ການປະກາດຄັ້ງໃຫຍ່ກ່ຽວກັບດິນຟ້າອາກາດ ອາດມີຂຶ້ນໃນອາທິດນີ້ທີ່ນະຄອນ ຫລວງວໍຊິງຕັນ.
ບັນດານັກຊ່ຽວຊານກຳລັງພາກັນຈັບຊຕາເບິ່ງວ່າ ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ມີຄວາມໝັ້ນໝາຍທີ່ຈະໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດິນຟ້າອາກາດ ປາຣີ ກ່ອນທ້າຍປີນີ້ ຫລືບໍ່. ຖ້າຫາກອິນເດຍໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງນີ້ ຈະເຮັດໃຫ້ຂໍ້ຕົກລົງດັ່ງກ່າວ ມີຜົນບັງຄັບໃຊ້ກ່ອນໜ້າເປົ້າໝາຍ ຕົ້ນຕໍ ຄືໃນປີ 2020.
ບັນດາພວກສະໜັບສະໜູນກ່າວວ່າ ມັນຈະເປັນສັນຍານອັນແຮງ ທີ່ ບັນດາປະເທດກຳລັງພັດທະນາ ມີຄວາມຈິງຈັງກ່ຽວກັບການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ບັນ ດາຜູ້ຕິຕຽນໄດ້ໃຫ້ຂໍ້ສັງເກດວ່າ ອິນເດຍ ໄດ້ໃຫ້ຄວາມໝັ້ນ ໝາຍພຽງແຕ່ໜ້ອຍນຶ່ງພາຍໃຕ້ຂໍ້ຕົກລົງປາຣີ. ເຂົາເຈົ້າກ່າວວ່າ ອີກຫລາຍຢ່າງ ຈະເປັນທີ່ຕ້ອງການຈາກອິນເດຍ ແລະສ່ວນທີ່ເຫລືອຂອງໂລກທັງໝົດ ເພື່ອຮັກສາໃຫ້ໂລກຢູ່ພາຍໃຕ້ລະດັບຕ່ຳວ່າ 2 ອົງ ສາແຊລເຊີສ ທີ່ພວກນັກວິທະຍາສາດ ພິຈາລະນາວ່າ ຈະເປັນອັນຕະລາຍຮ້າຍແຮງຕໍ່ ຄວາມຢູ່ເຢັນເປັນສຸກຂອງໂລກ ມະນຸດເຮົາ.
ຮູບພາບບັນທຶກ ວັນທີ 6, ປີ 2015 ທີ່ສະແດງໃຫ້ເຫັນພວກນັກເຄື່ອນໄຫວ ພາກັນຈັບແຂນກັນເຫັນເປັນສັນຍາລັກສັນຕິພາບ.
ທ່ານ Modi ກຳລັງຢ້ຽມຢາມສະຫະລັດຢ່າງເປັນທາງການ ຮວມທັງການກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມຄົບຄະນະຂອງສະພາ ແລະເປັນການປະຊຸມເທື່ອທີເຈັດກັບປະທານາ ທິບໍດີ Obama.
ຜູ້ນຳທັງສອງ “ປະຊຸມຢ່າງເປີດອົກເປີດໃຈ” ກ່ຽວກັບເລື້ອງດິນຟ້າອາກາດ ແລະພະລັງ ງານສະອາດ ທີ່ເຈົ້າໜ້າທີ່ຂັ້ນສູງ ທ່ານ Andrew Light ຈາກສະຖາບັນ ຊັບພະຍາກອນໂລກ ອະດີດທີ່ປຶກສາກະຊວງຕ່າງປະເທດ ກ່ຽວກັບອິນເດຍແລະບັນຫາການປ່ຽນແປງ ຂອງດິນຟ້າອາກາດ. ທັງສອງຖືວ່າມັນເປັນບັນຫາທາງດ້ານສິນທຳແລະພັນທະຂອງພວກຮຸ້ນຕໍ່ໄປແລະຕ້ອງການຄວາມຄືບໜ້າເພື່ອເປັນພາກສ່ວນຂອງມູນມໍລະດົກພວກທ່ານ.
ພວກພະນັກງານພາກັນຕິດຕັ້ງແຜ່ນເກັບແສງຕາເວັນ ທີ່ ສະຖານີ Constantine photovoltaic power ທີ່ Cestas, ໃກ້ກັບ Bordeaux, ພາກໃຕ້ປະທດຝຣັ່ງ.
ນັ້ນໝາຍຄວາມເຖິງການຮ່ວມມືແບບສ້າງສັນ ທີ່ທ່ານໃຫ້ຂໍ້ສັງເກດ. ໃນລະຍະສອງປີທີ່ ຜ່ານມາ ທ່ານ Light ກ່າວວ່າ ທັງສອງໄດ້ຂະຫຍາຍຫລືສ້າງ 15 ໂຄງການຮ່ວມມືໃນ ດ້ານດິນຟ້າອາກາດ ແລະພະລັງງານ.
ທ່ານກ່າວວ່າ ແລະໃນເດືອນທັນວາ ລະຫວ່າງການເຈລະຈາເລື້ອງດິນຟ້າອາ ກາດ “ສະຫະລັດ ແລະອິນເດຍໄດ້ເຮັດວຽກຮ່ວມກັນເປັນຢ່າງດີທີ່ປາຣີ ເພື່ອ ນໍາພາໃຫ້ມີການ ປະນິປະນອມຢູ່ໃນເອກກະສານທີ່ສ້າງຂໍ້ຕົກລົງທີ່ທັງສອງຝ່າຍ ສາມາດນຳເອົາກັບຄືນ ປະເທດ.”