຈະ​ຕັດສິນໃຈກ່ຽວກັບທະນາ
ຄານ​ກຣິສ ຈະ​ເປີດ​ໃນ​ທ້າຍ​ອາທິດ​ນີ້ ຫລື​ຍັງ​ຈະ​ປິດ​ຢູ່​ອີກ​ຕໍ່​ໄປ.

ຄວາມ​ກົດ​ດັນ​ໄດ້​ເພີ້​ມທະວີ​ຂື້ນ ໃນ​ວັນ​ຈັນ​ວານ​ນີ້​ແກ່ Athens
​ໃນ​ຂະນະ​ທີ່​ນຶ່ງ​ໃນ​ບັນດາ​ຜູ້ໃຫ້​ເງິນ​ກູ້​ຢືມສຳຄັນ ຄືທະນະ​ຄານ​
ກາງ​ຢູໂຣບ ​ໄດ້​ຕັດສິນ​ໃຈ​ບໍ່ເພີ້ມ ການໃຫ້ສິນ​ເຊື່ອ​ສຸກ​ເສີນ​ແກ່​
ທະ​ນາຄາ​ນກຣິສ. ໂດຍປາດ​ສະ​ຈາກ​ການ​ຊ່ວຍ​ເຫຼືອ​ຈາກ​ພາຍ​
ນອກແລ້ວ ບັນດາ​ທະນາຄານ​ເຫລົ່າ​ນັ້ນຄາດ​ວ່າຈະໝົດເງິນ
ສົດ​ໃນ​ວັນ​ ພຸດ​ມື້​ອຶ່ນນີ້ ​ໂດຍ​ທີ່ Athens ຄາດໝາຍວ່າ​ ຈະ​ຜິດສັນຍາໃນການ​ໃຊ້​ຈ່າຍ
​ໜີ້ ຫລາຍ​ພັນ​ລ້ານ​ໂດ​ລາ​ ແກ່ບັນດາ​ຜູ້​ໃຫ້​ເງິນ​ກູ້​ຢືມ​ຢູ​ໂຣບ ​ໃນທ້າຍ​ເດືອນ​ນີ້.

ວິກິດການ ເສດຖະກິດ ໃນກຣີສ

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ​ໄດ້​ຖະແຫລງໃນ​ວັນ​ຈັນ​ວານ
​ນີ້ ທີ່ນະຄອນ​ຫລວງ​ປາຣີ ພ້ອມ​ດ້ວຍປະທາ​ນາ​ທິບໍດີ​ຝຣັ່ງ ທ່ານ Francois Hollande
ໂດຍກ່າວ​ວ່າ ເງື່ອນໄຂ​ຕ່າງໆສຳລັບກຣິສທີ່ຈະໄດ້ຮັບ ເງິນກອບ​ກູ້​ເສດຖະກິດກ້ອນໃໝ່
“ຍັງ​ບໍ່​ທັນ​ໄດ້​ບັນລຸກັນເທື່ອ.” ທ່າ​ນນາງ​ໄດ້ເວົ້າວ່າ ມັນເປັນຄວາມຮັບຜິດຊອບຂອງບັນ
ດາ​ຜູ້ນຳ​ກຣິສ ຕ້ອງໄດ້ປະຕິບັດ​ຢ່າງ​ໄວ​ເພື່ອ​ໃຫ້ບັນລຸການຕົກລົງ ກັບບັນ​ດາ​ຜູ້​ໃຫ້​ເງິນກູ້
​ຢືມຈຶ່ງຈະຢູ່​ໃນເຂດໃຊ້​ເງິນ​ຢູ​ໂຣ ຕໍ່ໄປໄດ້.

Your browser doesn’t support HTML5

Decision Day for Europe as Greece Teeters on Euro Exit

ທ່ານ​ນາງ Merkel ກ່າວ​ວ່າ “​ເວລາ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ​ແລະ​ພວ​ກເຮົາ​ຢືນຢັດ ວ່າ ຂໍ້​ສະ
​ເໜີ​ຂອງກຣິສ ຕ້ອງ​ວາງ​ຢູ່​ເທິງ​ໂຕະໃນ​ອາທິດ​ນີ້​ເພື່ອ​ວ່າ​ເຮົາ​ຈະ​ສາມາດ ​ຮັບມືກັບ​ສະຖາ
ນະ​ການ ດັ່ງ​ທີ່​ເຫັນ​ຢູ່​ໃນ​ຂະນະ​ນີ້.”

ບັນດາ​ຜູ້​ປ່ອນບັດ​ ໃນ​ວັນ​ອາທິດ​ທີ່​ຜ່ານ​ມານີ້​ ​ໄດ້​ປະຕິ​ເສດ​ຢ່າງ​ຖ້ວມ​ລົ້ນ​ຕໍ່ມາດ ຕະການ
ປະຢັດ​ມັດທະຍັດ​ຮອບ​ໃໝ່ທີ່​ຮຽກຮ້ອງ​ໂດຍ​ບັນດາຜູ້​ໃຫ້​ເງິນ​ກູ້​ຢືມຢູ​ໂຣບເພື່ອຈະໄດ້ຮັບ
ເງິນກູ້ຢືມງວດຕໍ່​ໄປ ທີ່ມີມູນຄ່າຫລາຍ​ກວ່າ 250 ພັນ​ລ້ານ​ໂດ​ລາ ທີ່​ກຣີສໄດ້ຮັບມາເລີ້ມ
ແຕ່ປີ 2010.

ຖ້າປາດ​ສະ​ຈາກ​ການ​ຕົກລົງກັນແລ້ວ ບັນດາ​ນັກວິ​ເຄາະກ່າວ​ວ່າ ວິ​ກິ​ດການ​ອາດ​ບັງຄັບ​
ໃຫ້​ກຣິສ ຕ້ອງໄດ້ອອກ​ຈາກ​ກຸ່ມ 19 ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣທີ່​ຈະ​ເປັນປະ ເທດທຳອິດໄດ້
​ອອກ​ຈາ​ກ​ເຂດ​ໃຊ້​ເງິນ​ຢູ​ໂຣ ​ໃນປະຫວັດສາດ 16 ປີ​.

Your browser doesn’t support HTML5

Greece