ການອອກໂຮງຮຽນ ກ່ອນຮຽນຈົບ ຂັ້ນມັດທະຍົມ ໃນ ສປປ ລາວ ເປັນທີ່ໜ້າວິຕົກ

ໂຮງຮຽນມັດທະຍົມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ສປປ ລາວ.

ການອອກໂຮງຮຽນ ຂອງນັກຮຽນຂັ້ນມັດທະຍົມ ຍັງເປັນບັນຫາອັນໜັກໜ່ວງຢູ່ໃນລາວ
ຊຶ່ງນອກຈາກມີສາຍເຫດມາຈາກຄວາມທຸກຈົນຂອງຄອບຄົວ, ການຂາດຄວາມເຂົ້າ
ໃຈເຖິງຄວາມສໍາຄັນຂອງການສຶກສາ ຂອງພໍ່ແມ່ແລ້ວ ຍັງເປັນຍ້ອນສະພາບແວດ
ລ້ອມພາຍນອກ ທີ່ພາໃຫ້ນັກຮຽນເກີດຄວາມຫຍໍ້ທໍ້ອີກດ້ວຍ. ນັກຂ່າວຂອງພວກເຮົາໄດ້
ສໍາພາດກັບຄູສອນ ແລະອະດີດຜູ້ບໍລິຫານການສຶກສາກ່ຽວກັບເລື້ອງນີ້ດັ່ງ ກິ່ງສະຫວັນ
ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານຈາກ ສປປ ລາວ

Your browser doesn’t support HTML5

ເຊີນຊົມ ວີດີໂອ ຈາກ ສປປ ລາວ

ການປະລະການຮຽນຂອງນັກຮຽນມັດທະຍົມຕົ້ນ ແລະມັດທະຍົມປາຍ ຂອງໄວໜຸ່ມລາວ
ຍັງເປັນບັນຫາອັນໜັກໜ່ວງຢູ່ ໂດຍສະເພາະແມ່ນຢູ່ໃນເຂດຊົນນະບົດ ຂອງລາວ, ອີງ
ຕາມບົດລາຍງານການສໍາຫຼວດ ຕົວຊີ້ບອກທາງສັງຄົມໃນ ສປປ ລາວ ທີ່ດໍາເນີນການ
ໂດຍ ກອງທຶນເດັກ ຫລື UNICEF ປະຈໍາລາວທີ່ພິມເຜີຍ ແຜ່ອອກມາ ໃນເດືອນມີນາ
ປີ 2020 ຜ່ານມານີ້. ລາຍງານດັ່ງກ່າວບອກວ່າ ຂະນະທີ່ຈໍານວນນັກຮຽນ ອອກໂຮງ
ຮຽນກ່ອນຈົບຊັ້ນປະຖົມ ບໍ່ມີຫລາຍປານໃດ ແຕ່ອັດຕານັກຮຽນທີ່ບໍ່ຮຽນຈົບຊັ້ນ ແມ່ນ
ເພີ້ມຂຶ້ນ ແລະກວມເອົາເກືອບຮອດ 5 ເປີເຊັນຂອງຈໍານວນນັກຮຽນມັດທະຍົມຕົ້ນ
ແລະປາຍຢູ່ທົ່ວປະເທດ. ການສຳຫຼວດຂອງກະຊວງສຶກສາ ແລະກິລາລາວ ຍັງພົບອີກ
ວ່າ ສໍາລັບສົກຮຽນ ປີ 2018-2019 ທີ່ຜ່ານມານັ້ນອັດຕາການອອກໂຮງຮຽນກ່ອນຈົບ
ຊັ້ນຂອງນັກຮຽນມັດທະຍົມຕົ້ນ ແລະ ມັດທະຍົມປາຍຄິດເປັນອັດຕາສະເລ່ຍ 7 ເປີເຊັນ
ແລະ 8 ເປິເຊັນຕາມລຳດັບ ຊຶ່ງມີສາເຫດແມ່ນມາຈາກພື້ນຖານເສດຖະກິດຂອງຄອບ
ຄົວ. ນອກຈາກນັ້ນແລ້ວ ສະພາບແວດລ້ອມຈາກພາຍນອກກໍເປັນປັດໄຈສໍາຄັນ ທີ່ພາ
ໃຫ້ນັກຮຽນມັດທະຍົມ ທີ່ຢູ່ໃນເກນອາຍຸປະມານ 12 ຫາ 19 ປີປະລະການຮຽນ, ອີງ
ຕາມການສັງເກດການ ຂອງພະນັກງານຂັ້ນສູງທີ່ອອກກິນເບ້ຍ ບໍານານ ທ່ານນຶ່ງໃນ
ກະຊວງສຶກສາ ແລະກິລາຂອງລາວ ຊຶ່ງທ່ານອະທິບາຍວ່າ:

