ລາວຖືກຈັດຢູ່ໃນກຸ່ມປະເທດ ທີ່ບໍ່ມີເສລີພາບ ໂດຍອົງການ Freedom House

  • ໄພສານ ແລະທອງປານ

ລາຍງານວ່າດ້ວຍອິດສະຫຼະພາບ ຢູ່ໃນທົ່ວໂລກ ຂອງອົງການ Freedom House ສຳລັບປີ 2011

ລາຍ​ງານ​ໃໝ່ສະບັບ​ນຶ່ງ​ກ່ຽວ​ກັບ​ອິດສະຫຼະພາບ​ທາງ​ດ້ານ​ການ​ເມືອງ​ ແລະ​ສິດທິ​ຂັ້ນພື້ນຖານ​ຂອງ​ພົນລະ​ເຮືອນ​ຢູ່​ໃນ​ທົ່ວ​ໂລກ​ ແຈ້ງວ່າ ອິດສະຫຼະພາບ​ພວມ​ໄດ້​ຮັບ​ການ​ກົດ​ຂີ່ ຂະນະ​ທີ່​ບັນດາລັດຖະບານ​ຜະ​ເດັດ​ການ ​ເສີມຂະຫຍາຍ​ການ​ກໍາອໍານາດ​ຂອງພວກ​ເຂົາ​ເຈົ້າ. ​ໄພສານ​ ໄດ້ສະ​ເໜີ​ຕອນ​ທີ 1 ​ໄປ​ແລ້ວ ​ໃນ​ອາທິດ​ແລ້ວ​ນີ້. ​ສຳລັບໃນຕອນທີ 2 ນີ້ ໄພສານ​ຈະນຳ ເອົາ​ຄວາມ​ເຫັນ​ຂອງອົງການ Freedom House ກ່ຽວ​ກັບ​ສິດທິ​ທາງ​ດ້ານ​ການ​ເມືອງແລະ ອິດສະຫຼະພາບຂອງພົນລະເຮືອນ ​ຢູ່​ໃນ ສປປ ລາວ ມາສະເໜີທ່ານ. ​

ລາຍງານປະຈໍາປີ ທີ່ອົງການ
Freedom House ນໍາອອກ
ເຜີຍແຜ່ໃນເດືອນແລ້ວນີ້ ລະບຸ
ວ່າ ມີ 87 ລະບອບການປົກ
ຄອງຢູ່ໃນຈໍານວນທັງໝົດ 194
ປະເທດແລະດິນແດນ “ມີເສລີ”
ຊຶ່ງປະກອບ ເປັນ 45%, 60
ລະບອບການປົກຄອງຫຼື 31%
ຖືກລະບຸວ່າ “ມີເສລີບາງສ່ວນ”
ແລະອີກ 47 ລະບອບການປົກຄອງ ຫຼື 24% ຂອງບັນດາປະເທດທີ່ມີການສໍາຫຼວດ ຖືກ ລະບຸວ່າ “ບໍ່ມີເສລີ”.

ປະເທດທີ່ຖືກລະບຸວ່າ “ບໍ່ມີເສລີ” ນີ້ແມ່ນປະເທດທີ່ບໍ່ປ່ອຍ​ໃຫ້​ປະຊາຊົນໄດ້​ຊົມ​ໃຊ້ສິດທິ
ຂັ້ນພື້ນຖານໃນດ້ານການເມືອງ ແລະອິດສະຫຼະພາບຂອງພົນລະເມືອງ ໃນຂອບເຂດທີ່
ກວ້າງຂວາງແລະຢ່າງເປັນລະບົບ.

