ຊີເຣຍ ນໍາໃຊ້ໂດຣນສະຫຼະຊີບຂອງ ຣັດເຊຍ ຕໍ່ພວກກະບົດ

Your browser doesn’t support HTML5

ຊີເຣຍ ນໍາໃຊ້ໂດຣນສະຫຼະຊີບຂອງ ຣັດເຊຍ ຕໍ່ພວກກະບົດ ເຊິ່ງນໍາໃຊ້ການຮຽນຮູ້ຈາກ ຢູເຄຣນ.

ພວກ​ກະບົດຊາວ​ຊີ​ເຣຍ ກຳລັງ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່​ໃໝ່​ຄື ໂດຣນສະຫຼະຊີບ. ພວກກະບົດກ່າວວ່າ ລັດຖະບານຊີເຣຍ ແລະ ກອງກຳລັງຂອງ ຣັດເຊຍ ໄດ້ໂຈມຕີເປົ້າໝາຍທາງທະຫານ ແລະພົນລະເຮືອນ ດ້ວຍຍຸດທະວິທີທີ່ພັດທະນາໂດຍ ຣັດເຊຍ ໃນສົງຄາມກັບ ຢູເຄຣນ.

ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ, ຢູ່ບໍລິເວນແນວ​ໜ້າ​ລະ​ຫວ່າງ​ພວກ​ກຸ່ມຕໍ່ຕ້ານລັດຖະບານຊີເຣຍ​ ແລະ​ກອງ​ກຳ​ລັງຂອງດາມາສກັສ, ເຊິ່ງເປັນພື້ນທີ່ອັນ​ຕະ​ລາຍແຫ່ງ​ໃໝ່ທີ່ກໍາລັງ​ຈະ​ເກີດ​ຂຶ້ນ.

ໃນ​ຮູບ​ພາບຕ່າງໆ ​ເມື່ອບໍ່ດົນມາ​ນີ້, ມີຜູ້​ເຄາະ​ຮ້າຍ​ອີກ​ຄົນ​ນຶ່ງ ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດຣນສະຫຼະຊີບ ໄດ້​ຖືກ​ສົ່ງ​ໄປ​ໂຮງ​ໝໍ.

ຜູ້​ຊາຍ​ຄົນ​ນີ້ ​ຕິດ​ຕາມ​ກວດ​ກາ​ການ​ໂຈມ​ຕີ​ດ້ວຍ​ໂດຣນ​ຂອງ​ກຳລັງ​ຕໍ່ຕ້ານ​ ແລະກອງກໍາລັງ​ພົນລະ​ເຮືອນ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ. ໂດຍບອກຊື່ວ່າ “Abu Amin” ເຊິ່ງແມ່ນຊື່ຫຼິ້ນທີ່ລາວໃຊ້ ສໍາລັບເຫດຜົນຕ່າງໆດ້ານຄວາມປອດໄພ.

ທ່ານກ່າວວ່າ ກອງກໍາລັງຂອງດາມາສກັສ ແລະພວກຊາວຣັດເຊຍທີ່ໃຫ້ການສະໜັບສະໜູນແກ່ພວກເຂົາ ໄດ້ໃຊ້ໂດຣນຫຼາຍຮ້ອຍລໍາທີ່ມີຂະໜາດນ້ອຍ ແຕ່ຮ້າຍແຮງໃນຊ່ວງປີທີ່ຜ່ານມາ.

ອາບູ ອາມິນ, ຜູ້ສັງເກດການທາງທະຫານ ກ່າວວ່າ:

“ກອງກຳລັງຂອງຣັດເຊຍ ໄດ້ໂອນປະສົບການຂອງພວກເຂົາໃນການນໍາໃຊ້ ໂດຣນສະຫຼະຊີບ ຈາກສົງຄາມ ຢູເຄຣນ ໃຫ້ແກ່ ຊີເຣຍ. ໂດຣນສະຫຼະຊີບເຫຼົ່ານີ້ ແມ່ນຍິງຈາກແນວໜ້າໂດຍຜ່ານຫ້ອງປະຕິບັດການຮ່ວມ ຂອງຣັດເຊຍ ພ້ອມດ້ວຍກອງກໍາລັງຂອງລະບອບການປົກຄອງຊີເຣຍ.”

ທັງກອງກໍາລັງຂອງດາມາສກັສ ແລະ ກອງກໍາລັງຂອງມົສກູ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ທີ່ສະເພາະເຈາະຈົງ ກ່ຽວ​ກັບ​ຍຸດ​ທະ​ວິທີໃດໆຂອງ​ສົງ​ຄາມ​.