“1 ກາສັງຄົມ ແລະ 2 ກາສັງຄົມຄອບຄົວໜີ້ແຫລ້ວ ຕົ້ນເຫດໃຫ້ລູກເຕົ້າອອກໂຮງຮຽນ.
ສັງຄົມຄອບຄົວກາໝາຍຄວາມວ່າ ຢູ່ໃນຄອບຄົວນັ້ນ ເສດຖະກິດ ບໍ່ພຽງພໍ ຫລືພໍ່ແມ່ບໍ່
ໄດ້ປຸກລະດົມລູກຈັ່ ງຊີ້ແຫລ້ວ. ການດູແລເບິ່ງແຍງລູກ ກ່ຽວກັບການຮໍ່າ ການຮຽນຫຍັງ
ຫັ້ນແຫລ້ວ ສ່ວນຫລາຍພວກມັກອອກ. ດຽວນີ້ເນາະ ເວົ້າເລື້ອງການເຂົ້າໂຮງຮຽນ ມັນເ
ວົ້າເຖິງ ພໍ່ແມ່ຕ້ອງດູແລ ຮັບ ສົ່ງ ເບິ່ງວ່າ ການໃຊ້ການຈ່າຍສົ່ງເສີມເຂົາຫັ້ນໜາ, ເຂົາເອີ້ນ
ວ່າ ສັງຄົມຄອບຄົວ ລະຕໍ່ມາ ກາແມ່ນ ສັງຄົມ ພາຍນອກບັດນີ້. ສັງຄົມພາຍນອກມັນກາ
ຈະອອກໄປ ຫາວ່າ ເອີ່ໄປຫາໝູ່ ຫາຄູ່ ຫາຄົນນັ້ນຄົນນີ້ ຫາວົງເຫລົ້າວົງເບຍ ເບາະໄປຫາ
ຫລິ້ນ ຫາເສຍນັ້ນ ແມ່ນສັງຄົມພາຍນອກອັນນັ້ນໜາ, ຄັນເວົ້າເລື້ອງວ່າ ພາໃຫ້ເດັກນ້ອຍ
ມັກອອກໂຮງຮຽນຫັ້ນໜາ. ສ່ວນຫລາຍມັນກາເປັນນໍາສະພາບແວດລ້ອມຫັ້ນ ແຫລະ.”

ນອກຈາກນັ້ນກໍຍັງມີສະພາບແວດລ້ອມພາຍນອກອັນອື່ນ ເຊັ່ນ ການຂາດນະໂຍບາຍ
ການສຶກສາ ອັນຊັດເຈນຂອງລັດຖະບານ ໃນການສ້າງຄວາມເຂົ້າໃຈຂອງ ນັກຮຽນໃນ
ເລື້ອງການກະກຽມເຂົ້າຮຽນໃນຊັ້ນສູງ ຫລືຂັ້ນມະຫາວິທະຍາໄລສໍາ ລັບນັກຮຽນຈໍານວນ
ນຶ່ງທີ່ພໍ່ແມ່ບໍ່ໄດ້ຮັບການສຶກສາສູງແລ້ວ ບໍ່ຮູ້ຈະໃຫ້ຄວາມຄິດແກ່ລູກຫລານ ເຊັ່ນກັນດັ່ງ
ທີ່ທ່ານໃຫ້ຄໍາອະທິບາຍເພີ້ມເຕີມວ່າ:

“ນັກຮຽນຈະຮຽນ ເອເລັກໂຕຣ, ຮຽນແພດສາດຢູ່ໃສບໍ່ຮູ້, ຈະຮຽນຫວຽດນາມ ຈັກຢູ່ໃສບໍ່
ຮູ້. ບັນຫາໂຕນີ້ ຜູ້ທີ່ຈະຮຽນຫັ້ນໜະຊອກຫາຄວາມຮູ້ໂຕນີ້ແມ່ນບໍ່ມີ ບໍ່ມີຍ້ອນວ່າມັນບໍ່ມີ
ຄວາມຄິດວ່າ ໂອ້ ເຮົາຕ້ອງຮຽນຈັ່ງຊີ້ຫລະ ເຮົາຈຶ່ງໄດ້ໄປຮຽນ ແພດສາດຄວາມໝາຍ
ເນາະ ເພາະພາກລັດປິດບັງໄວ້ໝົດ ກອບທີ່ແນ່ນອນໃຫ້ ແກ່ໂຮງຮຽນ ໂຮງຮຽນມໍປາຍນີ້
ໜາ ສາມັນນີ້ໜະ ລະພໍ່ແມ່ກະບໍ່ຮູ້ວ່າ ໂອ້ຍຮຽນ ໄປຫຍັງຈັ່ງຊັ້ນຈັ່ງຊີ້.”

ນອກນັ້ນ ສະພາບແວດລ້ອມພາຍນອກທີ່ສໍາຄັນອີກອັນນຶ່ງກໍຄື ການ​ຊື້​ຈ້າງ​ເພື່ອ​ໃຫ້​ມີ​ຕຳ​
ແໜ່ງໜ້າທີ່ ໃນວົງການລັດຖະບານລາວ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດ
ໂດຍສະເພາະແມ່ນການຊື້ຈ້າງ ເພື່ອໃຫ້ໄດ້ເປັນທະຫານ ແລະຕຳຫຼວດນັ້ນ ຖືເປັນພາກ
ສ່ວນທີ່ມີການຮຽກຮັບເອົາສິນບົນຫຼາຍທີ່ສຸດ, ອີງຕາມ ທ່ານນາງຄຳຈັນ ພົມແສງສະຫວັນ
ຮອງປະທານສູນກາງແນວລາວສ້າງຊາດ ຊຶ່ງສະພາບດັ່ງກ່າວ ກໍເຮັດໃຫ້ນັກຮຽນທີ່ມາ
ຈາກຄອບຄົວທຸກຍາກ ບໍ່ສາ ມາດ ຫລີງເຫັນອະນາຄົດ ແລ້ວກໍໝົດກໍາລັງໃຈຮຽນຕໍ່ໄປຈຶ່ງ
ໄດ້ອອກໂຮງຮຽນກ່ອນຈົບ.

ສໍາລັບເດັກໃນໄວຮຽນທີ່ມາຈາກຄອບຄົວທຸກຈົນແລະຢູ່ເຂດຊົນນະບົດນັ້ນ ກໍຍັງ ມີປັດໄຈ
ອັນອື່ນ ທີ່ພາໃຫ້ນັກຮຽນປະລະການຮຽນ ດັ່ງການສັງເກດຂອງນາຍຄູມັດທະຍົມແຫ່ງນຶ່ງ
ໃນເຂດຊົນນະບົດຢູ່ແຂວງຈໍາປາສັກ ທີ່ມີນັກຮຽນສອງຮ້ອຍ ກວ່າຄົນນັ້ນວ່າ:

“ມາຮອດປັດຈະບັນນີ້ກາມີອອກໂຮງຮຽນແນ່ ສ່ວນຫລາຍພວກອອກໂຮງຮຽນໜີ້ເປັນຕົ້ນ
ແມ່ນພວກມາຮຽນ ຕິດເກມຈັ່ງຊີ້ ບໍ່ມັກເຂົ້າຫ້ອງຮຽນ ບໍ່ເຂົ້າຫ້ອງຮຽນ ແບບວ່າ ພໍ່ແມ່
ຕອບສະໜອງບໍ່ພຽງພໍອີ່ຫຍັງລັກສະນະນີ້ ບໍ່ຢາກມາໂຮງຮຽນໂຮງຮໍ່າ ມາຮອດລະກະບໍ່
ເຂົ້າຫ້ອງແນວນັ້ນ ສ່ວນໃຫຍ່ ກະເຮັດໃຫ້ແບບວ່າ ທໍ້ຖອຍ ອີ່ຫຍັງຫັ້ນໜະ ຈິດໃຈຂອງ
ນັກຮຽນບ້ານນອກມັນເປັນຈັ່ງຊັ້ນ ທໍ້ຖອຍລະກາ ຢາກອອກໂຮງຮຽນແລ້ວບາດໜິ ກະ
ຄືວ່າຫັ້ນຫລະສະພາບກາບີບບັງຄັບແດ່ ພໍ່ແມ່ ບໍ່ມີເງິນ ບໍ່ເອົາໃຈໃສ່ຈັ່ງຊີ້.”

ເພື່ອປະກອບສ່ວນແບ່ງເບົາເສດຖະກິດຂອງຄອບຄົວຊຶ່ງເປັນປັດໄຈອັນດັບນຶ່ງ ທີ່ພາ
ໃຫ້ນັກຮຽນ ອອກໂຮງຮຽນກ່ອນກໍານົດນັ້ນ ດັ່ງວີໂອເອໄດ້ສະເໜີໄປ ໃນເດືອນແລ້ວນີ້
ທາງລັດຖະບານສະຫະລັດ ກໍໄດ້ປະກາດມອບທຶນຊ່ວຍເຫຼືອເພີ່ມຈຳນວນ 25 ລ້ານ
ໂດລາ ໃນໄລຍະ 5 ປີຕໍ່ຫນ້າ ເພື່ອຊ່ວຍເຂົ້າໃນໂຄງການອາຫານສຳລັບເດັກໃນທົ່ວ ສປປ ລາວ. ໂຄງການດັ່ງກ່າວ ໄດ້ທຶນມາຈາກກະ ຊວງກະສິກຳສະຫະລັດອາເມລິກາ
ໂຄງການອາຫານເພື່ອການສຶກສາ ແລະ ໂພຊະນາການສຳລັບເດັກ ຫຼື (U.S. Depart-
ment of Agriculture’s (USDA) McGovern-Dole International Food for
Education and Child Nutrition Program project) ແລະສາມາດຊ່ວຍສະໜອງ
ອາຫານທ່ຽງ ໃນແຕ່ລະມື້ໃຫ້ແກ່ ໂຮງຮຽນຈຳນວນ 735 ແຫ່ງ ໃນ 18 ເມືອງ ແລະສາ
ມາດໃຫ້ອາຫານເດັກທີ່ຂາດແຄນອາຫານໄດ້ ຫຼາຍກວ່າ 63,000 ຄົນ.

ສະຫລຸບແລ້ວ ການປະລະການຮຽນຂອງນັກຮຽນໃນຊັ້ນມັດທະຍົມຕົ້ນ ແລະປາຍ ຍັງ
ເປັນບັນຫາໜັກໜ່ວງຢູ່ສໍາລັບ ສປປ ລາວ ຊຶ່ງມາຈາກສາຍເຫດທີ່ເປັນທັງປັດໄຈພາຍ
ໃນ ກໍຄືພື້ນຖານຄອບຄົວ ແລະສະພາບແວດລ້ອມຫຍໍ້ທໍ້ຂອງສັງຄົມ ຕະຫລອດທັງນະ
ໂຍບາຍຂອງລັດຖະບານທີ່ບໍ່ໄດ້ໃຫ້ການສຶກສາທີ່ຈໍາເປັນ ທີ່ເຮັດໃຫ້ນັກຮຽນຮຽນຮູ້ ແລະ
ຄິດເຖິງອະນາຄົດ ໃນການປະກອບອາຊີບວຽກງານ ແລະວິຊາສະເພາະຂອງຕົນເອງ
ໄດ້ອີກດ້ວຍ.