ໃນຈຳນວນ 47 ປະເທດນີ້ມີ 37 ປະເທດຖືກຈັດວ່າມີການລ່ວງລະເມີດຮ້າຍແຮງສຸດຊຶ່ງ
ໃນນັ້ນ ກໍມີຮວມທັງເກົາຫຼີເໜືອ ແລະມຽນມາ. ສ່ວນ ສປປ ລາວ ແມ່ນຢູ່ໃນກຸ່ມນີ້ຄືກັນ
ແຕ່ຢູ່ໃນຈຳນວນ 10 ປະເທດທີ່ມີການລ່ວງລະເມີດບໍ່ຮ້າຍແຮງທໍ່ 37 ປະເທດທີ່ໄດ້ກ່າວ
ມານັ້ນ ຊຶ່ງນອກຈາກລາວແລ້ວ ກໍມີເບລາຣຸສ ຊາດ ຈີນ ກົດດີວົວ ຄິວບາ ຊາອຸດີອາຣາ
ເບຍ ໂອເຊດເຕຍໃຕ້ ຊີເຣຍ ແລະສາຮາຣາຕາເວັນຕົກ.

ກ່ຽວກັບ​ສິດທິ​ທາງ​ດ້ານ​ການ​ເມືອງ ​ແລະ​ອິດສະ​ຫຼະພາບ​ຂອງ​ພົນລະເຮືອນນັ້ນ ລາຍງານ
ເວົ້າວ່າ ສປປ ລາວ​ບໍ່​ແມ່ນ​ປະ​ເທດທີ່​ມີ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ. ລັດຖະທຳ​ມະ
ນູນ ​ສະບັບ​ປີ 1991 ຂອງ​ລາວ ກຳນົດ​ໃຫ້​ພັກ​ປະຊາຊົນປະຕິວັດ​ລາວເປັນ​ພັກ​ການ​ເມືອງ
ທີ່​ຖືກຕ້ອງ​ຕ​າມ​ກົດໝາຍແຕ່​ພຽງ​ພັກ​ດຽວທໍ່ນັ້ນ ​ແລະ​ອະນຸມັດ​ໃຫ້​ມີ​ບົດບາດນຳພາ​ ໃນ
ທຸກ​ລະດັບ​ຂອງ​ລັດຖະບານ. ພັກ​ປະຊາ​ຊົນ​ປະຕິວັດ​ລາວ​ເປັນ​ຜູ້​ກວດ​ສອບບັນດາ​ຜູ້​ສະມັກ
ທັງ​ໝົດ ທີ່​ເຂົ້າ​ແຂ່ງຂັນ​ເອົາບ່ອນ​ນັ່ງ​ ຢູ່ໃນ​ສະພາ​ແຫ່ງ​ຊາດ ຊຶ່ງມີໜ້າ​ທີ່​ເປັນພຽງ​ຜູ້ຢັ້ງຢືນ
ຫຼື Rubber-stamp ນ​ະ​ໂຍບາຍ​ຂອງ​ພັກ​-ລັດ​ແລະ​ສະມາຊິກ 115 ຄົນ​ຂອງ​ສະພາ​ແຫ່ງ
ຊາດ ເປັນ​ຜູ້​ເລືອກ​ປະທານ​ປະ​ເທດ. ການ​ເລືອກ​ຕັ້ງ​ແມ່ນ​ມີ​ຂຶ້ນ​ໃນທຸກໆ 5 ປີ​ ແລະ​ເທື່ອ​
ລ່າ​ສຸດ​ມີ​ຂຶ້ນ​ໃນ​ປີ 2006 ​ເວລາ​ອະດີ​ດຮອງ​ປະທານ​ປະ​ເທດ​ແລະລັດຖະມົນຕີກະຊວງ​ປ້ອງ​
ກັນ​ປະ​ເທດ ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເຂົ້າກໍາ​ຕໍາ​ແໜ່​ງປະທານຜູ້ນໍາ​ຂອງ​ພັກ​ປະຊາຊົນ​
ປະຕິວັດ​ລາວ​ແລະ​ຕຳ​ແໜ່​ງປະທານ​ປະ​ເທດ.

