ອົງການ ອະນາໄມໂລກ ຈະທົດລອງ ປົວພວກຕິດເຊື້ອ ອີໂບລາ ແບບໃໝ່ (ວີດີໂອ ພາສາລາວ)

ຜູ້ອຳນວຍການອົງການອະນາໄມໂລກ ທ່ານນາງ Margaret Chan (ຊ້າຍ) ແລະເຈົ້າໜ້າທີ່ສະຫະປະຊາຊາດ ທ່ານ David Nabarro.

ອົງການ​ອະ​ນາ​ໄມ​ໂລກກ່າວ​ວ່າ ຕົນ​ຈະ​ເລັ່ງລັດ ການ​ນຳໃຊ້
ການປິ່ນປົວພວກຕິດເຊື້ອໄວຣັສອີໂບລາແບບທົດ​ລອງ ​ໃນ​
ຂະນະ​ທີ່​ຈຳນວນ​ຜູ້​ເສຍ​ຊີວິດຍ້ອນການລະ​ບາດ​ໃນເຂດອາ
ຟຣິກາ​ຕາ​ເວັນ​ຕົກ ກະ​ໂດດ​ຂື້ນເປັນ​ຫຼາຍ​ກວ່າ 2,000 ຄົນ.

ອົງການ​ອະ​ນາ​ໄມ​ໂລກກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ​ເລືອດ​ຂອງ​
ບັນດາ​ຜູ້​ລອດ​ຊີວິດມາໄດ້ ສາມາດ​ນຳ​ໃຊ້​ໃນ​ທັນ​ທີ​ເພື່ອ​ປິ່ນ
ປົວ ພວກ​ທີ່​ຕິດ​ກັບເຊື້ອ​ໄວຣັສ. ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້
​ເຫັນ​ວ່າ ການນຳເອົາເລືອດຂອງ​ຜູ້​ລອດ​ຊີວິດ​ຈາ​ກອີ​ໂບລາ
ມາໃຊ້ ອາດ​ຈະ​ຊ່ວຍ​ບັນດາ​ຄົນ​ເຈັບ​ອື່ນໆ​ ທີ່ພວມຕໍ່ສູ້​ກັບ​ເຊື້ອໄວຣັສນີ້.

ນອກນັ້ນ ອົງການອະນາໄມໂລກຍັງ​ກ່າວ​ວ່າ​ ຢາວັກ​ຊິນທີ່​ໃຫ້​ຄວາມ​ຫວັງໃນການ​ປົວອີ​ໂບ
ລາ ຈະ​ເປັນບູລິມະສິດໃນ​ການ​ພັດທະນາ​ໃນ​ຫ້ອງ​ທົດ​ລອງ ​ແລະ​ອາດ​ຈະ​ຖືກ​ນຳອອກໃຊ້​
ໃນ​ທ້າຍ​ປີ​ນີ້. ຮອງຜູ້ອຳນວຍການ​ທົ່ວ​ໄປ​ຂອງ ອົງການອະນາໄມໂລກ ທ່ານ​ນາງ Marie-Paule Kieny ກ່າວ​ວ່າ ການ​ທົດ​ສອບ​ຂັ້ນ​ຕົ້ນຂອງ ​ຢາ​ວັກ​ຊິນນີ້ ອາດ​ຈະ​ເປັນ​ທີ່
​ຮຽບຮ້ອຍ​ ພາຍໃນ​ເດືອນ​ພະຈິກ ຈະ​ມາ​ເຖິງ​ນີ້.

ເບິ່ງວີດີໂອ ພາສາລາວ ກ່ຽວກັບການຄົ້ນຄ້ວາ ຢາທົດລອງປົວເຊື້ອອີໂບລາ:

Your browser doesn’t support HTML5

ພວກນັກຄົ້ນຄ້ວາ ເລັ່ງລັດ ທົດລອງ ຢາປິ່ນປົວ ເຊື້ອອີໂບລາ

ໃນຕ​ອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ລາຍ​ງານ​ກ່ຽວກັບສະຖານະ​ການ​ຈາກ ອົງການອະນາໄມໂລກ
ແຈ້ງວ່າ ການ​ແຜ່​ລະບາດຂອງອີ​ໂບລາກຳລັງ​ທະວີ​ຄວາມຮ້າຍແຮງຂຶ້ນ​ໃນກີນີ ​ໄລ​ບີເຣຍ ​
ແລະ​ຊີແອຣາ ລີອອນ. ລາຍ​ງານ​ຍັງ​ກ່າວ​ວ່າ ​ໄລ​ບີ​ເລຍມີຜູ້ຕິດເຊື້ອໃໝ່​ ຫລາຍກ່ວາ 200
ກໍລະນີ ຕໍ່​ອາທິ​ດ ​ໃນ​ຂະນະ​ທີ່ ຊີ​ແອ​ຣາ​ ລີ​ອອນ ແມ່ນຫລາຍ​ກວ່າ 150 ກໍລະນີ ​ແລະ​ກີ​ນີ
ຫລາຍ​ກວ່າ 100 ກໍລະນີ.

ອົງການອະນາໄມໂລກໄດ້ຕັ້ງໂຕເລກກໍລະນີ​ຜູ້ຕິດເຊື້ອທັງໝົດຢູ່​ໃນ​ສາມ​ປະ​ເທດ ແມ່ນ
ຕ່ຳກວ່າ 4,000 ຄົນໜ້ອຍນຶ່ງ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະສຸກເວົ້າ​ວ່າ ​ໂຕ​ເລກ​ທີ່
ແທ້ຈິງ​ນັ້ນ ​ອາດ​ຈະ​ສູງ​ກວ່ານີ້.

Your browser doesn’t support HTML5

EBOLA CNPK