ອົງການອະນາໄມໂລກ ເຕືອນວ່າ ການຍຸຕິກອງທຶນ UNRWA, ເຊິ່ງເປັນອົງການຊ່ວຍ ເຫຼືອ ແລະວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບ ປາແລັສໄຕນ໌ໃນເຂດຕາເວັນອອກໃກ້, ເປັນໄພຂົ່ມຂູ່ຮຸນແຮງທີ່ໄດ້ເຮັດພົນລະເຮືອນຫຼາຍກວ່າ 2 ລ້ານຄົນໃນເຂດກາຊາພົບກັບສະຖານະການຊຸດໂຊມລົງຢ່າງໜັກ, ຫຼາຍຄົນກໍາລັງປະສົບກັບຄວາມອຶດຫິວ, ບັນຫາສຸຂະພາບບໍ່ດີ, ແລະໄພຄຸກຄາມທີ່ຈະເສຍຊີວິດ ຈາກການແຜ່ລະບາດຂອງພະຍາດຕິດຕໍ່ຕ່າງໆ.
ຫຼາຍກວ່າສິບປະເທດ, ເຊິ່ງໃນນັ້ນລວມທັງ ສະຫະລັດ, ໄດ້ຍຸຕິກອງທຶນເພື່ອສະໜອງໃຫ້ແກ່ອົງການ UNRWA ຊົ່ວຄາວລຸນຫຼັງມີການກ່າວຫາວ່າ ພະນັກງານ ຂອງອົງການດັ່ງກ່າວຈໍານວນນຶ່ງ ໄດ້ຮ່ວມປະຕິບັດການບຸກໂຈມຕີ ເຂົ້າໄປໃນ ອິສຣາແອລໂດຍກຸ່ມພວກຫົວຮຸນແຮງຮາມາສ ໃນວັນທີ 7 ຕຸລາ ທີ່ຜ່ານມາ.
ຜູ້ຊາຍເກັບຂີ້ເຫຍື້ອຄົນນຶ່ງ ໃນຂະນະທີ່ໃສ່ເສື້ອເຊິ່ງມີເຄື່ອງໝາຍຂອງອົງການວຽກງານຂອງສະຫະປະຊາຊາດເພື່ອຊາວອົບພະຍົບ ປາແລັສໄຕນ໌ໃນເຂດຕາເວັນອອກໃກ້ ຕາມຖະໜົນຂອງເມືອງເຈນິນ ໃນຂົງເຂດທີ່ຖືກປົກຄອງເຂດໃຕ້ຂອງແມ່ນໍ້າຈໍແດັນ, ວັນທີ 30 ມັງກອນ 2024.
ໂຄສົກອົງການອະນາໄມໂລກ ທ່ານຄຣິສຕຽນ ລິນມາຍເອີ (Christian Lindmeier) ກ່າວໃນວັນອັງຄານວານນີ້ວ່າ "ການກະທໍາທາງອາຍາໃດໆກໍຕາມ ບໍ່ສາມາດດໍາເນີນໄປໂດຍບໍ່ຖືກລົງໂທດໄດ້, ແຕ່ການຫາລືໃນປັດຈຸບັນ ແມ່ນພາ ວະການລົບກວນ ຈາກສິ່ງທີ່ເກີດຂື້ນອີຫຼີໃນທຸກໆມື້, ທຸກໆຊົ່ວໂມງ, ແລະທຸກໆນາທີໃນຂົງເຂດກາຊາ.”
ທ່ານກ່າວຕື່ມວ່າ "ມັນເປັນສິ່ງທີ່ດຶງຄວາມສົນໃຈຈາກການເສຍຊີວິດຫຼາຍກວ່າ 27,000 ຄົນໃນປັດຈຸບັນ, ໃນນັ້ນ 70 ເປີເຊັນແມ່ນແມ່ຍິງ ແລະເດັກນ້ອຍ, ມັນເປັນສິ່ງທີ່ຫັນເຫຄວາມສົນໃຈອອກໄປຈາກການປ້ອງກັນປະຊາກອນທັງໝົດຈາກການເຂົ້າເຖິງນ້ຳສະອາດ, ສະບຽງອາຫານ, ແລະບ່ອນລີ້ໄພ. ມັນເປັນສິ່ງທີ່ຫັນເຫຄວາມສົນໃຈອອກໄປຈາກການຂັດຂວາງບໍ່ໃຫ້ໄຟຟ້າເຂົ້າມາໃນຂົງເຂດກາຊາເປັນເວລາຫຼາຍກວ່າ 100 ມື້ແລ້ວ.”
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຈົ່ງສືບຕໍ່ໃຫ້ການຊ່ວຍເຫລືອແກ່ອົງການ UNRWA ຄືນໃໝ່ ເພື່ອຮັບປະກັນວ່າ ຢ່າງໜ້ອຍໃຫ້ມີການດຳເນີນງານດ້ານມະນຸດສະທຳອັນສຳຄັນຂອງພວກເຂົາເຈົ້າຢ່າງຕໍ່ເນື່ອງ. ການຮຽກຮ້ອງນີ້ໄດ້ຮັບການສະທ້ອນ ໂດຍຜູ້ອຳນວຍການໃຫຍ່ຂອງອົງການ WHO, ທ່ານເຕໂດຣສ ອະດານອມ ເກເບຣເຢຊຸສ ທີ່ກ່າວວ່າ "ການຕັດເງິນກອງທຶນດັ່ງກ່າວ ພຽງແຕ່ຈະສ້າງຄວາມ ເຈັບປວດຕໍ່ປະຊາຊົນຢູ່ໃນຂົງເຂດກາຊາ ທີ່ຕ້ອງການການສະໜັບສະໜຸນຢ່າງໝົດຫວັງເທົ່ານັ້ນ."
ຖະແຫຼງການສະບັບນຶ່ງທີ່ເຜີຍແຜ່ອອກມາໃນວັນຈັນໂດຍ 20 ອົງການ NGOs ໄດ້ສະແດງຄວາມຕົກໃຈຮຸນແຮງຕໍ່ບາງປະເທດທີ່ເຄີຍໄດ້ຮຽກຮ້ອງໃຫ້ເພີ້ມການຊ່ວຍເຫລືອຢູ່ໃນຂົງເຂດກາຊາ ເຊິ່ງບັດນີ້ ໄດ້ຢຸດໃຫ້ທຶນຊົ່ວຄາວ ແກ່ອົງການ UNRWA.