ອົງການອະນາໄມໂລກ ຮ້ອງຂໍ ເງິນທຶນເພີ້ມອີກ ເພື່ອຄວບຄຸມການລະບາດ ຂອງເຊື້ອ ອີໂບລາ (ວີດີໂອ)

ຜູ້ອຳນວຍການໃຫຍ່ຂອງອົງການ WHO ທ່ານນາງ Margaret Chan, left, and ແລະເຈົ້າໜ້າທີ່ສະຫະປະຊາຊາດ ທ່ານ David Nabarro ນຳພາການຖະແຫລງຂ່າວ ກ່ຽວກັບ ການລະບາດ ຂອງເຊື້ອ ອີໂບລາ ຢູ່ອາຟຣິກາຕາເວັນຕົກ ທີ່ Washington, ວັນທີ 3 ກັນຍາ 2014.

ອົງການ​ຊ່ອຍ​ເຫຼືອ​ທາງ​ພາກ​ພື້ນ​ດິນ​ອົງການ​ນຶ່ງ​ໃນ​ອາ​ຟຣິກາ​
ຕາ​ເວັນ​ຕົກ ​ແລະ​ສູນ​ຄວບ​ຄຸມພະ​ຍາດ​ຕ່າງ​ໆຂອງ​ສະຫະລັດ
ກ່າວ​ວ່າ ຍັງມີ “​ໂອກາດ​ຢູ່່” ທີ່​ຈະຄວບ​ຄຸມ​ການລະບາດຂອງ
​ເຊື້ອ​ໄວຣັສ ອີ​ໂບລາ.​ໃນ​ຂະນະດຽວ​ກັນ ບັນດາ​ເຈົ້າ​ໜ້າທີ່​ຂັ້ນ​
ສູງ​ຈາກ​ອົງການ​ອະນາໄມ​ໂລກ ກໍ​ໄດ້ທຳ​ການ​ຢ້ຽມຢາມ
​ນະຄອນ​ນີວຢອກ ​ແລະ​ນະຄອນ​ວໍ​ຊິງ​ຕັນ ​ເພື່ອ​ຂໍ​ເງິນ​ຕື່ມ​ອີກ ​
ສຳລັບນຳໃຊ້​ໃນ​ການ​ຫາ​ທາງ​ຄວບ​ຄຸມການລະບາດ​ຂອງ​ເຊື້ອ
​ໄວຣັສດັ່ງກ່າວ. ສິງ​ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້​ຈາກ​ຜູ້​ສື່​ຂ່າວ
​ວີ​ໂອ​ເອມາສະ​ເໜີ​ທ່ານ​.

Your browser doesn’t support HTML5

ຟັງລາຍງານເລື້ອງອົງການອະນາໄມໂລກ ຂໍເງິນທຶນເພີ່ມອີກ ເພື່ອຄວບຄຸມການລະບາດຂອງອີໂບລາ

ເຊື້ອ​ໄວຣັສອີ​ໂບລາ​ກຳລັງ​ລະບາດຢູ່​ໃນ 3 ປະ​ເທດ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ແລະ​ສົ່ງ​ຜົນ​ກະທົບ​ຕໍ່​ຜູ້​ຄົນ​ຢູ່ໃນອີກ 3 ປະ​ເທດ​. ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ອົງການ​ອະນາ​ໄມ​ໂລກ ​ໄດ້​ເພີ້​ມ
ຈຳນວນ​ຜູ້​ຄົນ​ເສຍ​ຊີວິດ​ຍ້ອນ​ພະຍາດ​ດັ່ງກ່າວ​ເປັນ​ຫຼາຍ​ກວ່າ 1900 ຄົນແລ້ວ. ​ແຕ່​ບັນດາ
ນັກ​ຊ່ຽວຊານ ກ່າວ​ວ່າ ບໍ່​ມີ​ຄົນ​ໃດ​ຮູ້ຈັກ​ແທ້ໆ​ວ່າ ມີ​ຈັກ​ຄົນ​ໄດ້​ຕິດ​ເຊື້ອ ​ແລະ​ມີ​ຈັກຄົນ​ໄດ້​
ເສຍ​ຊີວິດ​ໄປ​ແລ້ວ ​ຈາກ​ເຊື້ອ​ໄວຣັສດັ່ງກ່າວ.

ອົງການ​ອະນາ​ໄມ​ໂລກ ກະ​ປະມານ​ວ່າ ການ​ທີ່​ຈະ​ເອົາ​ເຊື້ອ​ໄວຣັສດັ່ງກ່າວນີ້ີ້​ໄວ້​ໄດ້​ນັ້ນ ຈະ
ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ 500 ລ້ານ​ດອນ​ລາ. ອົງການ​ອະນາ​ໄມ​ໂລກ ​ໄດ້​ສະ​ເໜີ​ແຜນການ​ອັນ​ນຶ່ງ ທີ່​ເອີ້ນວ່າ “ roadmap” ຫຼື​ເ​ເຜນທີ່ ​ເພື່ອ​ຍຸດຕິ​ການລະບາດ​ຂອງ​ເຊື້ອ​ອີ​ໂບລາ​ນັ້ນ.

