ທະຫານແມ່ຍິງ ໃນກອງທັບເຮືອ ສະຫະລັດ (ເບິ່ງວີດີໂອ ຮຽນພາສາອັງກິດ)

ເມື່ອໝໍ່ໆມານີ້ ກະຊວງປ້ອງກັນປະເທດສະຫະລັດໄດ້ປະກາດວ່າ ຕົນຈະເປີດຮັບເອົາແມ່ຍິງ ເຂົ້າຮັບໃຊ້ໃນກອງທັບເພີ່ມຂຶ້ນອີກ 14,000 ຄົນ. ແຕ່ວ່າ ຢູ່ໃນສະພາບແວດລ້ອມທີ່ມີແຕ່ ພວກຜູ້ຊາຍເປັນສ່ວນໃຫຍ່ນັ້ນ ມີສິນຍ້ອມໃຈຫຍັງແດ່ ທີ່ອາດດົນໃຈໃຫ້ພວກແມ່ຍິງສະໜັກ ເຂົ້າຮັບໃຊ້ ໃນກອງທັບຫລາຍຂຶ້ນ? ດາຣາມີຄໍາຕອບມາສະເໜີທ່ານ ຈາກລາຍງານຂອງ ພະແນກພາສາອັງກິດພິເສດຂອງວີໂອເອ ຫລື VOA Special English ສໍາລັບບັນດາທ່ານ ທີ່ຢາກຮຽນພາສາອັງກິດໄປພ້ອມ.

ຟັງລາຍງານໂດຍເຕັມ:

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ໄດ້​ປະກາດວ່າ ຕົນຈະ​ເປີດ​ຮັບ​ເອົາແມ່ຍິງ​ເຂົ້າຮັບ​ໃຊ້​ໃນ
​ກອງທັບ ເພີ່ມ​ຂຶ້ນອີກ 14,000 ຄົນ. ​

ຮ້ອຍ​ໂທ Megan Donnelly ​ເປັນ​ຄົນ​ນຶ່ງ​ໃນ​ຈໍານວນ​ແມ່ຍິງ 770 ທີ່ປະຈໍາການ​ຢູ່​ເທິງ​ກໍ່າ​ປັ່ນ
​ບັນທຸກເຮືອບິນ Abraham Lincoln. ນາງກ່າວ​ກ່ຽວ​ກັບ​ວຽກງານ​ຂອງ​ລາວ​ວ່າ:

“ຂ້ອຍ​ຄຸ້ມ​ຄອງ 15 ຫາ 20 ຄົນ ຢູ່ຫໍ​ບັງຄັບ​ເຮືອ​ໃນ​ແຕ່​ລະເທື່ອ. ​ວຽກ​ຂອງ​ຂ້ອຍກໍ​ຄື
ຄຸ້ມ​ຄອງ​ພວກ​ເຂົາ​ເຈົ້າທັງ​ໝົດນັ້ນ​ ແທນ​ກັບຕັນ​ ​ເພື່ອບໍ່ໃຫ້ເພິ່ນ​ຕ້ອງ​ໄດ້ຄຸມ​ເອງ ​ແລະ​
ເພີ່ນ​ເອງ​ກໍ​ຈະ​ໄດ້​ເພັ່ງ​ເລັງ​ໃສ່​ວຽກ​ອື່ນ​ທີ່​ໃຫຍ່ກ່ວານັ້ນ.”

ຮອ້ຍ​ໂທ ດອນ​ເນລລີ ​ຮຽນຈົບ​ຈາກ​ສະ​ຖາ​ບັນ​ກອງທັບ​ເຮືອ​ສະຫະລັດ. ນາ​ງ​ໄດ້​ຮັບ​ການ
ເຝິກ​ອົບ​ລົມ​ເປັນ​ນັກ​ບິນ​ກອງທັບ​ເຮືອ ແລະໄດ້​ຮັບ​ລາງວັນຈາກ​ກອງທັບ​ເຮືອມາ​ແລ້ວ ຍ້ອນ​
ຄວາມ​ສາມາດ​ໃນການນໍາ​ພາຂອງ​ນາງ. ຄວາມ​ຈິງ​ແລ້ວ ລາວ​ເປັນ​ແມ່ຍິງ​ຄົນ​ທໍາ​ອິດ​ຢູ່​ເທິງ
​ກໍ່າ​ປັ່ນລໍາ​ນີ້ ທີ່​ໄດ້​ຮັບ​ກຽດ​ດັ່ງກ່າວ.

