ລັດຖະບານ ຈະຖືກປິດ ໃນໄລຍະ 100 ມື້ ຂອງປະທານາທິບໍດີ ທຣຳ ຫຼືບໍ່?

Your browser doesn’t support HTML5

ລັດຖະສະພາ ສະຫະລັດ ມີເວລາ ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້ທໍ່​ນັ້ນ​ ທີ່​ຈະ​ບັນລຸ​ການຕົກລົງ ​ໃນ
​ການເຈລະຈາ ກ່ຽວ​ກັບງົບປະມານ ສົກ​ປີ 2017. ຖ້າ​ຫາກ​ວ່າ ລັດຖະສະພາ ບໍ່​ສາມາດ
​ບັນລຸ​ຂໍ້​ຕົກລົງ ພາຍ​ໃນ​ທ່ຽງ​ຄືນຂອງ​ວັນ​ທີ 28 ​ເມສາຈະ​ມາ​ເຖິງ​ນີ້ ລັດຖະບານ​ກໍຈະ​ຖືກ​
ປິດ​ລົງ. ການ​ອະພິປາຍ​ກ່ຽວ​ກັບ​ ບູລິ​ມມະສິດ ທາງ​ດ້ານນິຕິບັນຍັດ ​ມີ​ຂຶ້​ນ​ ໃນຂະນະປະ
ທານາທິບໍດີ ​ດໍ​ໂນລ ທຣຳ ເຂົ້າດຳລົງຕຳ​ແໜ່​ງຄົບຮອບ 100 ມື້ ​ພໍດີ. Katherine Gyp-
son ນັກ​ຂ່າວ VOA ປະຈຳ​ລັດຖະສະພາ ຈະ​ມາ​ອະທິບາຍ​ກ່ຽວ​ກັບເລື່ອງ​ນີ້ ຊຶ່ງ​ວັນນະ
​ສອນ ມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບງົບປະມານ ປີ 2017 ທີ່ວ່າລັດຖະບານສະຫະລັດ ຈະຖືກປິດລົງຫຼືບໍ່




ເວລາ​ແມ່ນ​ພວມ​ຫ​ຍັບ​ໃກ້​ເຂົ້າມາ​ທຸກ​ຂະນະ ​ໃນ​ຂະນະ​ທີ່​ລັດຖະສະພາ ​ພາ​ກັນ​ກັບ​ຄືນ
​ມາປະຕິບັດ​ງານ​ກັນອີກ.

ສະມາຊິກ​ສະພາ​ມີ​ເວລາ​ເຫຼືອຢູ່​ພຽງ​ແຕ່ 4 ມື້​ເທົ່າ​ນັ້ນ ​ທີ່​ຈະ​ເຮັ​ດວຽກ​ເພື່ອ​ຕົກລົງ​ກັນ
ກ່ຽວ​ການ​ໃຊ້​ຈ່າຍ​ຫລາຍໆ​ຕື້​ໂດ​ລາ ​ແຕ່​ປະທານາທິບໍດີ​ທຣຳ ກໍ​ມີ​ຄວາມ​ຫວັງ​ໄປ​ໃນ
ແງ່​ດີ.

ປະທານາທິບໍດີ ທຣຳ ກ່າວ​ວ່າ “ພວກ​ເຮົາ​ມີ​ໂອກາດ​ດີ ທີ່​ຈະ​ບັນລຸການ​ຕົກລົງໃນ​ໄວໆ​ນີ້.”

ສະພາຕ່ຳ, Capital Hill, ວໍຊີງຕັນ, 29 ຕຸລາ, 2015.

ຄວາມ​ບໍ່​ແນ່ນອນ ​ໃນ​ນາ​ທີ​ສຸດ​ທ້າຍ​ ບໍ່​ແມ່ນ​ເລື່ອງ​ແປກ. ລັດຖະສະພາບໍ່​ສາມາດຕົກລົງ
ກັນ​ໄດ້ ​ໃນ​ປີ 2013 ຈຶ່ງ​ເຮັດ​ໃຫ້ ​ມີ​ການປິດ​ລັດຖະບານ​ລົງ ​ເປັນ​ເວລາ 16 ມື້. ແມ່ນກະ​ທັງ ສວນສາທາລະນະ​ແຫ່ງ​ຊາດ ກໍ​ມີ​ການ​ປິດ​ລົງ. ​ແຕ່​ວ່າ ຄັ້ງ​ນີ້​ເສັ້ນ​ຕາຍ​ກ່ຽວ​ກັບ​ງົບປະມານ
​ແມ່ນມີ​ຂຶ້ນພຽງ​ແຕ່​ມື້​ນຶ່ງ ກ່ອນ​ວັນ​ສຳຄັນ ທີ່​ເປັນ​ຂີດ​ໝາຍ 100 ມື້​ ​ໃນ​ການ​ເຂົ້າຮັບ​ຕຳ
​ແໜ່​ງເປັນ​ປະທານາທິບໍດີສະຫະລັດ ຂອງທ່ານດໍ​ໂນລ ທຣຳ.