Dr. Margaret Chan ກ່າວ​ວ່າ ແຜນ​ທີ່ທີ່​ສະ​ເໜີ​ໄປ​ນີ້ ​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງ​ກວ້າ​ງຂວາງ​ຈາກ​ບັນດາ​ປະ​ເທດ ແລະສະ​ຖາ​ບັນ​ຕ່າງໆ​ໃນ​ທົ່ວ​ອາ​ຟຣິກາ ​ແລະ​ວ່າ ຫຼາຍ
​ປະ​ເທດ​ທີ່​ໄດ້​ຮັບ​ການ​ພັດທະນາ​ແລ້ວ ​ກໍ​ໄດ້​ໃຫ້ການ​ສະໜັບສະໜຸນ​ເຊັ່ນ​ກັນ.

Dr. Margeret Chan ກ່າວ​ວ່າ ​ “​ເລື້ອງ​ເຊື້ອ​ອີ​ໂບລານີ້ ​ເປັນ​ເລື້ອງ​ຂອງ​ນາໆ​ຊາດ
ເປັນໄພ​ຂົ່ມຂູ່​ຂອງ​ໂລກ ທີ່​ຈຳ​ເປັນຕ້ອງມີການ​ປະສານ​ງານ​ກັນ​ຂອງ​ໂລກ ​ເພື່ອ​ໃຫ້​
ເລື້ອງ​ນີ້ເສັດ​ສິ້ນ​ລົງໄປ​."

Dr. David Navarro ຜູ້​ປະສານ​ງານ​ເລື້ອງ​ເຊື້ອ​ອີ​ໂບ​ລາ ຂອງ​ສະຫະ​ປະຊາ​ຊາດ ​ແລະ​ທ່ານ​ Keiji Fukuda ຜູ້​ຊ່ອຍ​ວຽກ​ຫົວໜ້າ​ອົງກາ​ນອະນາ​ໄມ​ໂລກ ​ໄດ້​ຮ່ວມ​ກັນ​ກັບ Dr. Margaret Chan ​ໃນ​ຄຳ​ຮຽກຮ້ອງ​ຂອງ ​Dr. Chanh ນັ້ນ.

​ບຸກຄົນ​ເຫຼົ່າ​ນີ້ ໄດ້ເວົ້າ​ກ່ຽວ​ກັບ​ຄວາມ​ຕ້ອງການ​ທີ່​ສຳຄັນໆ​ຂອງ​ບັນດາ​ປະ​ເທດ​ຕ່າງໆ ຊຶ່ງ​
ໃນ​ນັ້ນແມ່ນ​ຮວມທັງ​ການ​ເປີດ​ ໃຫ້​ມີ​ການເດີນທາງ​ອາກາດ​ຄືນອີກ ເພື່ອ​ວ່າ​ພວກ​ພະນັກ
ງານ​ການ​ແພດ ​ແລະ​ສິນຄ້າຕ່າງໆ​ຈະ​ຜ່ານ​ໄປ​ມາໄດ້ ການ​ຮັບປະກັນ​ການ​ຈ່າຍ​ເງິນ​ເດືອນ​ໃຫ້​ພວກ​ທ່ານໝໍ ​ແລະ​ພວກ​ພະນັກ​ງານ​ການ​ແພດ​ອື່ນໆ ​ການ​ສະໜອງເຂົ້າປາ​ອາຫານ ​ແລະ​ນ້ຳມັນເຊື້ອ​ໄຟ​ສຳລັບ​ໃຊ້ຄົວກິນ ທີ່​ທັງ​ສອງ​ຢ່າງ​ນີ້ໄດ້​ຖີບ​ໂຕ​ສູງ​ຂຶ້ນ ​ແລະການ​ຊ່ອຍ​
ເຫຼືອ​ແກ່​ພວກ​ບຸກຄົນ​ອື່ນໆ ທີ່​ເສຍ​ວຽກ​ເສຍ​ການ​ໄປ​ ຍ້ອນ​ໂຣກລະບາດ​ດັ່ງກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່ານີ້​ຍັງ​ໄດ້​ຮຽກຮ້ອງ​ ໃຫ້​ຈັດ​ຕັ້ງ​ສູນ​ປິ່ນປົວ​ຕື່ມ​ອີກ ການເປີດ​ພວກ​ໂຮງໝໍ
ທຳ​ມະ​ດາ​ນັ້ນ​ຄືນ ​ໃຫ້ການ​ສະໜັບສະໜຸນ ​ແກ່​ປະ​ເທດ​ຕ່າງໆ​ເພື່ອ​ເກັບ​ກູ້​ສົບ​ພວກ​ທີ່​ເສຍ
ຊີວິດ​ອອກ​ຈາກ​ຖະໜົນ​ຫົນທາງ​ນັ້ນ​ໄວ​ຂຶ້ນ ​ໃຫ້ກຽດ​ແກ່​ການ​ຝັງ​ສົບ​ພວກ​ທີ່ເສຍ​ຊີວິດ ​ແລະ​
ໃຫ້ການ​ສຶກສາເພີ້​ມຂຶ້ນ​ແກ່​ປະຊາຊົນ ກ່ຽວ​ກັບ​ອັນຕະລາຍ​ອັນ​ແທ້​ຈິງ ຂອງ​ພວກ​ທີ່​ຕິດ​ເຊື້ອ​ອີ​ໂບລາ​ ທີ່​ບໍ່ໄດ້​ຮັບ​ການ​ປິ່ນປົວ​ນັ້ນ.

