ເກືອບ 200 ປະເທດ ເຫັນດີ ກັບການຫຼຸດຜ່ອນ ແກັສເຮືອນແກ້ວ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວຄຳປາໄສ ທີ່ສຳຄັນ ເພື່ອຊຸກຍູ້ເປົ້າໝາຍ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະສິ່ງແວດລ້ອມ.

ເກືອບ 200 ປະ​ເທດຈາກ​ທົ່ວ​ໂລກ​ ໄດ້​ບັນລຸ​ຂໍ້​ຕົກລົງ​ຄັ້ງ​ປະຫວັດສາດ ​ເພື່ອ​ຫລຸດ​ຜ່ອນ ການ​ປ່ອຍ​ແກັສ​ເຮືອນ​ແກ້ວທີ່​ໃຊ້​ຢູ່ໃນ​ຕູ້​ເຢັນ ແລະເຄຶື່ອງປັບ​ອາກາດ ຊຶ່ງ​ເປັນ​ບາດກ້າວ​ ອັນ​ສຳຄັນໃນ​ການ​ຕໍ່ສູ້​ຮັບ​ມື​ກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.

ຂໍ້​ຕົກລົງດັ່ງກ່າວ ໄດ້​ປະກາດໃນ​ວັນ​ເສົາ​ມື້​ນີ້ ຢູ່ກອງ​ປະຊຸມ​ທີ່​ນະຄອນ Kigali ປະ​ເທດ Rwanda.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວກ່ຽວ​ຂໍ້​ຕົກລົງສະບັບ​ນີ້ ຊຶ່ງ
​ມີ 197 ​ປະ​ເທດ ​ແລະລັດຖະບານຕ່າງໆ​ເຂົ້າຮ່ວມ​ວ່າ “ມັນ​ເປັນ ບາດກ້າວ​ທີ່​ກ້າຫານ​ໄປ​ໜ້າ.”

​ໂຮ​ງງານຜະລິດ​ແກັສ hydrofluorocarbon ຫລື HFC ​ໄດ້​ຖືກ​ນຳ​ສະ​ເໜີ​ເມື່ອ​ຫລາຍ​ທົດ​ສະ​ວັດ​ກ່ອນ ອັນ​ເປັນ​ທາງ​ເລືອກຕໍ່​ການ​ນຳ​ໃຊ້​ສານ​ເຄມີທີ່​ເຮັດ​ໃຫ້​ເຂດ ozone ບາງ​ລົງ ​ແຕ່​ໄດ້​ກັບເປັນສາ​ເຫດເຮັດ​ໃຫ້ໂລກຂອງ​ເຮົາ​ມີ​ອຸນຫະພູມ​ສູງ​ຂຶ້ນ. ແຕ່ອັນຕະລາຍ​ຂອງ​ມັນ​ໄດ້​ເພີ້​ມຂຶ້ນ ​ໃນ​ຂະນະ​ທີ່​ການ​ຂາຍ​ຕູ້​ເຢັນ ​ແລະ​ເຄື່ອງປັບ​ອາກາດຫລາຍ​ຂຶ້ນ ​ຢູ່ໃນ​ບັນດາ​ປະ​ເທດ​ທີ່​ມີ​ເສດຖະກິດ​ພຸ່ງ​ພົ້ນ​ໃໝ່ຄື​ດັ່ງ​ຈີນ​ແລະ​ອິນ​ເດຍ. ​ເຄື່ອງ​ປັບ​ອາກາດ​ ແມ່ນ​ຕົວ ການ ​ທີ່​ພາ​ໃຫ້​ມີ​ການ​ນຳ​ໃຊ້​ແກັສ HFC ​ເພີ້ມຂຶ້ນຫຼາຍທີ່​ສຸດ ອີງ​ຕາມ​ຫ້ອງ​ທົດ​ລອງ​ແຫ່ງ​ຊາດ Berkeley ທີ່ກະ​ປະມານ​ວ່າ ​ເຄື່ອງປັບ​ອາກາດ​ອີກ 700 ລ້ານໜ່ວຍ​ ຈະ​ຖືກນຳ​ໃຊ້​ ພາຍໃນ​ປີ 2030.

ຂໍ້​ຕົກລົງນີ້ໄດ້​ແບ່ງປະ​ເທດ​ຕ່າງໆ​ອອກ​ເປັນ​ສາມ​ກຸ່ມ ​ໂດຍ​ຈະ​ມີ​ກຳນົດ​ເວລາທີ່​ຕ່າງ​ກັນ​ໃນ​ການ​ເລີ້ມ​ຫລຸດຜ່ອນການ​ນຳ​ໃຊ້​ແກັສ HFC. ສະຫະລັດ​ແລະສ່ວນ ໃຫຍ່ຂອງຢູ​ໂຣບ ​ໄດ້ໝາຍໝັ້ນ​ທີ່​ຈະ​ຫລຸດຜ່ອນ​ການ​ໃຊ້​ແກັສດັ່ງກ່າວ​ເລີ້ມ​ດ້ວຍ ການ​ຫລຸດ​ລົງ 10 ​ເປີ​ເຊັນ​ໃນ​ປີ 2019 ​ແລະ​ຫລຸດ​ລົງ​ອີກ 85 ​ເປີ​ເຊັນພາຍ​ໃນ​ປີ 2036.

ສ່ວນສອງ​ກຸ່ມ​ຂອງບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ນັ້ນຈະ​ຮັກສາ​ລະດັບ​ການໃຊ້ ​ແກັສ​ດັ່ງກ່າວ ໃນ​ລະຫວ່າງ​ປີ 2024 ຫລື 2028​ ​ແລະ​ຫລັງ​ຈາກ​ນັ້ນກໍ​ຈະ​ຄ່ອຍ​ຫລຸດຜ່ອນ​ລົງ​ເປັນລຳດັບ​. ອິນ​ເດຍ ອີຣ່ານ ອີຣັກ ປາ​ກິ​ສຖານ ​ແລະ​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ ຈະ​ປະຕິບັດ​ຕາມເສັ້ນຕາຍ​ໃນ​ເວລາ​ຕໍ່​ໄປ.

ບັນ​ດາ​ປະ​ເ​ທດ​ຮັ່ງມີ​ຈຳນວນນຶ່ງ​ໄດ້​ເລີ້ມ​ຫລຸດຜ່ອນ​ການ​ໃຊ້​ແກັສ HFC ຂອງ​ເຂົາ​ເຈົ້າ​ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