ທ່ານ John Kelly ແມ່ນໃຜ?

ປະທານາທິບໍດີ ດໍໂນລ ທຣໍາ (ຊ້າຍ) ແລະ ລັດຖະມົນຕີກະຊວງ ຮັກສາຄວາມປອດໄພພາຍ ຂອງ ສະຫະລັດ ທ່ານ John Kelly (ຂວາ)

ຜູ້​ທີ່ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ໄດ້ເລືອກ​ເອົາມາ​ເປັນ​ຫົວໜ້າ​ທີ່​ປຶກ
ສາຂອງທຳນຽບຂາວ ນາຍ​ພົນ​ເບ້ຍ​ບຳນານ ​ທະຫານ​ມາຣີນ ທ່ານ John Kelly ຊຶ່ງ
​ເປັນ​ນຶ່ງໃນ​ບັນດາ​ຜູ້​ບັນຊາ​ການ​ທະຫານສະຫະລັດທີ່​ໄດ້​ຮັບ​ໃຊ້​ກອງທັບ​ດົນ​ນານທີ່​ສຸດ
ກ່ອນ​ທີ່ ປະທານາທິບໍດີ​ທຣໍາ ແຕ່ງ​ຕັ້ງ​ໃຫ້ທ່າ​ນ ​ເປັນລັດຖະມົນຕີ​ກະຊວງ​ຮັກສາ​ຄວາມ
​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ.

ທ່ານ Kelly ອາຍຸ 67 ປີ​ ​ແມ່ນ​ຮູ້​ກັນ​ດີ ​ໃນ​ການ​ເວົ້າ​ແບບ​ກົງໆ ​ແລະ​ເປັນ​ທີ່​ນິ ຍົມຊົມ​
ຊອບ​ຂອງ​ພວກ​ທະຫານ. ປະທານາທິບໍດີ​ທຣໍາອະທິ​ບາຍ​ກ່ຽວກັບ​ທ່ານ ຢູ່ໃນ​ກາ​ນສົ່ງ​
ຂໍ້ຄວາມ​ຜ່ານທາງ Twitter ໃນ​ວັນ​ສຸກ​ວານ​ນີ້ວ່າ “​ເປັນ​ຊາວ​ອາ​ເມຣິກັນ​ທີ່​ຍິງ​ໃຫຍ່​ ​ແລະ
ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຄົນ​ນຶ່ງ.”

ທ່ານ​ໄດ້​ອະ​ພິບາຍ​ວຽກ​ງານ​ທີ່​ທ່ານ Kelly ​ໄດ້​ປະ​ຕິ​ບັດໃນ​ຖານະລັດຖະມົນຕີ​ກະຊວງ
​ຮັກສາ​ຄວມປອດ​ໄພ​ພາຍ​ໃນປະ​ເທດ​ຂອງ​ສະຫະລັດ​ວ່າ “​ໜ້າ​ສັນລະ​ເສີນ” ​ແລະ​ກ່າວ
​ວ່າ “ທ່ານ​ໄດ້​ເປັນ​ດາຣາທີ່​ແທ້​ຈິງ ​ໃນ​ລັດຖະບານ​ຂອງ​ຂ້າພະ​ເຈົ້າ.”

ລັດຖະມົນຕີຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານ John Kelly ກຳລັງກ່າວ ໃນຂະນະທີ່ ລັດຖະມົນຕີຍຸຕິທຳ ສະຫະລັດ ທ່ານ Jeff Sessions ຢືນຟັງລະຫວ່າງ ການຢ້ຽມຢາມຊາຍແດນ ສະຫະບັດ ກັບເມັກຊິໂກ.

