Dr. Kim ຖືກເລືອກ ເປັນປະທານ ທະນະຄານໂລກ ຄົນໃໝ່ (ເບິ່ງວີດີໂອ)

  • ວັນນະສອນ

Dr. Jim Yong Kim ຊາວອາເມຣິກັນ ໄດ້ຖືກຄະນະອໍານວຍການ ທະນາຄານໂລກ ແຕ່ງຕັ້ງໃຫ້ເປັນ ປະທານຄົນໃໝ່.

ຄະນະ​ອໍານວຍ​ການ​ຂອງ​ທະນາຄານ​ໂລກ ​ໄດ້​ແຕ່ງ​ຕັ້ງ​ຊາວອາ​ເມຣິກັນ ອີກຄົນນຶ່ງ ​ຄື ​
Dr. Jim Yong Kim ໃຫ້​ເປັນ​ປະທານ​ຄົນ​ໃໝ່ຂອງທະນາຄານ ຊຶ່ງ​ເປັນ​ອົງການ​
ຊ່ວຍ​ເຫລືອ​ເພື່ອ​ພັດທະນາ​ໂລກນັ້ນ.

Dr. Kim ​ເປັນ​ນາຍ​ແພດ ເປັນຊ່ຽວຊານດ້ານ​ມະນຸດວິທະຍາ ​ແລະປະທານ​ມະຫາ
ວິທະຍາ​ໄລ Dartmouth. ​ກ່ອນໜ້າ​ນີ້ ທ່ານ​ໄດ້ເປັນ​ຫົວໜ້າໂຄງການ​ຂອງ​ສະຫະ
ປະຊາ​ຊາດ ​ໃນການ​ພະ​ຍາ​ຍາມ​ຕໍ່ສູ້​ກັບໂຣກເອດສ໌ ​ໄດ້ກໍ່​ຕັ້ງ​ອົງ​ການຈັດ​ຕັ້ງນຶ່ງ​ທີ່​ບໍ່​
ຂື້ນ​ກັບ​ລັດຖະບານ ​ເພື່ອ​ສົ່ງ​ເສີມ​ຊຸກ​ຍູ້ການ​ຮັກສາ​ສຸຂ​ະພາບ​ແກ່​ບັນດາ​ປະ​ເທດ​ທີ່
ທຸກ​ຍາກ ​ແລະ​ເຄີຍເປັນ​ອາຈານ​ສອນ​ທີ່​ມະຫາວິທະຍາ​ໄລ Harvard. Dr. Kim
ຈະເຂົ້າ ຮັບ​ຕໍາ​ແໜ່​ງປະທານ​ທະນາຄາ​ນ​ໂລກກໍາໜົດ 5 ປີ ທີ່​ຈະ​ເລີ້ມ​ໃນວັນ​ທີ 1
ເດືອນກໍລະກົດຈະ​ມາ​ນີ້. ທ່ານ​ Kim ຈະ​ຂຶ້ນ​ແທນທ່າ​ນ Robert Zoellick ທີ່ຈະ
ພົ້ນຈາກ​ຕໍາ​ແໜ່​ງ​ໄປ ໃນ​ເດືອນມິຖຸນາ.

ຢູ່​ໃນ​ຈົດໝາຍ​ເຖິງ​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນວານນີ້ Dr. Kim ກ່າວ​ວ່າ ທ່ານ​ຈະ​
ຊອກ​ຫາ “​ແນວ​ທາງໃໝ່" ຂອງ​ທະ​ນາຄາ​ນ​ເພື່ອ​ໃຫ້​ສະທ້ອນ​ເຖິງ “ການ​ປ່ຽນ​ແປງ​
ຢ່າງ​ວ່ອງ​ໄວຂອງ​ໂລກ​” ​ແລະ​ສະ​ແຫວ​ງຫາ “ການ​ເຕີບ​ໂຕ​ທີ່​ຮວມ​ເອົາ​ທຸກໆ​ປະ​ເທດ.”

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ສະ​ເໜີ​ຊື່ Dr. Kim ​ໃຫ້ເຂົ້າ
ຮັບ​ໜ້າ​ທີ່ດັ່ງກ່າວ ​ແລະ​ໄດ້​ຊົມ​ເຊີຍທ່ານທ່ີໄດ້​ຖືກ​ເລືອກ​ເອົາ. ທ່ານ​ໂອ​ບາ​ມາ ກ່າວ​ອີກ​
ວ່າ ຜູ້​ສະມັກ​ອີກ​ສອງ​ຄົນຈາກໄນ​ຈີ​ເຣຍ ​ແລະ ​ໂຄ​ລົ​ມ​ເບຍ ກໍ​ມີ​ຄຸນ​ນະ​ວຸດ​ທິ ​ແລະ
ຄວາມ​ໝາຍ​ໝັ້ນ​ທີ່​ໂດດ​ເດ່​ນ.

ພາຍ​ໃຕ້​ການ​ຕົກລົງ​ກັນ​ຢ່າງ​ບໍ່​ເປັນ​ທາ​ງການນັ້ນ ຄົນອາ​ເມຣິ​ກັນ​ແມ່ນ ​ ໄດ້​ເປັນ​ຫົວ
ໜ້າທະນາຄານ​ໂລກ​ມາ​ຕະຫລອດ ​ໃນ​ຂະນະ​ທີ່​ຊາວ​ຢູ​ໂຣບ ໄດ້​ເປັນ​ຫົວໜ້າກອງ​ທຶນ​
ສາກົນ ຫລື IMF.

ບັນດາ​ຜູ້​ຕິຕຽນ​ກ່າວ​ວ່າ ການ​ຕົກລົງ​ກັນ​ດັ່ງກ່າວ​ນັ້ນ ລ້າ​ສະໄໝ ​ແລະ​ບໍ່​ມີ​ຄວາມທ່ຽງທໍາ.

http://www.voanews.com/templates/widgetDisplay.html?id=147625095&player=article