ອົງການອະນາໄມໂລກ ເຕືອນວ່າ ຄວາມຮ້າຍແຮງໃນການລະ
ບາດຂອງເຊື້ອອີໂບລາໃນເຂດອາຟຣິກາຕາເວັນຕົກ ແມ່ນໄດ້ ມີການປະເມີນຕ່ຳເກີນໄປໂພດ.
ໃນປີນີ້ ມີຜູ້ເສຍຊີວິດໄປແລ້ວ ຍ້ອນອີໂບລາ 1,069 ຄົນ ຢູ່ທີ່
ປະເທດກີນີ ໄລບີເຣຍ ໄນຈີເຣຍ ແລະຊີເອຣາເລອອນ. ມີທັງ
ໝົດເກືອບ 2,000 ຄົນໄດ້ລົ້ມປ່ວຍ.
ໃນຖະແຫຼງການສະບັບນຶ່ ງທີ່ນຳອອກເຜີຍແຜ່ ໃນວັນພະຫັດ
ວານນີ້ ອົງການອະນາໄມໂລກ ຊຶ່ງເປັນພະແນກການນຶ່ງຂອງ
ສະຫະປະຊາຊາດກ່າວວ່າ ຕົນມີຄວາມກັງວົນວ່າໂຕເລກເຫຼົ່າ ນັ້ນບໍ່ໄດ້ສະທ້ອນໃຫ້ເຫັນເຖິງຄວາມຮ້າຍແຮງຂອງວິກິດການ
ໂຕຈິງ.
Your browser doesn’t support HTML5
EBOLA CNPK
ອົງການອະນາໄມໂລກກ່າວວ່າ ຕົນຄາດວ່າການລະບາດຂອງເຊື້ອອີໂບລາຈະດຳເນີນຕໍ່ ໄປອີກຊົ່ວໄລຍະນຶ່ງ ໂດຍໃຫ້ຂໍ້ສັງເກດກ່ຽວກັບແຜນຮັບມືຂອງຕົນ ທີ່ໄດ້ກວມເອົາຫຼາຍໆ ເດືອນຕໍ່ໜ້າ.
ພວມເລັ່ງລັດ ການປິ່ນປົວ ອີໂບລາ
ເວລານີ້ ຍັງບໍ່ສາມາດປິ່ນປົວ ຫຼືບໍ່ມີຢາວັກຊີນໃດໆຕໍ່ຕ້ານເຊື້ອອີໂບລາເທື່ອ ເຖິງແມ່ນວ່າ ໃນອາທິດນີ້ຄະນະກຳມະການຂອງອົງການອະນາໄມໂລກ ໄດ້ໃຫ້ການສະໜັບສະໜຸນຕໍ່ ແຜນການທີ່ຈະນຳໃຊ້ຢາ ທີ່ບໍ່ທັນມີການພິສູດເທື່ອ ໃຫ້ແກ່ພວກຄົນເຈັບເພື່ອຕໍ່ສູ້ກັບເຊື້ອ ໄວຣັສດັ່ງກ່າວກໍຕາມ.
Your browser doesn’t support HTML5
WEST AFRICA EBOLA CNPK
ຢາ ຊຶ່ງຜະລິດໂດຍສະຫະລັດ ທີ່ຍັງບໍ່ທັນມີການທົດສອບ ໃນປະລິມານຈຳກັດ ທີ່ຮູ້ກັນໃນ ນາມຢາ ZMapp ນັ້ນ ໄດ້ຖືກສົ່ງໄປເຖິງໄລບີເຣຍແລ້ວໃນມື້ວັນພຸດຜ່ານມາ ຊຶ່ງຈະມີການ ນຳໃຊ້ກັບນາຍໝໍ 2 ຄົນທີ່ຕິດເຊື້ອ.
ພວກເຈົ້າໜ້າທີ່ໃນປະເທດດັ່ງກ່າວ ຈະຕ້ອງເປັນຜູ້ຕັດສິນໃຈວ່າ ມີຜູ້ໃດອີກຈະໄດ້ຮັບຢາ ໃນຈຳນວນທັງຍັງເຫລືອຢູ່ທີ່ຈະຕ້ອງໃຊ້ເວລາຫຼາຍໆເດືອນຈຶ່ງຈະສາມາດຜະລິດໄດ້ນັ້ນ.
Your browser doesn’t support HTML5
Work on Ebola Treatments Speeds Up to Address Outbreak