ທ່ານ Kelly ​ໄດ້​ປະຕິບັດ​ງານ​ເພື່ອເຮັດ​ຫລ້ອນ ​ຕາມ​ຄຳ​ໝັ້ນ​ສັນຍາໃນ​ລະ​ຫວ່າງ​ການ
​ເລືອກ​ຕັ້ງ​ຂອງ​ທ່ານ​ທຣໍາ ຮວມທັງ​ແຜນ​ສ້າງ​ກຳແພງ ​ຢູ່​ຕາມ​ຊາຍ​ແດນສະຫະລັດ ຕິດ
ກັບ​ເມັກ​ຊິ​ໂກ ​ເນລະ​ເທດ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ແລະ​ຄວາມ​ພະ ຍາຍາມກວດ
ກາ​ວີ​ຊາທີ່​ເຄັ່ງ​ຄັດ ​ເພື່ອ​ທັບ​ມ້າງ​ໂອກາດຂອງ​ພວກ​ກໍ່​ການ​ຮ້າຍ. ທ່ານ Kelly ​ໄດ້​ກ່າວ​
ເຖິງ​ວຽກ​ການ​ທີ່​ສຳຄັນ​ສຸດຂອງ​ທ່ານ ​ໃນ​ຖານະ​ລັດຖະມົນ​ຕີ​ກະຊວງ​ຮັກສາ​ຄວາມ​ປອດ​
ໄພ​ພາຍ​ສະຫະລັດ ຄື​ການ​ປິດ​ຊາຍ​ແດນ ​ຕໍ່ “ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດໝາຍຂອງ​ຄົນ
​ແລະ​ສິ່ງ​ອື່ນໆ.”

ທ່ານ Kelly ​ໄດ້​ມີໜ້າ​ທີ່ວຽກ​ການ​ເປັນ​ເວລາ​ດົນນານ​ຢູ່​ໃນ​ກອງທັບ ​ແລະ​ເປັນ​ເຈົ້າ​ໜ້າ​
ທີ່​ຂັ້ນ​ສູງ​ຂອງ​ກອງທັບ​ສະຫະລັດນັບ​ແຕ່​ໄດ້​ເສຍ​ລູກ​ຊາຍ​ຄົນ​ນຶ່ງໃນການ​ສູ້​ລົບ. ລູກ
ຊາຍນ້ອຍ​ຂອງ​ທ່ານ ຮ້ອຍ​ຕີ Robert Michael Kelly ​ໄດ້​ເສ​ຍຊີວິດ​ຢູ່​ໃນ​ສົງຄາມ​ໃນ
​ອັ​ຟກາ​ນິສຖານ ​ໃນ​ປີ 2010​. ລູກ​ຊາຍ​ທ່ານ Kelly ​ໄດ້​ເປັນ​ທະຫານມາຣິນ ​ແລະ​ໄດ້​
ໄປ​ສູ້​ລົບ​ເປັນ​ເທື່ອ​ທີ​ສາມ ​ເວລາ​ທ່ານ​ເສ​ຍຊີວິດ.

ນັບ​ແຕ່​ລູກ​ຊາຍ​ຂອງ​ທ່ານ​ໄດ້​ເສຍ​ຊີວິດ ທ່ານ Kelly ​ໄດ້​ເວົ້າ​ແບບ​ກົງໆ ກ່ຽວ​ກັບ​ການ
​ຂົ່ມຂູ່​ທີ່​ສະຫະລັດ​ປະ​ເຊີນ​ໜ້າຢູ່​ໃນພາກ​ຕາ​ເວັນ​ອອກ​ກາງ ​ແລະໄກ​ອອກ​ໄປ​ກວ່າ​ນັ້ນ.

