ໃນການແຂ່ງຂັນບານໂລກຢູ່ບຣາຊີລ ວັນອາທິດວານນີ້
ປອກຕຸຍການ ໄດ້ເຕະເຂົ້າໂກລໃນນາທີສຸດທ້າຍ ຂະນະໃກ້ຈະ
ໝົດຄວາມຫວັງທີ່ຈະ ໄດ້ເຂົ້າຮອບຕໍ່ໄປນັ້ນ ໂດຍທຳຄະແນນ
ໄດ້ສະເໝີກັນກັບທີມສະຫະລັດ 2 ປະຕູຕໍ່ 2 ໃນກຸ່ມ G ຢູ່ທີ່
ເມືອງ Manaus.
ການທຳຄະແນນ ດັ່ງກ່າວ ມີຂຶ້ນໃນຕອນ 30 ວິນາທີສຸດທ້າຍ
ຂອງ 5 ນາທີ ທີ່ໄດ້ບວກໃສ່ ຫຼັງຈາກເວລາການແຂ່ງຂັນ 90
ນາທີໄດ້ໝົດລົງ ເພື່ອຊົດເຊີຍເວລາທີ່ຢຸດໄປເພື່ອໃຫ້ນັກກິລາ
ດື່ມນ້ຳ. ມັນໄດ້ເຮັດໃຫ້ທີມ ປອກຕຸຍການ ຍັງມີຄວາມຫວັງຢູ່
ແລະໃນເວລາດຽວກັນ ກໍເຮັດໃຫ້ຄວາມຫວັງຂອງສະຫະລັດ ທີ່ຈະໄດ້ເຂົ້າຮອບທີ 2
ຍັງບໍ່ແນ່ນອນ.
ກ່ອນໜ້ານັ້ນ ໃນມື້ວານນີ້ເຊັ່ນກັນ ໃນກຸ່ມ H ແບລຈຽມ ໄດ້ລອຍເຂົ້າ ຮອບທີ 2 ດ້ວຍ
ການເອົາຊະນະ ຣັດເຊຍ 1 ປະຕູ ຕໍ່ 0 ທີ່ນະຄອນ Rio de Janeiro ແລະ ອາລຈີເຣຍ
ເອົາຊະນະ ເກົາຫຼີໃຕ້ 4 ປະຕູຕໍ່ 2 ຢູ່ທີ່ເມືອງ Porto Alegre.
ຖ້າຫາກວ່າ ທີມອາລຈີເຣຍ ເອົາຊະນະຣັດເຊຍຢູ່ໃນການແຂງຂັນຄູ່ສຸດ ທ້າຍຂອງກຸ່ມ
ພວກເຂົາກໍສາມາດ ຜ່ານເຂົ້າຮອບຕໍ່ໄປ. ຣັດເຊຍມີ 1 ຄະແນນ ໃນກຸ່ມ H ແລະຈະ
ຫລິ້ນກັບອາລຈີເຣຍ ໃນວັນພະຫັດທີ່ຈະມາເຖິງ. ຖ້າຣັດເຊຍໄດ້ຊະນະ ພວກເຂົາກໍຈະ
ເຂົ້າຮອບຕໍ່ໄປ.
ສ່ວນສະຖານະການ ໃນກຸ່ມ G ນັ້ນ ແມ່ນສັບສົນກວ່າ. ສະຫະລັດ ແລະເຢຍຣະມັນ ມີ 4
ຄະແນນເທົ່າກັນ ນຳໜ້າຢູ່ໃນກຸ່ມ ໃນຂະນະທີ່ ປອກຕຸຍການ ແລະ ການາ ມີ 1 ຄະແນນ.
ໃນວັນພະຫັດທີ່ຈະມາເຖິງນີ້ ສະຫະລັດ ພົບກັບ ເຢຍຣະມັນ ແລະ ປອກຕຸຍການ ຫລິ້ນ
ກັບ ການາ. ຖ້າ ສະຫະລັດ ແລະ ເຢຍຣະມັນ ສະເໝີກັນ ກໍແມ່ນວ່າທັງສອງໄດ້ຜ່ານ
ເຂົ້າຮອບຕໍ່ໄປ.
ເບິ່ງວີດີໂອ ລາຍງານບານໂລກຈາກຜູ້ສື່ຂ່າວ ຂອງວີໂອເອ Scott Bobb

ພາບເດັ່ນໆຈາກ ການແຂ່ງຂັນ World Cup ປະຈຳ ວັນທີ 22 ມີຖຸນາ 2014
ຖ້າຫາກວ່າ ທີມອາລຈີເຣຍ ເອົາຊະນະຣັດເຊຍຢູ່ໃນການແຂງຂັນຄູ່ສຸດ ທ້າຍຂອງກຸ່ມ
ພວກເຂົາກໍສາມາດ ຜ່ານເຂົ້າຮອບຕໍ່ໄປ. ຣັດເຊຍມີ 1 ຄະແນນ ໃນກຸ່ມ H ແລະຈະ
ຫລິ້ນກັບອາລຈີເຣຍ ໃນວັນພະຫັດທີ່ຈະມາເຖິງ. ຖ້າຣັດເຊຍໄດ້ຊະນະ ພວກເຂົາກໍຈະ
ເຂົ້າຮອບຕໍ່ໄປ.
ສ່ວນສະຖານະການ ໃນກຸ່ມ G ນັ້ນ ແມ່ນສັບສົນກວ່າ. ສະຫະລັດ ແລະເຢຍຣະມັນ ມີ 4
ຄະແນນເທົ່າກັນ ນຳໜ້າຢູ່ໃນກຸ່ມ ໃນຂະນະທີ່ ປອກຕຸຍການ ແລະ ການາ ມີ 1 ຄະແນນ.
ໃນວັນພະຫັດທີ່ຈະມາເຖິງນີ້ ສະຫະລັດ ພົບກັບ ເຢຍຣະມັນ ແລະ ປອກຕຸຍການ ຫລິ້ນ
ກັບ ການາ. ຖ້າ ສະຫະລັດ ແລະ ເຢຍຣະມັນ ສະເໝີກັນ ກໍແມ່ນວ່າທັງສອງໄດ້ຜ່ານ
ເຂົ້າຮອບຕໍ່ໄປ.
ເບິ່ງວີດີໂອ ລາຍງານບານໂລກຈາກຜູ້ສື່ຂ່າວ ຂອງວີໂອເອ Scott Bobb
Your browser doesn’t support HTML5
Fans from Around the World Enjoying Brazil World Cup