ທະນາຄານໂລກ ປະກາດ ໂຄງການຊ່ວຍພັດທະນາ ມຽນມາ

ທ່ານ Jim Yong Kim ປະທານທະນາຄານໂລກ ຂະນະຢ້ຽມຢາມ ໂຮງໝໍ ທີ່ເມືອງ Dagon ເໜືອ ຂອງມຽນມາ, ວັນອາທິດ ທີ 26 ມັງກອນ 2014.

ທະນາຄານ​ໂລກ​ໄດ້ເປີດ​ເຜີຍແຜນການ ມູນ​ຄ່າ​ສອງ​ພັນ​ລ້ານ
​ໂດ​ລ່າ ສໍາລັບ​ປະ​ເທດ​ມຽນມາ ​ເພື່ອ​ຊ່ວຍໃຫ້ຊາວ​ມຽນາໄດ້​ຊົມ
​ໃຊ້​ພະ​ລັງ​ງານ ​ແລະ​ການ​ຮັກສາ​ສຸຂະພາບ ຢ່າງ​ທົ່ວ​ເຖິງ.

ປະທານ​ທະນາຄານ​ໂລກ ທ່ານ Jim Yong Kim ປະກາດ​ໂຄງ
ການ​ນີ້​ໃຫ້​ຊາບ ​ໃນ​ຂະນະ​ທີ່​ຢ້ຽມຢາມ​ຄລິ​ນິກຮັກສາ​ສຸຂະພາບ
​ແຫ່ງ​ນຶ່ງ ​ໃນ​ນະຄອນ​ຢາງ​ກຸ້ງ ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ເປັນ​ເທື່ອ​ທໍາ
​ອິດ ທີ່​ທ່ານ​ຄິມ​ໄດ້​ໄປ​ຢ້ຽມຢາມ​ມຽນມາ.

ທ່ານຄິມກ່າວ​ວ່າ ການ​ສະໜັບສະໜຸນ​ຂອງ​ທະນາຄານ​ໂລກ ຕໍ່​ຄວາມ​ພະຍາຍາມ​ໃນການ​ປະຕິ​ຮູບ​ຂອງ​ມຽນມາ​ນັ້ນ ​ແມ່ນມີ​ເປົ້າ​ໝາຍ​ເພື່ອຊ່ວຍ​ໃຫ້​ລັດຖະມານ ສາມາດ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດ​ໄປ​ສູ່​ປະຊາຊົນ​ມຽນມາ ​ໄດ້​ໄວ​ຂຶ້ນ​ກ່ວາ​ເກົ່າ.

ທະນາຄານ​ໂລກ​ກ່າວ​ວ່າ ປະຊາຊົນ​ມຽນມາ ກ່ວາ 70 ສ່ວນ​ຮ້ອຍ ບໍ່​ມີ​ໄຟຟ້າ​ໃຊ້ ​ແບບທີ່​ກາງ​ຕໍ່​ໄດ້. ທ່ານ​ຄິມ​ເວົ້າ​ວ່າ ການ​ຂະຫຍາຍ​ໄຟຟ້າ​ໄປ​ໃຫ້​ປະຊາຊົນ​ໄດ້​ໃຊ້​ກັນ​ຢ່າງ​ທົ່ວ​ເຖິງ​ນັ້ນ ຈະ​ຊ່ວຍ​ຫັນປ່ຽນສັງຄົມ ​ແລະ​ກໍ​າຈັດ​ຄວາມທຸກ​ຈົນ ​ໃຫ້​ໝົ​ດສິ້ນໄປ.