ນາຍ​ພົນ Kelly ​ໄດ້ກ່າວໃນ​ຄຳ​ປາ​ໄສ​ເນື່ອງ​ໃນວັນ Memorial Day ​ປີ 2013​ທີ່​ລັດ
Texas ວ່າ “​ໃຫ້​ໂອກາດຕໍ່​ການ​ເກີດວັນ​ທີ 11 ​ເດືອນ​ກັນຍາອີກ​ເທື່ອ​ນຶ່ງ ພວກ​ສັດຕູ​ທີ່
​ໂຫດ​ຮ້າຍ​ຂອງ​ພວກ​ເຮົາ​ ​ແມ່ນຈະ​ເຮັດ​ອີກ​ມື້​ນີ້ ມື້​ອື່ນ ​ແລະ​ທຸກໆ​ມື້ຫຼັງຈາກ​ນັ້ນ​. ຂ້າພະ
​ເຈົ້າ​ບໍ່​ເ​ຂົ້າ​ໃຈ​ວ່າ​ ເປັນຫຍັງ​ເຂົາ​ເຈົ້າ​ກຽດ​ຊັງ​ພວກ​ເຮົາ ​ແລະ​ຄວາມ​ຈິງ​ແລ້ວ​ຂ້າພະ​ເຈົ້າ​
ບໍ່​ສົນ​ໃຈ ​ແຕ່​ວ່າ​ເຂົາ​ເຈົ້າ​ກຽດ​ຊັງ​ພວກ​ເຮົາ ​ແລະຕັ້ງ​ໃຈຢ່າງ​ບໍ່​ມີ​ເຫດຜົນ ທີ່​ຈະສ້າງຄວາມ​
ພິນາດໃຫ້​ແກ່ພວກ​ເຮົາ.”

ໃນວັນທີ 19 ເດືອນພະຈິກ 2012, ນາຍພົນ John F. Kelly ຢືນຢູ່ໃນພິທີສັບປ່ຽນ ຜູ້ບັນຊາການ ພາກໃຕ້ ທີ່ນະຄອນ Miami.

ນັບ​ແຕ່​ລູກ​ຊາຍ​ຂອງ​ທ່ານ​ໄດ້​ເສຍ​ຊີວິດ ທ່ານ Kelly ​ໄດ້​ເວົ້າ​ແບບ​ກົງໆ ກ່ຽວ​ກັບ​ການ
​ຂົ່ມຂູ່​ທີ່​ສະຫະລັດ​ປະ​ເຊີນ​ໜ້າຢູ່​ໃນພາກ​ຕາ​ເວັນ​ອອກ​ກາງ ​ແລະໄກ​ອອກ​ໄປ​ກວ່າ​ນັ້ນ.
ນາຍ​ພົນ Kelly ​ໄດ້ກ່າວໃນ​ຄຳ​ປາ​ໄສ​ເນື່ອງ​ໃນວັນ Memorial Day ​ປີ 2013​ທີ່​ລັດ
Texas ວ່າ “​ໃຫ້​ໂອກາດຕໍ່​ການ​ເກີດວັນ​ທີ 11 ​ເດືອນ​ກັນຍາອີກ​ເທື່ອ​ນຶ່ງ ພວກ​ສັດຕູ​ທີ
ໂຫດ​ຮ້າຍ​ຂອງ​ພວກ​ເຮົາ​ ​ແມ່ນຈະ​ເຮັດ​ອີກ​ມື້​ນີ້ ມື້​ອື່ນ ​ແລະ​ທຸກໆ​ມື້ຫຼັງຈາກ​ນັ້ນ​. ຂ້າພະ
​ເຈົ້າ​ບໍ່​ເ​ຂົ້າ​ໃຈ​ວ່າ​ ເປັນຫຍັງ​ເຂົາ​ເຈົ້າ​ກຽດ​ຊັງ​ພວກ​ເຮົາ ​ແລະ​ຄວາມ​ຈິງ​ແລ້ວ​ຂ້າພະ​ເຈົ້າ​
ບໍ່​ສົນ​ໃຈ ​ແຕ່​ວ່າ​ເຂົາ​ເຈົ້າ​ກຽດ​ຊັງ​ພວກ​ເຮົາ ​ແລະຕັ້ງ​ໃຈຢ່າງ​ບໍ່​ມີ​ເຫດຜົນ ທີ່​ຈະສ້າງ
ຄວາມ​ພິນາດໃຫ້​ແກ່ພວກ​ເຮົາ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Your browser doesn’t support HTML5

Trump Chief of Staff