ທີມ Cleveland Guardians ແກວ່ງ​ຜິດ​ພາດ​ເຮັດ​ໃຫ້​ທີມ New York Yankees ຊະ​ນະ 5 ຕໍ່ 2 ໃນ​ຮອບ​ຕັດ​ເຊືອກ

ທ້າວ ຮວນ ໂຊ​ໂຕ ຈາກ​ທີມ ນິວຢອກ ແຢງ​ກີ ຕີ​ໂຮມ​ຣັນ​ດ່ຽວ ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ອິນ​ນິງ​ທີ 3 ກັບ​ທີມ ຄ​ລີ​ຟ​ແລນ ກາ​ດຽນ ໃນ​ການ​ແຂ່ງ​ຂັນ​ເກມ​ທຳ​ອິດ​ຂອງ​ຮອບ​ຕັດ​ເຊືອກ MLB 2024 ຢູ່​ສະ​ໜາມ​ກິ​ລາ ແຢັງ​ກີ, 14 ຕຸ​ລາ 2024.

ໃນ​ຄ່ຳ​ຄືນ​ທີ່​ໃຫຍ່ຢູ່​ນະ​ຄອນ ນິວຢອກ ຂອງ​ເດືອນ​ຕຸ​ລານີ້, ທີມ Cleveland Guardians ໄດ້​ທຳ​ການ​ສ່ຽງ​ໂຊກ​ທີ່​ອັນ​ຕະ​ລາຍ.

ທ້າວ ໂຈອີ້ ແຄນ​ທິ​ລ​ໂລ ນັກ​ແກວ່ງ​ບານຜູ້​ບັນ​ເທົາ​ທຸກ​ມື​ໃໝ່ ໄດ້​ທຳ​ການ​ແກວ່ງ​ບານ​ຜິດ​ພາດ​ສີ່ລູກ ໂດຍ 2 ລູກ​ໄດ້​ເຮັດ​ໃຫ້​ມີ​ແຕັ້ມ​ສຳ​ຄັນ ເຮັດ​ຄະ​ແນນ​ໄດ້​ໃນ​ ອິ​ນ​ນິງ​ທີ 3 ແລະ ທີມ The Guardians ກໍ​ໄດ້​ຜ່າຍ​ແພ້​ໄປ 5 ຕໍ່ 2 ໃຫ້​ກັບ​ທີມ New York Yankees ໃນ​ເກມ​ເປີດ​ສະ​ໜາມ​ຂອງ American League Championship Series ເມື່​ອ​ຄືນ​ວັນ​ຈັນ​ວານນີ້.

ຜູ້​ບໍ​ລິ​ຫານ​ທີມ ທ່ານ ສ​ເຕ​ເຟັນ ວອກ ກ່າວ​ວ່າ “ທ້າວ ໂຈ​ອີ ເຮັດ​ໄດ້​ດີ​ສຳ​ລັບພວກ​ເຮົາຫຼັງ​ຈາກ​ທີ່​ໄດ້​ອອກ​ມາ​ແຕ່​ການ​ອົບອຸ່ນ​ຮ່າງ​ກາຍ, ແລະ ອິນ​ນິງ​ນັ້ນ​ກໍ​ໄດ້ຫຼຸດ​ລອຍ​ໄປ​ຈາກ​ພວກ​ເຮົາ ແລະ ກໍ​ມີ​ແຕ່​ເທົ່າ​ນັ້ນ.”

ທີມ Cleveland ໄດ້​ເຮັດ​ໃຫ້​ນັກ​ຕີ​ຍ່າງ​ໄປ​ເບ​ສ (Base) 7 ຄົນ ແລະ ແກວ່ງ​ຜິດ​ພາດ 5 ຄັ້ງ​ລວມ​ທັງ​ໝົດ, ເຊິ່ງ​ເທົ່າ​ກັບ​ສະ​ຖິ​ຕິຫຼັງ​ລະ​ດູ​ການ.

ທ້າວ ແຄນ​ຕິ​ລ​ໂຍ ກ່າວ​ວ່າ “ເຫັນ​ໄດ້​ຊັດ​ວ່າຂ້ອຍ​ບໍ່ໄດ້​ມີ​ຄວາມ​ແຫຼມ​ຄົມ, ຂ້ອຍ​ຕາມຫຼັງ​ຄົນ​ອື່ນ. ຂ້ອຍ​ແກວ່ງບໍ່​ໄດ້​ດີ, ແລະ ການ​ຄວບ​ຄຸມ​ແມ່ນ​ເຫັນ​ໄດ້​ວ່າບໍ່​ມີ​ເລີຍ. ມີ​ແຕ່​ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ເທື່ອ​ໜ້າ. ຜົ​ນ​ງານ​ນັ້ນ​ເຫັນ​ໄດ້​ຊັດ​ວ່າ​ເປັນ​ຄວາມ​ແຕກ​ຕ່າງ​ໃນ​ເກມນີ້. ສະ​ນັ້ນ, ມັນ​ເປັນ​ຄວາມ​ຜິດ​ຂອງ​ຂ້ອຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

On their first big night in New York this October, the Cleveland Guardians took a walk on the wild side.

Rookie reliever Joey Cantillo threw four wild pitches, two that allowed pivotal runs to score in the third inning, and the Guardians lost 5-2 to the New York Yankees in their American League Championship Series opener Monday.

“Joey has done a good job for us coming out of the bullpen, and that inning just kind of got away from us, and that was it,” manager Stephen Vogt said.

Cleveland walked seven batters and threw five wild pitches in all — equaling a postseason record.

“I wasn’t very sharp. Obviously, fell behind on guys,” Cantillo said. “I didn’t execute pitches, and the control obviously was not there. Just got to be better next time. That performance was obviously the difference in the game. So, that’s on me.”