ນາງຢໍເກິນ ​ແຫ່ງ​ນໍ​ເວ ​ຖືກ​ບັນທຶກໄວ້ ໃນ​ປື້​ມ ປະຫວັດສາດ ໂອລິມປິກ

ນາງຊາລັອດ ກາລລາ ຈາກປະເທດສະວີເດັນ ໄດ້ຮັບຫລຽນຄຳ ໃນການແຂ່ງຂັນສະກີ້ແມ່ຍິງ ໄລຍະ 7.5 ກິໂລແມັດ .

ນາງມາຣິດ ຢໍເກີນ​ແຫ່ງ​ນໍ​ເວ ​ໄດ້​ຖືກ​ບັນທຶກໄວ້ ໃນ​ປື້​ມປະຫວັດສາດ​ ໃນ​ວັນ​ເສົາ​ມື້​ນີ້ທີ່
​ການ​ແຂ່ງຂັນກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ຢູ່​ເມືອງ​ພຽງ​ຈາງປະເທດເກົາຫຼີ​ໃຕ້. ນາງ​ໄດ້
ກາຍ​ເປັນແມ່ຍິງ​ທີ່​ໄດ້​ຮັບ​ຫລຽນໂອລິມປິກ ລະດູໜາວ ຫຼາຍ​ທີ່​ສຸດແບບທີ່​ບໍ່ເຄີຍ​ມີ​ມາ
​ກ່ອນ​ເວລາ​ນາງ​ໄດ້​ຊະນະ​ຫລຽນ​ເງິນ​ ໃນການ​ແລ່ນ​ສະ​ກີ້ 15 ກິ​ໂລ​ແມັດ. ນີ້​ເປັນ​ຫຼຽນ
​ທີ 11 ຂອງ​ນາງ ໃນນັ້ນມີຫົກ​ຫລຽນ​ຄຳ ສີ່ຫລຽນ​ເງິນ ​ແລະ​ນຶ່ງ​ຫລຽນ​ທອງ​ແດງ.

ນາງຊາລັອດ ກາລລາ ຈາກສະ​ວີ​ເດັນ ​ໄດ້​ຊະນະ ​ຫລຽນ​ຄຳຫຼຽນ​ທຳ​ອິດ ໃນ​ປີ​ນີ້ ​ເວລາ​
ນາງ​ຊະນະ​ແລ່ນ​ສະ​ກີ້​ໄລ​ຍະ​ໄກ. ນາງ​ໄດ້​ຊະນະ​ການ​ແຂ່ງຂັນ​ຫລາຍ​ກວ່າ​ເຈັດ​ວິນາທີ
ກາຍ​ຈາກ​ໝູ່​ໃນໄລຍະ​ສອງ​ກິ​ໂລ​ແມັດສຸດທ້າຍ ທີ່​ໄດ້ແກ້ແຄ້ນໃນການເສຍໄຊໃຫ້ນາງ​
ຢໍເກິນ ​ໃນ​ປີ 2014 ທີ່ການແຂ່ງຂັນ​ກິລາ​ໂອ​ລິ​ມປິກ ຢູ່ເມືອງໂຊ​ຈີ.

ນາງກຣິສຕາ ພາ​ມາ​ໂກສກີ ແຫ່ງ​ຟິນ​ແລນ ​ໄດ້​ຊະນະ​ຫລຽນ​ທອງ​ແດງ. ສ່ວນນັກ​ແລ່ນ
​ສະ​ກີ້​ສະຫະລັດ ນາງ​ແຈັດ​ຊີ ດິກ​ເກນ​ສ໌ ​ຕິດອັນດັບ​ຫ້າ ຊຶ່ງເປັນການ​ແລ່ນ​ສະ​ກີ້​ໄລຍະ
ໄກທີ່​ດີ​ເລີດ​ໂດຍ​ແມ່ຍິງ​ອາ​ເມຣິກັນ​.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ​ແລະ​ພັນ​ລະ​ຍາ ຍານາງ​ແຄຣັນ ​ໃນ
​ຂະນະ​ດຽວ​ກັນ ​ໄດ້​ໄປເບິ່ງ​ການ​ແຂ່ງຂັນ​ແລ່ນ​ສະ​ເກັດ​ນໍ້າ​ກອ້ນໄລຍະ​ສັ້ນ ຢູ່​ທີ່ສະໜາມ
ກິລາ Gangneung iIce Arena ​ໃນ​ວັນ​ເສົາ​ມື້​ນີ້.

