WikiLeaks ກ່າວວ່າ ສະຫະລັດ ລັກສິ້ງຊອມ ເຈົ້າໜ້າທີ່ ແລະ ບໍລິສັດຍີ່ປຸ່ນ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ໃນຂະນະ ຢ້ຽມຢາມ ອານຸສາວະລີ Lincoln Memorial ທີ່ນະຄອນ ຫລວງ ວໍຊິງຕັນ.

ອົງການເປີດເຜີຍຂ່າວຄວາມລັບ WikiLeaks ​ໄດ້​ພິມເຜີ​ຍ
ແຜ່ ​ເອກ​ກະສາ​ນທີ່​ອົງການດັ່ງກ່າວເວົ້າ​ວ່າ ສະ​ແດງ​ໃຫ້​ເຫັນ
ເຖິງການສອດແນມ ຂອງສະຫະລັດ ຕໍ່ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ
​ແລະ​ບໍລິ​ສັດ​ຕ່າງໆ.

ອົງການ WikiLeaks ​ໃນ​ວັນ​ສຸກ​ມື້​ນີ້ ​ໄດ້ພິມ​ເຜີຍ​ແຜ່​ລາຍ​
ຊື່ 35 ບໍລິສັດ ກະຊວງ​ຕ່າງໆ​ຂອງລັດຖະບານ ​ແລະ​ບັນດາ
​ສ່ວນ​ບຸກຄົນ ທີ່​ອົງການດັ່ງກ່າວລະບຸວ່າ ໄດ້ຕົກເປັນເປົ້າໃນ
ການສິ້​ງຊອມ ​ໂດຍ​ອົງການ​ຄວາມ​ໝັ້ນຄົງແຫ່ງຊາດ
ຂອງສະຫະລັດ.

ລາຍ​ງານ​ກ່າວ​ວ່າ ການ​ສິ້​ງຊອມດັ່ງກ່າວ ແມ່ນເລີ້ມມາແຕ່ປີ 2006 ​ຊຶ່ງ​ເປັນສະໄໝທຳ​ອິດ
ໃນການເຂົ້າຮັບຕຳແໜ່ງຂອງ​ນາຍົກລັດຖະມົນຕີ Shinzo Abe.

ຖະແຫຼງຂ່າວຂອງ WikiLeaks ກ່າວ​ວ່າ ຂໍ້ມູນທີ່ຕົນໄດ້ຮັບແມ່ນພົວກັບເລື້ອງ ຕ່າງໆ ເຊັ່ນສາຍ​ພົວພັນ ລະຫວ່າງສະຫະລັດ ​ແລະຍີ່​ປຸ່ນ ການເຈລະຈາ​ການ​ຄ້າ ​ແລະ​ຍຸດ​ທະ
ສາດ ກ່ຽວກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ.

ຖະແຫຼງຂ່າວ​ກ່າວ​ວ່າ ຂໍ້ມູນ​ຈຳນວນ​ນຶ່ງ​ໄດ້ມີການ​ແບ່ງປັນ​ກັບ “ໜ່ວຍ​ສືບ​ລັບ ຂອງປະ
ເທດພາຄີ” ຂອງສະຫະລັດ ຄື ອອສເຕຣ​ເລຍ ອັງກິດ ​ກາ​ນາ​ດາ ​ແລະ ນີວຊີ​ແລນ.

ສະຫະລັດ ​ແລະ​ຍີ່ປຸ່ນ ​ໄດ້ເປັນ​ພັນທະ​ມິດ​ກັນ​ມາ ຫລາຍ​ກວ່າ​ເຄິ່ງສັດຕະ​ວັດ ຫລັງ​ຈາກ​ກາ
​ນສີ້​ນສຸດ​ລົງ​ຂອງສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ຍັງບໍ່ທັນມີ​ປະຕິ​ກິລິຍາໃດໆ ​ຈາກ​ໂຕ​ກຽວເທື່ອ.

ໃນ​ເດືອນ​ມິຖຸນາຜ່ານມາ ອົງການ WikiLeaks ​ໄດ້ພິມ​ເຜີຍ​ແຜ່​ບັນດາ​ເອກ​ກະ ສາ​ນທີ່
​ກ່າວ​ວ່າ ສະຫະລັດໄດ້​ສອດແນມເບິ່ງປ​ະທາ​ນາ​ທິບໍດີຝຣັ່ງສາມ​ຄົນ​ສຸດ​ທ້າຍ ທີ່ໄດ້ກໍ່​ໃຫ້​
ເກີດ​ການ​ໂຕ້​ແຍ້​ງທາງດ້ານ​ການ​ທູດລະຫວ່າງ​ປະ​ເທດທັງ 2 ​ເຖິງ​ແມ່ນ​ວ່າ ​ໄດ້​ມີຄວາມ
ສຳພັນທີ່ດີຕໍ່ກັນມາ​ ​ແຕ່​ຊຸມປີ 1700 ພຸ້ນ.

​ໃນ​ປີ 2013 ອົງການ WikiLeaks ​ລາຍ​ງານ​ວ່າ ອົງການ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ
​ຊາດຂອງສະຫະລັດ ​ໄດ້​ລັກ​ຟັງ​ໂທລະສັບ​ສ່ວນ​ໂຕ​ຂອງນາຍົກລັດຖະມົນ ຕີທ່ານນາງ
Angela Merkel. ລາຍ​ງານ​ໄດ້​ກໍ່ໃຫ້​ເກີດຂ່າວນອງນັນທາງ​ດ້ານ​ການ​ເມືອງ​ໃນເຢຍ
ຣະມັນ ​ແລະ​ພາ​ໃຫ້​ມີ​ກາ​ນສືບສວນຢ່າງເປັນ​ທາງ​ການໃນທັນ ທີ.