ສະຫະລັດ ພົບກັບ ປອກຕຸຍການ ຢູ່ບານໂລກ ໃນມື້ນີ້ (ສະໄລດ໌/ວີດີໂອ)

ນັກເຕະກອງໜ້າຂອງການາ Andre Ayew ໃຊ້ຫົວຕຳບານ ຜ່ານນັກເຕະ ເຢຍຣະມັນ Per Mertesacker (ກາງ) ແລະ Shkodran Mustafi (ຂວາ) ເຂົ້າປະຕູ ທຳຄະແນນທຳອິດ ໃຫ້ແກ່ທີມຂອງລາວ ໃນການແຂ່ງຂັນບານໂລກ ກຸ່ມ G, ຢູ່ທີ່ສະໜາມກິລາ Arena Castelao ໃນເມືອງ Fortaleza ຂອງ Brazil ເມື່ອວັນທີ 21 ມິຖຸນາ 2014.

ຜົນ​ການ​ແຂ່ງຂັນ​ເຕະບານ​ໂລກ​ໃນ​ວັນ​ເສົາ​ວານ​ນີ້ ປະກົດ​ວ່າ
ດາລານັກ​ເຕະຊື່​ດັງຂອງອາ​ເ​ຈັນ​ຕິນາ ທ້າວ Lionel Messi ​
ໄດ້​ທຳ​ຄະ​ແນນ​ທົດ​ແທນ​ການ​ໄດ້​ຮັບ​ບາດ​ເຈັບ ​ເຕະ​ເຂົ້າ​ໂກລ
ເຮັດ​ໃຫ້ອາ​ເ​ຈັນ​ຕິນາ ຊະນະ ອີຣ່ານ 1 ປະຕູຕໍ່ 0 ​ແລະ​ໄດ້​ເຂົ້າ
ຮອບ 16 ທີ​ມ ທີ່​ທຸກ​ທີ​ມປາດຖະ​ໜານັ້ນ.

ອາ​ເ​ຈັນ​ຕິນາ​ໄດ້​ຮັບ 6 ຄະແນນ​ ຈາກໄຊຊະນະສອງ​ຄັ້ງ​
ໃນ​ການ​ແຂ່ງຂັນ. ທີ​ມອັນ​ດັບ 5 ຂອງ​ໂລກ ອີງ​ຕາມການຈັດ
​ອັນ​ດັບ​ຂອງ FIFA ຈະຕ້ອງ​ມີ​ການ​ປັບປຸງ​ການຫລິ້ນບານ​ທີ່​ບໍ່​
ຄ່ອຍ​ຫ້າວຫັນ​ໃນ​ບາງ​ຄັ້ງ​ຂອງ​ຕົນ ເວລາ​ໄປ​ພົບ​ກັບ​ຄູ່​ແຂ່ງ​ຢູ່​
ໃນຮອບ​ 16 ທີ​ມ ທີ່​ເອີ້ນ​ກັນ​ວ່າ ຮອບເສຍ​ແລ້ວ​ຕົກໄປ​ເລີຍນັ້ນ.

ພາບ ການແຂ່ງຂັນ ເຕະບານໂລກ


ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ​Germany ​ແລະ Ghana ​ຈາວ​ກັນ 2 ປະຕູຕໍ່ 2 ​ໃນ​ການ​
ແຂ່ງກັນຢ່າງ​ດຸ​ເດືອດ ​ໃນ​ກຸ່ມ G ຢູ່​ທີ່ ​ເມືອງ Fortaleza​.

​ ໃນ​ເກ​ມສຸດ​ທ້າຍ​ ຂອງ​ວັນ​ເສົາ​ວານ​ນີ້ Nigeria ຍັງ​ມີ​ຄວາ​ມຫວັງ​ທີ່​ອາດ​ຈະ​ໄດ້​ເຂົ້າຮອບ 16 ທີ​ມ ​ໂດຍ​ໄດ້ເອົາຊະ​ນະ Bosnia-Herzegovina ​ 1 ປະຕູ ຕໍ່ 0.

ການ​ເສຍ​ໄຊເຮັດ​ໃຫ້ Bosnia ​ຕົກ​ຮອບ​ຈາກ​ການ​ແຂ່ງ​ຂັນ​ໄປ​ເລີຍ.

ວີດີໂອ: ທາງການບຣາຊີລເພີ້ມ ການຮັກສາຄວາມປອດໄພ ຢູ່ເດິ່ນເຕະບານຂຶ້ນ:

Your browser doesn’t support HTML5

Brazil Boosts Security at Stadiums After Violent Incidents


​ໃນ​ກຸ່ມ G ນັ້ນ ເຢຍລະມັນແມ່ນຈະ​ໄດ້​ຮັບການ​ຄ້ຳປະກັນໃຫ້ເຂົ້າ ຮອບ 16 ທີ​ມ​ໄດ້ເລີຍ
ຖ້າ​ຫາກໄດ້​ຊະ​ນະ Ghana. ​ແຕ່​ການ​ຈາວ​ກັນ ​ໝາຍຄວາມ​ວ່າ ສະຫະລັດ​ຈະ​ໄດ້ເຂົ້າ ຮອບ​ 16 ທີ​ມຕໍ່​ໄປ ​ຖ້າ​ຫາກເອົາ​ຊະນະ ປອກຕຸຍການ ​ໄດ້​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ
ປອກຕຸຍການ ກໍ​ຈະ​ຕົກຮອບ​ໄປ ​ຖ້າ​ເສຍ​ໄຊ.

ນອກຈາກ​ການ​ແຂ່ງຂັນ​ລະຫວ່າງ ສະຫະລັດ ກັບ ປອກຕຸຍ​ການ ​ໃນ​ເມືອງ Manaus
​ແລ້ວ ຍັງ​ມີອີກ 2 ຄູ່ ລົງ​ສະໜາມ​ແຂ່ງ​ກັນ​ໃນ​ກຸ່ມ H ​ໃນ​ມື້​ນີ້. ແບລຢ້ຽມ ພົບກັບ ຣັດ​ເຊຍ
​ຢູ່ Rio de Janeiro ​ແລະ ​ເກົາຫຼີ​ໃຕ້ ພົບ​ກັບ ອາລຈີ​ເຣຍ ​ໃນ​ເ​ມື​ອງ Porto Alegre.
​ແບ​ລຢ້ຽມ ນຳ​ໜ້າ​ໃນ​ກຸ່ມ H ດ້ວຍ​ຄະ​ແນນ 3 ​ແຕ້ມ.

ວີດີໂອ: ແຟນເຕະບານ ພາກັນອາໄສ ຢູ່ຕາມຫົນທາງ:

Your browser doesn’t support HTML5

Hardy World Cup Fans Camp Along Brazil’s Beaches