ແຕ່ບັນດານັກວິເຄາະເຊື່ອວ່າ ຂໍ້ກ່າວອ້າງທັງຫຼາຍ ແມ່ນມີມູນຄວາມຈິງ.

ທ່ານ ຊາມູເອລ ເບັນເດັດ (Samuel Bendett), ຈາກສູນກາງການວິເຄາະຂອງກອງທັບເຮືອ ກ່າວຜ່ານ Zoom ວ່າ:

“ພວກມັນບໍ່ຍາກປານໃດທີ່ຈະປະກອບເຂົ້າກັນ, ມັນບໍ່ຍາກທີ່ຈະຊື້. ມັນໃຊ້ເວລາພຽງແຕ່ສອງສາມອາທິດເທົ່ານັ້ນ ເພື່ອຮຽນຮູ້ວິທີການບິນ drones ເຫຼົ່ານັ້ນ. ແລະອີກເທື່ອນຶ່ງ, ເຂົາມີປະສົບການທີ່ມີມູນຄ່າຫຼາຍປີທີ່ເກັບກໍາໂດຍທະຫານ ຣັດເຊຍ ໃນ ຢູເຄຣນ ກ່ຽວກັບວິທີການນໍາໃຊ້ drones ເຫຼົ່ານີ້ ທີ່ສາມາດຖ່າຍທອດໃຫ້ພັນທະມິດຂອງພວກເຂົາ.”

ບັນດາເຈົ້າ​ໜ້າ​ທີ່​ກູ້​ໄພ​ສຸກ​ເສີນ ​ຍັງ​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ດ້ວຍ​ໂດຣນດັ່ງກ່າວ, ອີງ​ຕາມ​ກຸ່ມ​ອາສາ​ສະໝັກ​ປ້ອງ​ກັນ​ປະ​ເທດ​ຊີ​ເຣຍ ທີ່​ຮູ້ຈັກ​ກັນ​ໃນ​ນາມ​ໝວກ​ກັນ​ກະທົບສີ​ຂາວ. ພວກ​ເຂົາ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມັກ​ຈະ​ຕ້ອງ​ລໍ​ຖ້າ​ຈົນ​ກວ່າ​ໂດຣນເຫຼົ່ານັ້ນ ບິນຜ່ານ​ໄປ ​ເພື່ອທໍາການ​ຊ່ວຍ​ເຫຼືອ​ຜູ້​ເຄາະ​ຮ້າຍ​ຈາກການຖິ້ມ​ລະ​ເບີດ​.

ທ່ານ ມູຮໍາມາດ ອາລ-ຈາສຊິມ (Muhammad Al-Jassim), ຈາກໜ່ວຍປ້ອງກັນພົນລະເຮືອນຂອງຊີເຣຍ ກ່າວເປັນພາສາອາຣັບວ່າ:

“ຄວາມອັນຕະລາຍຂອງ ໂດຣນສະຫຼະຊີບ ແມ່ນຄວາມແມ່ນຢໍາຂອງພວກເຂົາ, ເຊິ່ງເຮັດໃຫ້ທີມງານຂອງພວກເຮົາ ຕອບສະໜອງໃນການຊ່ອຍເຫຼືອຫຼ້າຊ້າຕໍ່ການຖິ້ມລະເບີດນັ້ນ, ເນື່ອງຈາກມີ ໂດຣນສອດແນມ ມາພ້ອມກັບ ໂດຣນສະຫຼະຊີບສະເໝີ. ພວກເຂົາມັກຈະສົ່ງ ໂດຣນສະຫຼະຊີບຫຼາຍລໍາ ໃນເວລາດຽວກັນ ໄປບ່ອນດຽວກັນ, ອັນນີ້ແຫລະແມ່ນສິ່ງທີ່ເຮັດໃຫ້ພວກເຮົາຫຼ້າຊ້າໃນການຊ່ວຍເຫຼືອປະຊາຊົນ.”

ຊາວກະສິກອນ ອັບດູລລະ ອາລ-ຊັດຕູບ (Abdullah Al-Sattouf) ກ່າວວ່າ ທຸກຄົນມີຊີວິດຢູ່ໃນຄວາມຢ້ານກົວຂອງການໂຈມຕີຄັ້ງຕໍ່ໄປ.