ການ​ແຂ່ງຂັນກິລາໂອລິມປິກໃນ​ວັນ​ເສົາມື້​ນີ້​ຢູ່​ເມືອງພຽງ​ຈາງ ສະ​ເໜີ​ການ​ແຂ່ງຂັນ​ຮອບ
​ທຳ​ອິດ​ຂອງ​ຄະນະທີ​ມຮ່ວມ ຮ​ອກກີ້​ແມ່ຍິງ​ເກົາຫຼີ​ເໜືອແລະເກົາຫຼີໃຕ້ ​ໃນ​ຂະນະ​ທີ່​ການ​
ທູດ​ໄດ້ມີບົດບາດສຳຄັນ ​ສຳລັບການແຂ່ງຂັນຕ່າງໆ.

​ເກົາຫຼີ​ທີ່​ແບ່ງ​ແຍກ​ກັນ ​ໄດ້​ຕົກລົງເພື່ອລົງແຂ່ງຂັນ​ເປັນ​ທີ​ມດຽວ​ກັນ ​ໃນກິລາ​ຮ​ອກກີ້ນ້ຳ
ກ້ອນ​ແມ່ຍິງ ​ຊຶ່ງໃນເວລາ ​ບໍ່​ເທົ່າ​ໃດ​ອາທິດ ​ທີ່​ຜ່ານ​ມາ​ນີ້ ພວກເຂົາ​ເຈົ້າ​ໄດ້​ເຖິງສົງຄາມ​
ນິວ​ເຄລຍ.

ຮອງປະທານາທິບໍດີ ສຫລ ທ່ານໄມຄ໌ ເພັນສ໌ (ກາງ) ເຂົ້າຮ່ວມຊົມ ກິລາແລ່ນນໍ້າກ້ອນຜູ້ຊາຍ 1,500 ແມັດ ທີ່ Gangneung Ice Arena ຢູ່ເກົາຫຼີໃຕ້ ທີ 10, 2018.

ນອກນັ້ນ ໃນວັນເສົາມື້ນີ້ ຍັງຈະມີການມອບຫລຽນ​ຕ່າງໆໃຫ້​ແກ່ພວກ​ຜູ້​ຊາຍ​ໃນການ
​ແລ່ນ​ສະ​ເກັດນໍ້າກ້ອນ​ຄວາມ​ໄວ​ໄລຍະ​ສັ້ນ ​ການ​ແລ່ນ​ສະ​ເກັດ​ຄວມ​ໄວ​ແມ່ ຍິງ ການ​
ແລ່ນ​ສະ​ກີ້​ໄລຍະໄກຂອງພວກ​ແມ່ຍິງ​ແລະ​ການແຂ່ງຂັນ​ສະ​ກີ້​ໂດດປະ ເພດຊາຍ.

ການ​ແຂ່ງຂັນກິລາໂອລິມປິກລະດູ​ໜາວ​ຈະດຳເນີນໄປຈົ​ນຮອດ ​ວັນ​ທີ 25 ກຸມ ພາ.

ກິລາ​ໂອ​ລິ​ມປິກ​ລະດູ​ໜາວ 2018 ​ໄດ້ເລີ້ມເປີດຢ່າງ​ເປັນ​ທາງ​ການ​ໃນ​ວັນ​ສຸກ​ວານ​ນີ້ ​
ເວລາ​ພວກນັກກິລາຈາກປະເທດຕ່າງໆ ສວນ​ສະໜາມ​ເຂົ້າໄປ ໃນສະໜາມກິລາໂອ
​ລິ​ມ​ປິກ ຮວມທັງພວກ​ນັກ​ກິລາ​ຈາກ​ເກົາຫຼີ​ເໜືອ ແລະ​ເກົາຫຼີ​ໃຕ້ ​ທີ່ຮ່ວມເດີນສວນສະ
ໜາມເປັນທີມດຽວກັນພາຍໃຕ້ທຸງ ແຫ່ງເອກກະພາບເກົາຫຼີທີ່ເປັນສີຟ້າແລະສີຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