ຮ້ອຍ​ໂທ Nicole Rosales ​ເປັນແພດ​ຍິງພຽງ​ຄົນ​ດຽວຢູ່​ເທິງ​ກໍ່າ​ປັ່ນລໍາ​ນີ້. ລາວກ່າວ​ວ່າ
ລາວ​ມັກ​ກອງທັບ​ເຮືອ.

“ກອງທັບ​ເຮືອ​ບໍ່​ພຽງ​ແຕ່​ໄດ້ຈ່າຍ​ຄ່າ​ຮຽນ​ແພດ​ໃຫ້​ຂ້ອຍ​ເທົ່າ​ນັ້ນ ​ແຕ່ຍັງໄດ້​ອໍານວຍ​
ໂອກາດໃຫ້ຂ້ອຍ​ໄດ້​ຮັບ​ໃຊ້​ຢູ່​ເທິງ​ກໍ່າ​ປັ່ນ​ບັນທຸກ​ເຮືອບິນ ​ແລະ​ໄດ້​ຮັບ​ໃຊ້​ໃນ​ໂຮງໝໍ​
ທະຫານ​ຫລາຍໆ​ແຫ່ງ​ຕ່າງ​ກັນ ຢູ່​ໃນທົ່ວ​ສະຫະລັດ.”

​ແມ່ຍິງຫລາຍໆ​ຄົນ​ທີ່ຮັບ​ໃຊ້​ຢູ່​ໃນ​ກໍ່າ​ປັ່ນ Abraham Lincoln ນັ້ນ ​ໄປ​ສະມັກ​ເປັນ​ທະຫານ
​ເຮືອ ​ເພື່ອ​ເປັນ​ຫົນທາງຊ່ວຍ​ເຫລືອ​ຄອບຄົວ​ຂອງພວກ​ເຂົາ​ເຈົ້າ.

ນາງ Amber Mentzer ຢາກ​ທ້ອນ​ເງິນໃຫ້ໄດ້​ຈໍານວນ​ນຶ່ງ ​ໃນ​ລະຫວ່າງ​ຮັບ​ໃຊ້​ເປັນ​ເວລາ
4 ປີ​ນັ້ນ ​ແລະ​ແລ້ວ​ກໍຈະ​ລາ​ອອກຈາກກອງທັບ​ເຮືອ ​ແຕ່​ບໍ່​ແມ່ນຍ້ອນ​ວ່າລາວບໍ່​ມັກວຽກ​ນີ້.

“ຖ້າ​ເຮົາ​ສະມັກເຂົ້າມາຮ່ວມ ໂດຍມີ​ທັດສະນະ​ໃນ​ທາງ​ບວກ​ ​ແລະ​ເຮັດ​ໃນ​ສິ່ງ​ທີ່​ຈໍາ​ເປັນ​
ຕ້ອງ​ເຮັດ​ນັ້ນ​ແລ້ວ ​ເຮົາ​ກໍ​ຈະ​ໄປ​ໄດ້ສະບາຍ. ຂ້ອຍ​ບໍ່​ມີບັນຫາ​ຫຍັງກັບເລື່ອງວຽກ​ ຫລື
​ສິ່ງ​ອື່ນ​ໃດ. ທຸກໆ​ຄົນ​ແມ່ນໄດ້​ຮັບ​ການປະຕິບັດ​ຕໍ່​ຢ່າງ​ເທົ່າ​ທຽມ​ກັນ.”

ສ່ວນ​ນາງ Ingry Pimentel ນັ້ນ ​ຕັ້ງ​ໃຈ​ຈະ​ຢູ່​ນໍາ​ກອງທັບ​ເຮືອຕໍ່​ໄປ. ລາວ​ກ່າວ​ວ່າ:

“ຂ້ອຍ​ຈະ​ຢູ່​ນໍາ​ກອງທັບ​ເຮືອ​ຕໍ່​ໄປ ​ແລະ​ຈະ​ຍືດ​ເອົາ​ວຽກ​ນີ້​ເປັນອາຊີບ​ເລີຍ. ຂ້ອຍ​ມາ​
ຢູ່​ນີ້​ໄດ້ 8 ​ເດືອນ​ແລ້ວ. ຂ້ອຍ​ມີ​ແຜນ​ຈະ​ຍຶດ​ເປັນ​ອາຊີບ​ເລີຍ ຂ້ອຍ​ມັກມັນ.”

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ເປັນ​ພາສາ​ລາວ: