ໄຟປ່າ ແຜ່ລາມອອກໄປ ໃນລັດວໍຊິງຕັນ ຂອງສະຫະລັດ (ວີດີໂອ)

ນາຍ Keith McMillen ນັກດັບເພີງ (ຂວາ )ກຳລັງຕໍ່ສູ້ ກັບໄຟລາມ ໃນເຂດ Carlton Complex ກັບເມືອງ Winthrop, ລັດວໍຊິງຕັນ, ວັນທີ 19 ກໍລະກົດ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບພາວະ​ສຸກ​ເສີນຂອງ​ສະຫະລັດ ກ່າວ​ວ່າ
​ໄຟ​ໄໝ້​ປ່າ​ຢ່າງ​ຂະໜານ​ໃຫຍ່​ໃນ​ລັດ​ວໍ​ຊິງ​ຕັນ ທາງ​ພາກ​ຕາ​ເວັນ​
ຕົກ​ສຽງ​ເໜືອ ກຳລັງ​ຂະຫຍາຍ​ກ້ວາງ​ອອກ​ແບບ​ຄວບ​ຄຸມ​ບໍ່​ໄດ້
​ແລະແຜ່​ລາມ​ໄປ​ໃນ​ທິດ​ທາງ​ໃໝ່ຕື່ມ​ອີກ ​ໂດຍ​ໄດ້​ຮັບ​ການ​ຊຸກຍູ້​
ຈາກ​ລົມທີ່ພັດ​ແຮງໄປ​ທົ່ວ​ທິດ​ທາງ.

ນັບ​ແຕ່​ວັນ​ຈັນ​ສັບປະດາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ​ໄຟ​ໄໝ້ດັ່ງກ່າວ​ທີ່​
ເກີດ​ຂຶ້ນ​ຍ້ອນຟ້າຜ່າ​ ​ໄດ້ເຜົາໄໝ້​ເນື້ອ​ທີ່​ປະມານ 870 ຫຼັກ​ກິ​ໂລ
​ແມັດ​ມົນທົນ ທີ່ເຕັມ​ໄປ​ດ້ວຍຕົ້ນ​ໄມ້​ແຫ້ງແລະ​ທົ່ງ​ຫຍ້າ​ ​ໂດຍໄດ້
​ສົ່ງ​ຜົນ​ກະທົບ​ຕໍ່​ສາຍ​ໂທລະສັບແລະ​ສາຍ​ໄຟຟ້າ ​ແລະ​ເຮັດ​ໃຫ້​
ປະຊາຊົນ​ຫລາຍ​ຮ້ອຍ​ຄົນ​ຈຳ​ເປັນ​ຕ້ອງ​ຍົກຍ້າຍອອກ​ຈາກ​ເຂດ
​ຮ່ອມ​ພູ Methow Valley ​ທີ່​ມີ​ທິ​ວທັດທີ່​ສວຍ​ງາມ​ຢູ່​ເໜືອ​ນະຄອນ Seattle ຂຶ້ນ​ໄປ​ນັ້ນ.

ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ຜູ້​ບາດ​ເຈັບ​ສາຫັດ​ໃດໆ ແຕ່ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​
ນຳ​ພວກ​ປະຊາຊົນ​ຫຼາຍ​ຄົນ ທີ່​ບໍ່​ຮູ້ຈັກວ່າ​ຢູ່​ໃສ​ນັ້ນ.

​ໄຟ​ປ່າຂະໜາດ​ໃຫຍ່ຄັ້ງ​ນີ້ ​ເປັນ​ນຶ່ງ​ໃນ​ພວກ​ໄຟ​ປ່າ​ໃຫຍ່ໆ​ຫຼາຍ​ຄັ້ງ ທີ່ໄດ້ ໄໝ້​ໄປ​ໃນ​ທົ່ວ
​ເຂດແຄມ​ຝັ່ງມະຫາ​ສະມຸດກຳ້ຕາ​ເວັນ​ຕົກ​ສຽງເໜືອ ທີ່​ກຳລັງ​ປະສົບ​ກັບ​ດິນ​ຟ້າ​ອາກາດ​ທີ່​ຮ້ອນ​ເອົາ​ລົມ​ພັດ​ແຮງ ​ແລະຟ້າຜ່າ​ນັ້ນ.

Your browser doesn’t support HTML5

uswildfire20july14