ການຮັບເງິນ ສິນບົນ ໃນໂລກ ຮ້າຍແຮງຂຶ້ນ ໃນສອງປີ ຜ່ານມາ (ວີດິໂອ)

ບັນດາພັກການເມືອງຕ່າງໆ ໃນທົ່ວໂລກ ຖືກເບິ່ງເຫັນວ່າ ເປັນສະຖາບັນທີ່ມີການສໍ້ລາດບັງຫລວງຫລາຍທີ່ສຸດ. ແຜນທີ່ປະເທດທີ່ພົບວ່າ ມີການສໍ້ລາດບັງຫລວງ ຢູ່ໃນບົດລາຍງານປະຈໍາປີ 2013 ຂອງອົງການ ຄວາມໂປ່ງໃສສາກົນ ຫລື Transparency International.

ຫລາຍ​ກວ່າ​ເຄິ່ງນຶ່ງຂອງຜູ້ຕອບຄໍາຖາມ​ ໃນ​ການຢັ່ງຫາງສຽງ
ລະດັບໂລກກ່ຽວ ກັບ​ການ​ສໍ້​ລາດ​ບັງ​ຫຼວງ ທີ່ເປີດເຜີຍໃຫ້ຮູ້
ໃນວັນອັງຄານວານນີ້ ຄິດວ່າການຮັບ ເງິນສິນບົນມີສະພາບ
ຮ້າຍແຮງຂຶ້ນໃນຮອບສອງປີທີ່ຜ່ານມາ ແລະ 27 ເປີເຊັນ
ບອກວ່າ ເຂົາເຈົ້າໄດ້ຈ່າຍເງິນສິນບົນໃຫ້ເຈົ້າໜ້າທີ່ໃນຮອບ
12 ເດືອນຜ່ານມາ ນີ້.

ການສໍາຫລວດທີ່ດໍາເນີນການໂດຍອົງການວ່າດ້ວຍຄວາມ
ໂປ່ງໃສສາກົນ ຫລື Transparency International ທີ່ຕັ້ງ
ຢູ່ນະຄອນເບີລິນພົບວ່າ ປະຊາຊົນມີ ຄວາມເຊື່ອຖືຕໍ່ສະຖາບັນ
ຕ່າງໆ ທີ່ມີຈຸດປະສົງ​ໃຫ້ການປົກປ້ອງຫລືຕາງໜ້າໃຫ້ປະຊາຊົນ
ລວມທັງຕໍາຫລວດ ແລະສານນັ້ນ ໜ້ອຍທີ່ສຸດ.

ໃນທົ່ວໂລກ, ພັກການເມືອງຕ່າງໆ ​ແມ່ນຖືວ່າເປັນສະຖາບັນທີ່ມີການສໍ້ລາດບັງຫລວງ ຫລາຍທີ່ສຸດ ໂດຍທີ່ມີຜູ້ຕອບຄໍາຖາມຕໍ່​ການຢັ່ງຫາງສຽງໃນ 51 ປະເທດ ລະບຸ​ວ່າ ​ພັກ​ການ​ເມືອງ​ເຫຼົ່ານີ້ ຕິດອັນດັບສູງສຸດຂອງບັນຊີ. ຢູ່ໃນ 36 ປະເທດປະຊາຊົນເຫັນວ່າ
ຕໍາຫລວດເປັນຜູ້ສໍ້ລາດບັງຫຼວງຫລາຍທີ່ສຸດ ຂະນະທີ່ຢູ່​ໃນ 20 ປະເທດຖືວ່າ ຝ່າຍຕຸລາ
ການ ເປັນສະຖາບັນທີ່ມີການເອົາເງິນສິນບົນຫລາຍທີ່ສຸດ.

ໂຄສົກຂອງອົງການວ່າດ້ວຍຄວາມໂປ່ງໃສສາກົນ ຊີ້ໃຫ້ເຫັນວ່າ ມີການເຊື່ອມໂຍງກັນ
ລະຫວ່າງຄວາມທຸກຈົນ ແລະການໃຫ້ສິນບົນ ​ໂດຍເວົ້າວ່າ 8 ໃນຈໍານວນ 10 ປະເທດໃດ
ທີ່ມີອັດຕາການໃຫ້ເງິນສິນບົນຫລາຍທີ່ສຸດ ແມ່ນຢູ່ໃນ ທະວີບອາຟຣິກາ.

ອີງຕາມການຢັ່ງຫາງສຽງດັ່ງກ່າວ ການໃຫ້ເງິນສິນບົນຍັງເພີ້ມຄວາມຮ້າຍແຮງ ຂຶ້ນຢູ່ໃນ
ບັນດາປະເທດອາຣັບສ່ວນໃຫຍ່ ນັບຕັ້ງແຕ່ມີການປະຕິວັດໃນປີ 2011 ເປັນຕົ້ນມາ ເຖິງ
ແມ່ນວ່າ​ ຄວາມໂກດແຄ້ນຕໍ່ພວກເຈົ້າໜ້າທີ່ສໍ້ລາດບັງຫລວງ ແມ່ນສາເຫດທີ່ພາໃຫ້ເຂົາ
ເຈົ້າລຸກຮືຂຶ້ນກໍຕາມ.

ສ່ວນຢູ່ໃນອິສຣາແອລ, ຍີ່ປຸ່ນ, ຊູ​ແດນ, ແລະຊູແດນໃຕ້ນັ້ນ ອົງການທາງສາສະໜາແມ່ນ​
ຖືວ່າ ມີການ “ສໍ້ລາດບັງຫລວງສູງທີ່ສຸດ.”

ຄົນສ່ວນໃຫຍ່ທີ່ເຂົ້າຮ່ວມການສໍາຫລວດ ເຫັນວ່າ ລັດຖະບານໃນປະເທດຕ່າງໆແມ່ນມີ
ປະສິດທິພາບໜ້ອຍລົງ ໃນການຕໍ່ສູ້ຕ້ານກັບການສໍ້ລາດບັງຫລວງ ນັບແຕ່ມີວິກິດການ ທາງການເງິນປີ 2008 ເປັນຕົ້ນມາ. ສອງສ່ວນສາມຂອງຜູ້ຄົນ ທີ່ຖືກຂໍໃຫ້ຈ່າຍເງິນ​ເພື່ອ​
ເປັນ​ຄ່າຊື້ຈ້າງນັ້ນເວົ້າວ່າ ພວກເຂົາເຈົ້າໄດ້ປະຕິເສດບໍ່ຈ່າຍເງິນດັ່ງກ່າວໃຫ້ ຊຶ່ງເປັນການ
ສະທ້ອນໃຫ້ເຫັນວ່າ ມີຄວາມຄິດຢາກຈະຕໍ່ສູ້ ຕ້ານຄືນຫຼາຍຂຶ້ນ.

ກຸ່ມດັ່ງກ່າວເວົ້າວ່າ ບົດລາຍງານ ການວັດ​ແທກການສໍ້ລາດບັງຫລວງໃນທົ່ວໂລກ ສໍາລັບ ປີ 2013 ຂອງຕົນ ແມ່ນເປັນການສໍາຫລວດຄໍາຄິດເຫັນຂອງປະຊາຊົນ ຄັ້ງໃຫຍ່
ທີ່ສຸດຂອງໂລກ ໃນເລື້ອງສໍ້ລາດບັງຫລວງ ຊຶ່ງ​ໄດ້ສໍາຫລວດ 114 ພັນຄົນ ຢູ່ໃນ 107 ປະເທດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

http://www.voanews.com/flashembed.aspx?t=vid&id=1698538&w=640&h=429&skin=embeded