ກາ​ນສໍ້​ລາດ​ບັງ​ຫຼວງ​ແລະ​ໃຊ້​ອຳນາດ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ຂອງ​ພວກ​ເຈົ້າໜ້າ​ທີ່​ລັດຖະ
ບານແມ່ນ​ມີ​ກັນ​ຢ່າງ​ແຜ່​ກວ້າງ. ການ​ປະກາດ​ຂອງເຈົ້າໜ້າ​ທີ່​ ແລະ​ກົດໝາຍ​ໃໝ່​ຫຼາຍໆ​
ສະບັບ​ທີ່​ແນ​ໃສ່​ເພື່ອ​ຫຼຸດຜ່ອນການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ບໍ່​ຄ່ອຍ​ໄດ້​ມີ​ການຈັດຕັ້ງປະຕິບັດ​
ແລະ​ລະບຽບ​ການ​ຂອງ​ລັດຖະບານ​ເກືອບ​ໃນ​ທຸກໆ​ດ້ານ​ ແມ່ນ​ເປີດ​ໂອກາດ​ໃຫ້​ມີ​ການ​ຮັບ
ເງິນ​ສິນ​ບົນ. ​ເຈົ້າໜ້າ​ທີ່ອະ​ວຸ​ໂສ​ຂອງ​ລັດຖະບານ​ແລະ​ຂອງ​ກອງທັບ ມັກ​ຈະ​ມີ​ການ​ພົວພັນ
ໃນການຄ້າ​ກ່ຽວ​ກັບ​ການ​ຕັດ​ໄມ້ ບໍ່​ແຮ່ແລະ​ທຸລະ​ກິດ​ອື່ນໆ ທີ່​ແນ​ໃສ່​ເພື່ອຫາ​ຜົນປະ​ໂຫຍ​ດ
ແບບ​ບໍ່​ຖືກຕ້ອງ​ຈາກ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ລາວ. ປະ​ເທດລາວ​ແມ່ນ​ຕິດ​ອັນ​ດັບ​
ທີ 158 ຂອງ​ຈຳນວນ​ທັງ​ໝົດ 180 ປະ​ເທດ ​ໃນ​ການສຳ​ຫຼວດລະດັບ​ຄວາມ​ໂປ່​ງ​ໃສ​ຂອງ
ລັດຖະບານ ຂອງ​ອົງການ Transparency International ປີ 2009.

ອິດສະຫຼະພາບ​ໃນ​ດ້ານ​ການ​ຂ່າວ​ ແມ່ນ​ມີ​ການ​ຈໍາກັດ​ຮັດ​ແຄບ​ຢ່າງ​ຮ້າຍ​ແຮງ. ນັກ​ຂ່າວ​ຄົນ
ໃດ​ທີ່​ຕຳ​ໜິຕິຕຽນ​ລັດຖະບານ​ຫຼືລາຍ​ງານ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນບັນຫາຖົກ​ຖຽງ​ທາງດ້ານ
ການ​ເມືອງກໍ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທາງ​ກົດໝາຍ. ລັດຖະບານ​ເປັນ​ເຈົ້າຂອງ​ສື່​ມວນ
ຊົນ​ທັງ​ໝົດ ຮວມທັງ​ໜັງສືພິມ 3 ສະບັບ ​ທີ່​ມີການ​ພິມ​ແຈກ​ຈ່າຍ​ໃນ​ລະດັບ​ທີ່​ຂ້​ອນ​ຂ້າງ​ຕໍ່າ.
ປະຊາຊົນ ​ທີ່ຢູ່​ໃນ​ລັດສະໝີ​ຄື້ນສົ່ງ​ຂອງ​ວິທະ​ຍຸ​ເອ​ເຊຍ​ເສລີ​ ແລະລາຍ​ການ​ກະຈາຍສຽງ​ຂອງ
ຕ່າງປະ​ເທ​ດອື່ນໆ​ຈາກໄທກໍສາມາດ​ເຂົ້າ​ໄປ​ຟັງ​ແຫຼ່ງຂ່າວ​ຂອງ​ສື່​ມວນ​ຊົນ​ທີ່​ເປັນ​ທາງ​ເລືອກ
ເຫຼົ່ານີ້. ການ​ຊົມ​ໃຊ້​ລະບົບ​ອິນເຕີ​ແນັດ​ໄດ້​ມີ​ການ​ຈໍາກັດ​ຮັດ​ແຄບ​ຢ່າງ​ເຄັ່ງ​ຄັດ ​ແລະ​ເນື້ອໃນ ແມ່ນ​ຜ່ານ​ການກວດກາ.