ທຳນຽບຂາວ ​ແມ່ນ​ໄດ້​ຄຸຍ​ໂມ້ ​ເຖິງ​ຜົນສຳ​ເລັດ​ຂອງ​ຜູ້​ລົງ​ສະໝັກ​ເປັນ​ປະທານາທິບໍດີ
ທຣຳ ທີ່​ໄດ້​ວາງ​ແຜນ​ໄວ້ ກ່ອນ​ໜ້າ​ນີ້ ​ໂດຍ​ກ່າວ​ວ່າ:“ສິ່ງ​ທີ່​ຈະ​ເກີດ​ຂຶ້ນຕິດຕາມ​ມາ
ກໍ​ແມ່ນ​ແຜນການປະຕິບັດ​ງານ 100 ມື້ ​ເພື່ອຈະ​ເຮັດ​ໃຫ້ອາ​ເມຣິກາ ຈະ​ເລີ​ນຮຸ່ງ​
ເຮືອງຄືນ​ອີກ”

ປະທານາທິບໍດີ ທຣຳ ມອງ​ເບິ່ງການ​ຕໍ່ສູ້​ດ້ານ​ງົບປະມານ​ນີ້​ ​ເປັນ​ໄຊຊະນະທີ່​ໃຫຍ່
​ທີ່ສຸດທີ່ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້ ​ໃນ​ການ​ໂຄສະນາ​ຫາ​ສຽງ ຄື​ງົບປະມານໃນ​ການ
​ສ້າງ​ກຳ​ແພງ ​ໃນ​ໄລຍະ 3 ພັນ 200 ກິ​ໂລ​ແມັດ ຕາມ​ຊາຍ​ແດນ​ຕິດ​ກັບປະ​ເທດ Mexico.
ທ່ານ​ທຣຳ ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ວ່າ:“ພວກ​ເຮົາ​ກຳລັງ​ສ້າງ​ກຳ​ແພງ ​ແລະຄວາມ​ຈິງ​
ແລ້ວ ​ມັນ​ຈະ​ເລີ່​ມຂຶ້ນ ​ໃນ​ໄວໆ​ນີ້ ກ່ອນ​ໜ້າໝາຍ​ກຳນົດ​ການ​ດ້ວຍ​ຊ້ຳ.”

ບັນດາສະມາຊິກຂອງ House Freedom Caucus ພົບປະກັບລັດຖະສະພາ, 23 ມີນາ, 2017.

​ແຕ່​ວ່າ ຍ້ອນ​ລາຄາ​ສູງຫຼາຍ​ພັນ​ລ້ານ​ໂດ​ລາ ກຳ​ແພງ​ຊາຍ​ແດນນີ້ ຈຶ່ງ​ເປັນ​ເລື່ອງ​ທີ່
​ຫຍຸ້ງ​ຍາກຕໍ່​ການ​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ພັກ Republican ​ແລະ​ເປັນຈຸດ​ສຸມ
​ໃນ ​ການ​ຄັດຄ້ານ​ຂອງ​ພັກ Democrats.

ຍັງ​ບໍ່​ທັນ​ມີ​ຜູ້ໃດຮູ້​ແນ່ນ​ອນວ່າ ງົບປະມານ​ໃນ​ການ​ສ້າງ​ກຳ​ແພງນີ້ຈະ​ເປັນ​ແກ້​ໄຂ
​ຕໍ່ການຕົກລົງ​ສຳລັບປະທານາທິບໍດີທຣຳ ຫຼື​ເປັນ​ພຽງ​ບາດກ້າວ​ທຳ​ອິດ​ຂອງ​ທ່ານ ​
ໄປ​ສູ່​ການ​ປະ​ນີປະນອມໃນຮູບແບບຂອງການ​ຂໍງົບປະມານເພີ່ມ​ຕື່ມ ກ່ຽວ​ກັບ
​ເລື່ອງ​ອົບ​ພະຍົບ​.

