ໃນມື້ທຳອິດເຕັມມື້ ຂອງການດຳລົງຕຳແໜ່ງຂອງທ່ານດໍໂນລ ທຣຳ ພວກປະທ້ວງຫຼາຍ ແສນຄົນ ໄດ້ພາກັນຫລັ່ງໄຫລມາຍັງ ວໍຊິງຕັນ ເພື່ອເດີນຂະບວນເພື່ອພວກແມ່ຍິງ ຫຼື Women’s March ໃນການສະແດງອອກເຖິງການຄັດຄ້ານ ທີ່ແຜ່ຫຼາຍ ຕໍ່ລັດຖະບານ ຊຸດໃໝ່ ແລະ ນະໂຍບາຍທັງຫຼາຍຂອງລັດຖະບານໃໝ່ນີ້. ການເດີນຂະບວນ ທີ່ຄ້າຍ ຄືກັນນີ້ ໄດ້ຈັດຂຶ້ນ ຢູ່ໃນຫຼາຍກວ່າ 600 ບ່ອນ ຢູ່ໃນສະຫະລັດ ແລະ ທົ່ວໂລກ ໃນວັນ ເສົາວານນີ້ ເພື່ອເປັນນ້ຳນຶ່ງໃຈດຽວ ກັບການເດີນຂະບວນ ຢູ່ໃນວໍຊິງຕັນ.
ພວກທີ່ເຂົ້າຮ່ວມການເດີນຂະບວນ Women's March ກວມເອົາບໍລິເວນ ທີ່ເອີ້ນກັນ ວ່າ Mall ໄປທົ່ວ ໃນນະຄອນຫຼວງວໍຊິງຕັນ ດີຊີ, ວັນທີ 21 ມັງກອນ 2017 ເພື່ອຕໍ່ຕ້ານ ການເຂົ້າຮັບຕຳແໜ່ງປະທານາທິບໍດີ ຂອງທ່ານທຣຳ. (Photo: N. Papadogiannakis / VOA)
ເຊັ່ນດຽວກັນກັບການປະທ້ວງໃນນະຄອນຫຼວງສະຫະລັດ ພວກປະທ້ວງຫຼາຍໆຄົນ ຢູ່ທົ່ວໂລກ ໄດ້ພາກັນເດີນຂະບວນ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ສິດທິຂອງພວກ
ແມ່ຍິງ ສິດທິພົນລະເມືອງ ແລະ ບັນຫາສິ່ງແວດລ້ອມທັງຫຼາຍ ໃນຂະນະທີ່ທ່ານທຣຳ ເລີ້ມຕົ້ນສະໄໝພາລະກິດຂອງທ່ານ.
Your browser doesn’t support HTML5
Madonna Tells Women's March DC Participants 'Good Will Win In The End'
ບັນດາຜູ້ຈັດແຈງການເດີນຂະບວນເພື່ອພວກແມ່ຍິງ ຢູ່ໃນວໍຊິງຕັນ ໄດ້ວາງແຜນ
ເພື່ອໂຮມຊຸມນຸມກັນ ຢູ່ໃກ້ ລັດຖະສະພາ ເຊິ່ງຕິດຕາມດ້ວຍການເດີນຂະບວນ ໄປຍັງ ທຳນຽບຂາວ ທີ່ມີລະຍະທາງຍາວ ຫຼາຍກວ່າ 2 ກິໂລແມັດຫ່າງກັນ ໂດຍຈະຜ່ານ ສະຖານທີ່ຕ່າງໆ ທີ່ເປັນປະຫວັດສາດຂອງວໍຊິງຕັນ. ແຕ່ຝຸງຄົນແມ່ນໃຫຍ່ກວ່າຫຼາຍ ທີ່ໄດ້ຄາດກັນໄວ້ ເຊິ່ງມັນໄດ້ກົດດັນໃຫ້ບັນດາຜູ້ຈັດແຈງ ປ່ຽນເສັ້ນທາງ ການເດີນ ຂະບວນ. ເສັ້ນທາງການເດີນຂະບວນສ່ວນໃຫຍ່ ແມ່ນໄປຕາມຖະໜົນ Independence Avenue ໄດ້ມີຜູ້ຄົນເຕັມໄປທົ່ວຈາກທາງເບື້ອງນຶ່ງໄປຫາອີກເບື້ອງນຶ່ງ ໃນເວລາ ກ່ອນການເດີນຂະບວນຈະເລີ້ມຕົ້ນຂຶ້ນ.
Your browser doesn’t support HTML5
Activist Gloria Steinem Tells Women's March Protesters 'Put Our Bodies Where Our Beliefs Are'
ທ່ານ Peter Newsham ຫົວໜ້າຕຳຫຼວດຮັກສາການຊົ່ວຄາວຂອງວໍຊິງຕັນ ໄດ້ກ່າວ
ວ່າ “ພວກຝຸຸງຄົນ ໄດ້ຍາວຢຽດຈົນວ່າ ບໍ່ມີເນື້ອທີ່ເຫຼືອເລີຍສຳລັບການເດີນຂະບວນ.”
Your browser doesn’t support HTML5
Pro-Trump Protesters, Women's Group Excluded From March Address Concerns
ພວກນັກເຄື່ອນໄຫວດ້ານການເມືອງ ພວກມີຊື່ສຽງດົ່ງດັງຕ່າງໆ ຕະຫຼອດທັງພວກນັກ ສະແດງ ຮຽກຮ້ອງໃຫ້ມີຜູ້ເປັນປາກເປັນສຽງ ເພື່ອຄັດຄ້ານນະໂຍບາຍຄົນເຂົ້າເມືອງ ຂອງທ່ານທຣຳ ເລື່ອງສິ່ງແວດລ້ອມ ແລະເລື່ອງສິດທິແມ່ຍິງ. ນັກຮ້ອງຊື່ດັງ ມາດາດາ ໄດ້ຮັບສຽງຕົບມືກຶກກ້ອງ ຈາກບັນດາຝຸງຊົນໃນວໍຊິງຕັນ ເວລາຜູ້ກ່ຽວມາປາກົດໂຕ ຢ່າງບໍ່ຄາດຝັນ ເວລາໄກ້ຈະຢຸດເຊົາການປະທ້ວງ ຢູ່ໃກ້ໆກັບຕຶກ ລັດຖະສະພາ. ນາງເປັນຜູ້ນຳພາກຸ່ມໂຮ່ຮ້ອງຄຳຂວັນທີ່ວ່າ “We choose love ຊຶ່ງແປວ່າ ພວກເຮົາເລືອກເອົາຄວາມຮັກ.”
Your browser doesn’t support HTML5
Participants in Women's March on Why They Are Protesting
In Photos: Women March in US, Overseas