ເບິ່ງວີດີໂອກ່ຽວກັບລາຍງານນີ້:

Dr. Navarro ​ເນັ້ນ​ເຖິງ​ຄວາມ​ຕ້ອງການ​ສຳລັບ​ການ​ນຳພາ ​ແລະ​ການ​ປະສານ​ງານ​ກັນ​ຂອງ​ນາໆ​ຊາດ.

ທ່ານ ກ່າວ​ວ່າ: “ສຳລັບ​ພວກ​ເຮົາ​ທີ່​ໄດ້​ເຮັດ​ວຽກ ​ຢູ່​ໃນ​ສະພາບ​ການ​ທີ່​ສັບສົນ​ມາ​ກ່ອນ
ແມ່ນຮູ້ຈັກ​ດີ​ວ່າ ການ​ປະສານ​ງານ​ກັນ​ຊ່ອຍ​ຊີວິດ ​ແລະ​ປັບປຸງ​ປະສິດທິພາບ​ໃຫ້​ດີ​ຂຶ້ນ.

ພວກ​ເຮົາບໍ່​ຢູ່​ໃນຖານະ ທີ່​ຈະສາມາດ​ສູນ​ເສຍ​ເວລາ​ມື້​ນຶ່ງ​ໄປ​ໄດ້ ​ເພາະວ່າ​ການລະບາດ
ຂອງ​ໂຣກນີ້ ກຳລັງ​ເຄື່ອນ​ໄຫວ​ໄປ​ໜ້າ ກ່ອນ​ຄວາມ​ພະຍາຍາມ ​ເພື່ອ​ຄວບ​ຄຸມ​ມັນ​ນັ້ນ.”

Dr. Chan ​ໄດ້​ກ່າວ​ອອກ​ມາ​ວ່າ ບັນດາ​ນັກວິທະຍາສາດ ທີ່​ສຳນັກງານ​ໃຫຍ່​ຂອງ​ອົງການ​ອະນາ​ໄມ​ໂລກ ​ທີ່​ນະຄອນ​ເຈ​ເນ​ວາ ຈະ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ການ​ບຳບັດ​ໃນ​ການ​ທົດ​ລອງ​ທີ່​ໃຫ້​ຄວາມ​ຫວັງ​ຫຼາຍ​ ທີ່​ສຸດ ທີ່​ສາມາດ​ໄດ້​ຮັບ​ການ​ອະນຸມັດ​ຢ່າງ​ວ່ອງ​ໄວ ​ເພື່ອ​ຊ່ອຍ​ຄວບ​ຄຸມ
ການລະບາດ​ຂອງ​ໂຣກດັ່ງກ່າວ.

Dr. Margaret Chan ກ່າວ​ວ່າ “ ພວກ​ເຮົາ​ສາມາດ ແລະ​ກໍຈະ​ຄວບ​ຄຸມການລະບາດ​
ຂອງ​ເຊື້ອ​ອີ​ໂບລາໃຫ້​ໄດ້.”

ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ ​ຫຼື Doctors Without Borders ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ
ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ​ເປັນ​ເທື່ອ​ທຳ​ອິດ ​ເພື່ອ​ຮັບ​ມືກັບ​ວິ​ກິດ​ການ​ອີ​ໂບລາ ​ໃນ​ເດືອນ​ມີນາ​
ຜ່ານ​ມາ. ​ໃນ​ວັນ​ອັງຄານ​ກ່ອນ​ນີ້ ກຸ່ມ​ດັ່ງກ່າວໄດ້​ຕຳ​ໜິຕິຕຽນ​ອົງການ​ອະນາ​ໄມ​ໂລກວ່າ
ບໍ່​ໄດ້​ທຳ​ການ​ເຄື່ອນ​ໄຫວໄວ​ພໍ ​ເພື່ອຫາ​ທາງ​ຄວບ​ຄຸມ​ການລະບາດ​ຂອງ​ໂຣກ​ນີ້.​