ໂທລະເລກທາງການທູດຂອງສະຫະລັດ ທີ່ WikiLeaks
ໄດ້ເປີດເຜີຍອອກມານັ້ນ ກ່າວວ່າ ບັນດາເຈົ້າໜ້າທີ່ຈີນ
ເຊື່ອວ່າເກົາຫລີເໜືອແລະເກົາຫລີໃຕ້ຄວນຈະທ້ອນໂຮມ
ກັນຄືນພາຍໃຕ້ການຄວບຄຸມຂອງກຸງໂຊນ ຖ້າເກົາຫລີ
ເໜືອພັງທະລາຍລົງ.ລາຍລະອຽດຂອງໂທລະເລກເຫລົ່າ
ນີ້ ໄດ້ຖືກພິມເຜີຍແຜ່ໂດຍຫລາຍອົງການຂ່າວ ຮວມທັງ
ໜັງສືພິມ New York Times ແລະໜັງສືພິມ The
Guardian ຂອງ ອັງກິດນໍາ.
ເນື້ອໃນຂອງໂທລະເລກເຫລົ່ານີ້ເວົ້າວ່າ ຮອງລັດຖະ
ມົນຕີການຕ່າງປະເທດເກົາຫລີໃຕ້ ທ່ານ Chun Yung-Woo ໄດ້ກ່າວຕໍ່ເອກອັກຄະລັດ
ຖະທູດສະຫະລັດຢູ່ທີ່ນັ້ນວ່າ ບັນດາເຈົ້າໜ້າທີ່ຈີນຈະຮັບເອົາ ຖ້າຫາກວ່າເກົາຫລີທີ່ທ້ອນ
ໂຮມເຂົ້າກັນນັ້ນ ເປັນພັນທະມິດແບບບໍ່ມີການພົວພັນກັນຢ່າງແຂງຂັນກັບສະຫະລັດ.
ແຕ່ທ່ານ Chun Yung-woo ກ່າວວ່າ ຈີນຈະບໍ່ຮັບເອົາການມີໜ້າຂອງທະຫານສະຫະ
ລັດ ຢູ່ໃນເຂດທີ່ຢູ່ເໜືອເຂດປອດທະຫານ ທີ່ແບ່ງແຍກແຫລມເກົາຫລີເປັນສອງປະເທດໃນ ປັດຈຸບັນນີ້.
ໂທລະເລກອີກສະບັບນື່ງໃນເດືອນມິຖຸນາ ປີ 2009 ເວົ້າເຖິງລາຍງານສະບັບນຶ່ງຈາກເອກ
ອັກຄະລັດຖະທູດສະຫະລັດປະຈໍາ Kazakhstan ທ່ານ Richard Hoagland ທີ່ເວົ້າວ່າ
ເຈົ້າໜ້າທີ່ທູດຂອງຈີນຄົນນຶ່ງຢູ່ທີ່ນັ້ນ ມີຄວາມເປັນຫ່ວງຢ່າງຈິງຈັງນໍາການທົດລອງລູກສອນ
ໄຟນີວເຄລຍຂອງເກົາຫລີເໜືອນັ້ນ. ໂທລະເລກອ້າງຄໍາເວົ້າຂອງທູດຈີນທ່ານນີ້ ທີ່ເວົ້າວ່າ
ການທົດລອງເຫລົ່ານັ້ນ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງໂລກທັງໝົດ.
ຈີນເຊື່ອວ່າ ເກົາຫລີເໜືອ ແລະໃຕ້ ຄວນຈະໂຮມກັນ
ໜ້າເວບໄຊ້ທ໌ WikiLeaks ທີ່ເອົາໂທລະເລກລັບ ຂອງສະຖານທູດສະຫະລັດ ອອກມາແຜ່ແບ.