​ໃນ​ການ​ເລີ່​ມ​ເຂົ້າສູ່ການ​ເຈລະຈາ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ທາງ​ທຳນຽບຂາວ​ແມ່ນ​ລະວັງ
ກ່ຽວ​ກັບກາ​ນ​ໃຫ້​ຄວາມ​ເຫັນ​ໃດໆ...

ທ່ານ Sean Spicer ​ໂຄສົກ​ທຳນຽບຂາວ ກ່າວ​ວ່າ “ຂ້າພະ​ເຈົ້າ ຈະ​ບໍ່​ເລີ່​ມ​ເວົ້າ​ຫຍັງ​
ກ່ຽວ​ກັບ​ວ່າ ຈະ​ມີ​ຫຍັງ​ແດ່ເຂົ້າ​ແລະ​ອອກ​ໃນ​ໂຕະ​ເຈລະຈາ ​ໃນ​ການ​ທີ່ປະທານາທິບໍດີ
ອາດ​ຈະ​ກະທຳ.”

ບາງສ່ວນຂອງກຳແພງເຫຼັກ ເດັ່ງຍາວ ຕາມຊາຍແດນສະຫະລັດ ກັບ Mexico ໃນ Sunland Park, New Mexico, 30 ມີນາ, 2017.

​ແຕ່​ວ່າ ຄວາມ​ຊົງ​ຈຳຂອງຄວາມ​ພະພາ​ຍາມ​ທີ່​ລົ້ມ​ແຫຼວ ​ໃນ​ເລື່ອງ​ປະກັນ​ໄພ​ສຸຂະພາບ
ຍັງ​ສົດໆ​ຮ້ອນໆ​ຢູ່ສຳ​ຫຼັບພັກ Republican ຈຶ່ງໄດ້​ພາ​ໃຫ້​ມີ​ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນພາຍ​
ໃນ​ພັກ.

ທ່ານນາງ Molly Reynold ຈາກ​ສະ​ຖາ​ບັນ Brooking ກ່າວ​ວ່າ “ມັນ​ມີ​ຫຼາຍ​ຢ່າງ
​ກ່ຽວ​ກັບ ປະທານາທິບໍດີ ທຣຳ ​ແລະ​ທຳນຽບຂາວ​ຂອງ​ທ່ານ ທີ່ບໍ່​ມີ​ຄວາມ​ແນ່ນອນ
​ ​ແມ່ນ​ແຕ່ສຳລັບ​ສະມາຊິກ​ລັດຖະສະພາ. ປະທານາທິບໍດີ ທຣຳ ບໍ່ແມ່ນ ບຸກຄົນ​ທີ່
​ຖືກສ້າງ​ມາ​ສຳລັບວໍ​ຊີງ​ຕັນ, ທ່ານ ບໍ່​ແມ່ນ​ຜູ້​ທີ່ຮອບ​ຮູ້​ກ່ຽວ​ກັບ​ເລື່ອງກົດ​ໝາຍ ບໍ່​ມີ​ປະສົບພະການດ້ານ​ການ​ຕໍ່​ລອງ​ເຈລະຈາ ​ແລະ​ສະ​ນັ້ນ ພວກ​ເຮົາຈຶ່ງ​ເຫັນ​ການ​
ຕໍ່ສູ້​ໃນ​ເລື່ອງ​ງົບປະມານ​ເກີດ​ຂຶ້ນ.”

ໃນ​ຂະນະ​ທີ່​ການ​ປະຕິ​ຮູບເລື່ອງ​ພາສີ ​ແລະການ​ກັບ​ຄືນມາ ກ່ຽວ​ກັບ​ຮ່າງ​ກົດໝາຍ​ປະກັນ
ໄພສຸຂະພາບ ໃນ​ຂັ້ນຕໍ່​ໄປ​ທີ່​ລັດຖະສະພານັ້ນ ມັນ​ຈຶ່ງ​ເປັນ​ການ​ຕໍ່ສູ້​ທີ່​ປະທານາທິບໍດີ
ທຣຳ ຈຳ​ເປັນ​ຈະຕ້ອງ​ໄດ້​ເອົາຊະນະ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີ ດໍໂນລ ທຣຳ ຖ່າຍພາບ ໃນຫ້ອງ Oval Office ໃນທຳນຽບຂາວ ທີ່ວໍຊີງຕັນ, 21 ເມສາ, 2017.