ລົດຄັນນຶ່ງໄດ້ແລ່ນເຂົ້າຕຳພວກຄົນຍ່າງ ຢູ່ຈະຕຸລັດ Time Square ເຮັດໃຫ້ ແມ່ຍິງ
ອາຍຸ 18 ປີຄົນນຶ່ງ ເສຍຊີວິດ ໃນວັນພະຫັດວານນີ້.
ຕຳຫຼວດລະບຸໂຕຄົນຂັບລົດວ່າ ແມ່ນທ້າວ Richard Rojas ອາຍຸ 26 ປີສັນຊາດ
ສະຫະລັດ ຜູ້ທີ່ເຄີຍມີປະຫວັດໃນການຖືກຈັບມາແລ້ວ ຍ້ອນຂັບລົດດ້ວຍຄວາມເມົາ.
ທ່ານ Daniel Nigro ຄະນະກຳມະການ ໜ່ວຍດັບໄຟນະຄອນນິວຢອກ ກ່າວຕໍ່ກອງ
ປະຊຸມນັກຂ່າວວ່າ ອີກຊາວສອງຄົນໄດ້ຮັບບາດເຈັບ ອີງຕາມໜ່ວຍດັບໄຟນະຄອນ
ນິວຢອກ. ສີ່ຄົນຢູ່ໃນອາການສາຫັດ ແຕ່ວ່າບໍ່ມີໃຜຈະເສຍຊີວິດ.
Your browser doesn’t support HTML5
Intoxicated Navy Veteran Arrested In New York Crash
ອຸປະຕິເຫດນີ້ ບໍ່ປາກົດວ່າເຊື່ອມໂຍງກັບການກໍ່ການຮ້າຍ ແລະກຳລັງທຳການສືບ
ສວນຢູ່ ອີງຕາມເຈົ້າໜ້າທີ່ນະຄອນນິວຢອກ ຜູ້ທີ່ປະຕິບັດງານຮ່ວມກັບອົງການສັນ
ຕິບານກາງ FBI ໃນການສືບສວນນີ້.
Your browser doesn’t support HTML5
De Blasio: 'No Indication This Was Terror'
ເຈົ້າຄອງນະຄອນນິວຢອກທ່ານ Bill de Blasio ກ່າວຕໍ່ກອງປະຊຸມນັກຂ່າວວ່າ “ອີງ
ຕາມຂໍ້ມູນທີ່ພວກເຮົາມີໃນປັດຈຸບັນນີ້ ບໍ່ມີການຊີ້ບອກໃດໆວ່າເປັນການກໍ່ການຮ້າຍ.
ດັ່ງທີ່ກ່າວໄປແລ້ວນັ້ນ ພວກເຮົາກຳລັງ ເສີມກຳລັງ ຢູ່ຈຸດສຳຄັນຕ່າງໆ ອ້ອມແອ້ມນະ
ຄອນນິວຢອກ ພ້ອມດ້ວຍໜ່ວຍຕໍ່ຕ້ານການກໍ່ການຮ້າຍຂອງກົມຕຳຫລວດ.”
Your browser doesn’t support HTML5
Car Crash in Times Square New York City
ຕຳຫລວດກ່າວວ່າ ລົດ Honda ສີ່ປະຕູສີແດງແລ່ນຂຶ້ນເທິງບ່ອນຄົນຍ່າງແລະ ໄດ້ຂັບໄປສາມຮ່ອມດ້ວຍຄວາມໄວສູງ ກ່ອນຕຳເສົາໄຟຟ້າຢູ່ຖະໜົນທີ 45 ແລະ Broadway.