ລາວຖືກຈັດຢູ່ໃນກຸ່ມປະເທດ ທີ່ບໍ່ມີເສລີພາບ ໂດຍອົງການ Freedom House

ໃນ​ດ້ານອິດສະຫຼະພາບ​ໃນ​ການ​ເຊື່ອຖື​ສາສະ
ໜາ​ນັ້ນ ລາຍ​ງານ​ເວົ້າວ່າ​ໄດ້​ມີ​ການ​ຈໍາກັດ​ຮັດ
ແຄບ​ຢ່າງ​ເຄັ່ງ​ຄັດ. ຊາວ​ຄຣິສຕຽນ ​ຈໍານວນ​
ຫຼາຍສິບ​ຄົນ​ໄດ້​ຖືກ​ຈັບ​ກຸມໃນ​ຂໍ້​ຫາ​ກ່ຽວ​ກັບ
ສາສະໜາ​ແລະ​ອີກ​ຫຼາຍສິບ​ຄົນ​ໄດ້​ຖືກ​ຈໍາ​ຄຸກ
ຍ້ອນທໍາການ​ເຜີຍ​ແຜ່​ສາສະໜາ​ ຫຼືທໍາການ
ເຄື່ອນ​ໄຫວອື່ນໆໃນ​ດ້ານ​ສາສະໜາ​ກິດ​.
ລັດຖະບານ​ໄດ້ບັງຄັບ​ໃຫ້ຊາວ​ຄຣິສຕຽນ​ຈໍາ
ນວນ​ນຶ່ງ​ປະ ຫຼືອອກຈາກສາສະໜາ ຢຶດຊັບ​
ສິນ​ຂອງພວກ​ເຂົາ​ເຈົ້າແລະ​ຫ້າມ​ບໍ່​ໃຫ້​ພວກ
ເຂົາເຈົ້າສະ​ເຫຼີມສະຫຼອງບຸນ​ຕ່າງໆຂອງ
ສາສະໜາ​ຄຣິສຕ໌. ການ​ປະ​ຕິ​ບັດ​ສາສະໜາ​ກິດ​ຂອງ​ພວກ​ຊາວ​ພຸດ​ຊຶ່ງ​ເປັນ​ຊົນກຸ່ມ​ໃຫຍ່​ຢູ່​ໃນ
ລາວ​ນັ້ນກໍ​ໄດ້​ມີ​ການ​ຈຳກັດ​ຮັດ​ແຄບ​ໂດຍ​ຜ່ານ​ການ​ຄວບ​ຄຸມ​ໃນ​ການຝຶກ​ອົບຮົມ​ພະສົງ​ຂອງ​
ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະການ​ຄວບ​ຄຸມ​ຢູ່ຕາມ​ວັດວາແລະ​ສະຖານ​ທີ່​ທາງ​ສາສະໜາ​
ແຫ່ງ​ຕ່າງໆ.

ອິດສະຫຼະພາບ​ໃນ​ດ້ານ​ການ​ສຶກສາ​ແມ່ນ​ບໍ່​ໄດ້​ຮັບ​ການ​ເຄົາລົບ. ພວກ​ສາ​ສະ​ດາ​ຈານ​ຢູ່​ຕາມ​
ມະຫາວິທະຍາ​ໄລຕ່າງໆ​ ບໍ່​ສາມາດ​ສິດສອນຫຼືຂຽນກ່ຽວ​ກັບປະຊາ​ທິປະ​ໄຕ ສິດທິ​ມະນຸດ
ແລະເລື່ອງ​ອື່ນໆ​ທີ່​ມີ​ຄວາມ​ຫຼໍ່​ແຫຼມທາງ​ດ້ານ​ການ​ເມືອງ. ​ເຖິງແມ່ນ​ໃນ​ເວລາ​ນີ້ ມີ​ພວກ​ຊາວ
ໜຸ່ມ​ຈຳນວນ​ນຶ່ງ​ໄດ້​ຖືກ​ສົ່ງໃຫ້​ໄປ​ເຂົ້າມະຫາວິທະຍາ​ໄລ​ແລະ​ຮັບ​ການ​ສຶກສາລະ​ດັບ​ປລິນ​ຍາ
ໂທ​ຢູ່​ໃນ​ຕ່າງປະ​ເທດ​ກໍ​ຈິງ ​ແຕ່​ພວກ​ເຂົາ​ເຈົ້າຈະ​ໄດ້ຖືກ​ຄັດ​ເລືອກ​ໂດຍ​ລັດຖະບານ ​ແລະ
ໂດຍ​ທົ່ວ​ໄປ​ແລ້ວ​ກໍເປັນ​ພວກ​ລູກ​ເຕົ້າຂອງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສແລະ​ພວກນາຍ​ທະຫານ. ​ໃນ ​
ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ການ​ສອດ​ແນມ​ຂອງ​ລັດຖະບານ​ເບິ່ງປະຊາ​ຊົນ​ໄດ້ມີ​ການຫຼຸດ
ຜ່ອນ​ລົງ ​ແຕ່​ການ​ກວດຄົ້ນ​ໂດຍ​ບໍ່​ໄດ້​ຮັບອະນຸຍາດ​ຍັງ​ດໍາເເນີນ​ຢູ່ຕໍ່​ມາ.

ລາຍ​ງານ​ເວົ້າຕື່ມ​ວ່າ ລັດຖະບານ​ໄດ້​ຈໍາກັດ​ຮັດ​ແຄບຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ອິດສະຫຼະພາບ​ໃນ
ການ​ໂຮມ​ຊຸມ. ກົດໝາຍ​ຂອງ​ລາວ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ໃນ​ອົງການຈັດຕັ້ງຕ່າງໆ​ທີ່​ພົວພັນ​
ນໍາການ​ເດີນ​ຂະ​ບວນຫຼື​ໂຮມ​ຊຸມນຸມ​ປະ​ທ້ວງ ຫຼື​ວິທີ​ການ​ອື່ນໆ​ທີ່ເປັນສາ​ເຫດ​ພາ​ໃຫ້​ເກີດ
ຄວາມ​ວຸ້ນ​ວາຍຫຼື​ເຮັດ​ໃຫ້​ສັງຄົມ​ບໍ່​ມີ​ສະ​ຖຽນລະ​ພາບ. ພວກ​ທີ່​ຖືກ​ພົບເຫັນ​ວ່າ​ມີ​ຄວາມ​ຜິດ​
ກ່ຽວ​ກັບ​ກົດໝາຍ​ເຫຼົ່ານີ້ ສາມາດ​ໄດ້​ຮັບ​ໂທດ​ໜັກ​ເຖິງ​ຈຳ​ຄຸກ 5 ປີ. ລາວ​ອະນຸຍາດ​ໃຫ້​ມີ​
ອົງການ​ຈັດຕັ້ງ ​ເພື່ອ​ໃຫ້​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ສັງຄົມ​ສົງ​ເຄາະແລະ​ກຸ່ມ​ຈັດຕັ້ງອາຊີບ​
ທີ່​ບໍ່​ຂຶ້ນກັບ​ລັດຖະບານ​ຈຳນວນ​ນຶ່ງ ແຕ່​ບັນດາ​ອົງການ​ຈັດຕັ້ງ​ເຫຼົ່ານີ້​ໄດ້​ຖືກ​ຫ້າມ​ບໍ່ໃຫ້​ພົວ
ພັນ​ໃນ​ດ້ານ​ການ​ເມືອງແລະ​ຖືກ​ທາງ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ. ສະຫະພັນ​ແຮງ​ງານທັງ​
ໝົດ ​ຕ້ອງ​ເປັນ​ສະມາຊິກ​ຂອງ​ສະຫະພັນ​ກຳມະບານ​ຂອງທາງ​ການ​ລາວ. ການ​ນັດ​ຢຸດ​
ງານແມ່ນ​ບໍ່ໄດ້​ຖືກ​ຫ້າມ​ຢ່າງ​ເປັນ​ການ​ເປີດ​ແປນ ​ແຕ່​ພວກ​ຄົນ​ງານກໍ​ບໍ່​ຄ່ອຍ​ມີ​ການ​ນັດ​ຢຸດ​
ງານ​ປະ​ທ້ວງ ແລະ​ພວກ​ເຂົາ​ເຈົ້າ​ແມ່ນບໍ່​ມີ​ສິດ​ທີ່​ຈະ​ທຳ​ການຕໍ່​ຮອງ​ແບບ​ເປັນ​ໝູ່​ຄະນະ.

ລາຍ​ງານ​ເວົ້າວ່າສານ​ຕ່າງໆ​ກໍ​ມີ​ການ​ສໍ້​ລາດບັງ​ຫຼວງ​ແລະ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​
ພັກ​ປະຊາຊົນ​ປະຕິວັດ​ລາວ. ການ​ແກ່ຍາວ​ຂັ້ນຕອນ​ໃນ​ການ​ດຳ​ເນີນ​ຄະດີ​ ແມ່ນ​ຖື​ເປັນ
ເລື່ອງ​ທຳ​ມະ​ດາ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຄະດີ​ຕ່າງໆກ່ຽວ​ກັບຄວາມ​ຂ້ອງ​ໃຈ ​ແລະ​ການ
ຮ້ອງທຸກ​ຂອງ​ປະຊາຊົນ ໃນ​ການໃຊ້​ອຳນາດ​ໄປ​ໃນທາງ​ຜິດ​ຂອງ​ລັດຖະບານ. ກໍາລັງ
ຮັກສາ​ຄວາມ​ສະຫງົບ​ ມັກ​ຈະ​ຄຸມ​ຂັງແບບ​ຜິດກົດໝາຍພວກ​ຜູ້ຕ້ອງ​ສົງ​ໄສ ແລະ​ມີ​ການ
ກ່າວ​ຫາ​ວ່າມີ​ຊາວລາວ​ຈຳນວນ​ນຶ່ງ​ໄດ້ຖືກ​ຄຸມ​ຂັງ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ ​ໂດຍ​ປາດ​ສະ​
ຈາກ​ການ​ດຳ​ເນີນ​ຄະດີ. ນອກ​ນັ້ນ ຍັງ​ມີ​ພວກ​ນັກ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ຫຼາຍ
ຮ້ອຍ​ຄົນ​ຖືກ​ຈັບ​ກຸມ​ຄຸມຂັງ​ເປັນ​ເວລາ​ຫຼາຍໆ​ເດືອນຫຼືບໍ່​ກໍ​ຫຼາຍປີ​ໂດຍ​ບໍ່​ມີ​ການ​ດຳ​ເນີນ
ຄະດີ. ພວກ​ນັກໂທດ​ມັກ​ຈະ​ຖືກ​ທໍລະມານ ​ແລະ​ຕ້ອງໄດ້​ໃຫ້​ເງິນ​ສິນ​ບົນ ​ແກ່​ເຈົ້າໜ້າ​ທີ່ ​
ເພື່ອ​ຈະ​ໄດ້​ຮັບ​ອາຫານການ​ກິນທີ່​ດີ​ຂຶ້ນ ຢາ​ປົວ​ພະຍາດ ການ​ຢ້ຽມຢາມ​ຂອງ​ຄອບຄົວ
ແລະ​ການປະຕິບັດທີ່​ມີ​ມະນຸດສະທຳ​ຫຼາຍຂຶ້ນ.