ອັບດູລລະ ອາລ-ຊັດຕູບ, ຊາວກະສິກອນກ່າວເປັນພາສາອາຣັບວ່າ:

“ມີເທື່ອນຶ່ງ, ໂດຣນຂັບໄລ່ສະຫລະຊີບ ໄດ້ຕົກໃກ້ເຮືອນຂອງຂ້ອຍ, ແລະເນື່ອງຈາກວ່າ ມັນມາແຕ່ເຊົ້າ, ລູກຂອງຂ້ອຍຈຶ່ງນອນຫຼັບຢູ່ ແລະຕື່ນຂຶ້ນມາດ້ວຍຄວາມຢ້ານ, ແລະລົດຂອງໃຜຜູ້ນຶ່ງທີ່ຈອດຢູ່ໃກ້ເຮືອນຂ້ອຍ ກໍ່ລະເບີດຂຶ້ນ.”

ຖ້າ​ໂດຣນຫາກຍັງຄົງສືບຕໍ່​ບຸກ​ໂຈມ​ຕີ, ພວກມັນ​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງຫຼວງຫຼາຍ​ຕໍ່​ຂະ​ແໜງ​ກະ​ສິ​ກຳ ເນື່ອງຈາກ​ພວກ​ເຮົາ​ຕ້ອງ​ການ​ຫຼາຍ​ຄົນ ເພື່ອທໍາການ​ເພີ້ມ​ທະ​ວີ​ການ​ຜະ​ລິດ. ແຕ່ທຸກສິ່ງຈະຢຸດເຊົາ, ແລະບໍ່ມີໃຜເຮັດວຽກໄດ້ ຖ້າການໂຈມຕີຍັງຄົງສືບຕໍ່ຢູ່ແບບນີ້.

ກຸ່ມຕໍ່ຕ້ານລັດຖະບານ ສາມາດປະຕິບັດການໄດ້ພຽງເລັກໜ້ອຍເພື່ອປ້ອງກັນຕົນເອງຈາກໄພຂົ່ມຂູ່ຂອງໂດຣນ ນອກເໜືອໄປຈາກການຕິດຕາມການເຄື່ອນໄຫວ ແລະ ອອກຄຳເຕືອນ, ໃນຂະນະທີ່ກອງກໍາລັງຂອງດາມາສກັສ ພະຍາຍາມທຳລາຍສູນກາງການຕໍ່ຕ້ານແຫ່ງສຸດທ້າຍນັ້ນ.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

Syrian rebels are facing a new threat: suicide drones. Rebels say the Syrian government and Russian forces have hit military and civilian targets with tactics developed largely by Russia in its war on Ukraine. Dorian Jones reports from Istanbul with Moawia Atrash in Idlib, Syria.

In northwestern Syria, on the frontline between rebels and Damascus forces, a new danger looms.

In these recent images, another victim of a suicide drone attack is rushed to a hospital.

This man monitors drone attacks for rebel forces and civilians in northwest Syria. “Abu Amin" is the nickname he uses for security reasons.

He says Damascus and its Russian backers have deployed hundreds of small but deadly drones in the past year.

"Abu Amin," Military Observer, male in Arabic.

"Russian forces transferred their experience of using suicide drones from the Ukrainian war to Syria. These suicide drones are launched from the front line through a joint Russian operations room with the Syrian regime forces."

Neither Damascus nor Moscow has commented on specific war tactics.

But analysts believe such claims are well founded.

Samuel Bendett, Center for Naval Analyses, male, Zoom.

"They're not that difficult to put together. They're not that difficult to purchase. It takes just several weeks to learn how to fly those drones. And again, there's been years’ worth of experience now collected by the Russian military in Ukraine on how to use these drones that could be passed down to their allies."

Emergency responders are also the target of drone attacks, according to the volunteer group Syria Civil Defense, also known as the White Helmets. They say they often must wait until drones have passed to help bombing victims.

Muhammad Al-Jassim, Syria Civil Defense, male Arabic.

"The danger of suicide drones is their accuracy, which delays our teams' response to the bombings, as there is always a reconnaissance drone accompanying the suicide drones. They always send many suicide drones at the same time to the same place; this is what delays us in assisting people."

Farms also have been hit by drone attacks and analysts say Damascus aims to undermine the rebels' local economies.

Farmer Abdullah Al-Sattouf says everyone lives in fear of the next attack.

Abdullah Al-Sattouf, Farmer, male in Arabic.

"On one occasion, a suicide drone struck near my house, and because it came early in the morning, my children were sleeping and woke up terrified, and someone's car near my house exploded.

If the drone attacks continue, they will greatly affect the agricultural sector, as we need many people to increase production. But everything will stop, and no one will work if the attacks continue."

The rebels can do little to defend themselves from the drone threat other than monitor their movements and issue warnings, as Damascus seeks to crush the last center of resistance.