ລາຍ​ງານ​ກ່າ​ວວ່າ ການ​ຈຳ​ແນ​ກກີດ​ກັນ​ຕໍ່​ບັນດາ​ສະມາຊິກ​ຂອງ​ຊົນເຜົ່າ​ກຸ່ມ​ນ້ອຍ​ມີ​ຂຶ້ນ
ເປັນ​ປະຈຳ. ຊາວ​ມົ້ງທີ່​ເຄີຍເຂົ້າຮັບ​ໃຊ້​ຢູ່​ໃນ​ກອງກຳລັງ​ທີ່​ເປັນພັນທະມິດກັບສະຫະລັດ
ໃນ​ປາງ​ສົງຄາມ​ຫວຽດນາມ​ນັ້ນ​ແມ່ນ​ພິ​ເສດ​ບໍ່ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດຖະ
ບານ​ລາ​ແລະ​ປະ​ເຊີນກັບ​ການ​ປະຕິບັດ​ຕໍ່ທີ່ ຮຸນ​ແຮງ. ມີຊາວ​ມົ້ງຫຼາຍໆ​ພັນ​ຄົນ​ໄດ້​ຖືກ​
ບັງຄັບ​ໃຫ້​ຍົກຍ້າຍ​ໜີ​ຈາກ​ດິນ​ດອນຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ແຜ້ວ​ທາງ​ໃຫ້​ມີ​ການສ​ວຍ
ໃຊ້​ປະ​ໂຫຍ​ດ​ໃນ​ການ​ຕັດ​ໄມ້​ແລະ​ຊັບ​ຍາກ​ອນທຳ​ມະ​ຊາດ​ອື່ນ​ໆ.

ລາຍ​ງານ​ເວົ້າວ່າ ດິນ​ທັງ​ໝົດ​ແມ່ນ​ເປັນ​ຂອງ​ລັດ​ເຖິງ​ແມ່ນ​ປະຊາຊົນ​ມີ​ສິດ​ໃນການ​ນຳ​ໃຊ້​
ກໍ​ຈິງ. ​ເນື່ອງ​ຈາກ​ການ​ບໍ່​ມີ​ລະບົບ​ທີ່ໃຫ້​ຄວາມ​ຍຸດຕິ​ທຳ​ຫຼືມີ​ຄວາມເຂັ້ມ​ແຂງ​ໃນ​ການ​ຄຸ້ມ​
ຄອງ​ສິດທິ​ກ່ຽວ​ກັບ​ທີ່​ດິນຫຼືການ​ຈ່າຍ​ເງິນ​ຊົດ​ເຊີຍສຳລັບການ​ຖືກ​ຍົກຍ້າຍ​ນັ້ນ​ໂຄງການ
ພັດທະນາ​ຕ່າງໆຈຶ່ງ​ມັກ​ພາ​ໃຫ້​ປະຊາຊົນ ມີ​ຄວາມ​ບໍ່ພໍ​ໃຈ ​ແລະ​ບາງ​ຄັ້ງ ມີ​ການ​ປະ​ທ້ວງ
ແບບ​ຮຸນ​ແຮງ​ເກີດ​ຂຶ້ນ.

ລາຍ​ງານ​ປະຈຳ​ປີ​ຂອງ​ອົງການ Freedom House ກ່າ​ວວ່າເຖິງ​ແມ່ນ​ກົດໝາຍ​ໃຫ້ການ
ຄໍ້າປະກັນ​ວ່າພວກ​ແມ່ຍິງ​ມີ​ສິດ​ຫຼາຍໆ​ຢ່າງ​ເທົ່າ​ທຽມ​ກັນ​ກັບພ​ວກຜູ້​ຊາຍ​ກໍ​ຕາມແຕ່​ການ
ຈຳ​ແນ​ກກີດ​ກັນ​ໃນ​ທາງເພດ​ແລະ​ການ​ລ່ວງ​ລະ​ເມີດ​ແມ່ນຍັງ​ມີ​ກັນ​ຢ່າງ​ແຜ່​ກວ້າງ. ຂະ​ນົບ
ທຳນຽມ​ປະ​ເພນີ​ແລະ​ອິດ​ທິພົນທາງ​ດ້ານສາສະ​ໜາ​ແມ່ນ​ມີ​ສ່ວນ​ເຮັດ​ໃຫ້​ພວກ​ແມ່ຍິງມີ​ໂອ
ກາດ​ໜ້ອຍ​ກວ່າ​ພວກ​ຜູ້​ຊາຍ​ໃນການ​ໄດ້​ຮັບການ​ສຶກສາ ​ໃນ​ການ​ເຂົ້າ​ເຮັດ​ວຽກ​ເຮັດ​ການ
ແບບ​ເທົ່າ​ທຽມ​ກັນ ແລະ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຂອງ​ພວກ​ຄົນ​ງານ. ຄວາມທຸກ​ຍາ​ກ​
ໄດ້​ເຮັດ​ໃຫ້ ບັນຫາ​ເຫຼົ່ານີ້ທະວີ​ຄວາ​ມຮ້າຍ​ແຮງ​ຂຶ້ນຕື່ມ​ແລະ​ເຮັດ​ໃຫ້​ພວກ​ແມ່ຍິງ​ຈຳນວນ​
ຫຼວງຫຼາຍມີ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນຈາກ​ການ​ສວຍ​ໃຊ້ປະ​ໂຫຍ​ດ​ແລະ​ການລ່ວງ​ລະເມີດ​ຂອງ​
ລັດ ​ແລະ​ຂອງ​ສັງຄົມ. ມີ​ການ​ກະ​ປະມານ​ກັນ​ວ່າ ມີ​ແມ່ຍິງ​ ແລະ​ຍິງສາວລາວ ລະຫວ່າງ
15,000 ຫາ 20,000 ຮວມທັງພວກ​ຊົນ​ເຜົ່າ​ຈຳນວນ​ນຶ່ງ​ ໄດ້​ຕົກ​ເປັນ​ເຫຍື່ອ​ ຂອງ​ການ
ຄ້າ​ມະນຸດໃນ​ແຕ່ລະ​ປີເພື່ອ​ໃຫ້​ເປັນ​ໂສ​ເພນີ. ​ໃນ​ເດືອນ​ພຶດສະພາ​ປີ 2009 ຜ່ານ​ມາທ່າມ
ກາງ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວກັບການ​ແຜ່​ລະບາດ​ຂອງ​ເຊື້ອ HIV ​ແລະ​ໂຣກ​ເອດ​ສ໌ນັ້ນ
ລັດຖະບານ​ລາວ​ກໍ​ໄດ້​ລິ​ເລີ້ມໂຄງການ​ນຶ່ງ ທີ່​ແນ​ເປົ້າໝາຍ​ໃສ່​ພວກ​ກະ​ເທີຍ ​ຫຼືພວກ​ຜູ້​ຊາຍ
ຮັກ​ຮ່ວມ​ເພດ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ພວກ​ເຂົາ​ເຈົ້າ​ໄດ້​ຂາຍ​ໂຕ​ເພື່ອ​ຫາ​ລ້ຽງ​ຊີບຍ້ອນ​ໄດ້​ມີ​
ການຈຳ​ແນ​ກກີດ​ກັນ​ຢ່າງ​ຮ້າຍ​ແຮງ. ການ​ປຸກລະດົມທີ່​ວ່າ​ນີ້​ແມ່ນ​ຮວມທັງ​ການ​ຕັ້ງຄລີ​ນິກ
ພິ​ເສດ​ຂຶ້ນເພື່ອ​ໃຫ້ການ​ກວດ​ແລະ​ການ​ປິ່ນປົວ​ພວກ​ຄົນປ່ວຍ.