ພວກອົບພະຍົບ ທີ່ເຂົ້າມາລີ້ໄພ ຢູ່ສະຫະລັດ ແມ່ນໃຜ

ທ້ວ Alpha Saliou Diallo, ອົບພະຍົບຄົນນຶ່ງ ທີ່ມາຈາກ Guinea, ອູ້ມລູກສາວຂອງລາວ ນາງ Aisha ຫລັງຈາກໄດ້ເປັນ ສັນຊາດສະຫະລັດ ອາເມຣິກາແລ້ວ.

ນັບ​ແຕ່​ສົກງົບປະມານ​ປີ 2016 ​ເປັນ​ຕົ້ນ​ມາ ສະຫະລັດ ​ໄດ້​ອະ​ນຸຍາດ​ໃຫ້​ອົບ​ພະຍົບທີ່​ລະບຸ​ໂຕ​ເອງ​ວ່າ​ເປັນ​ມຸສລິ​ມເຂົ້າປະ​ເທດ ຫຼາຍກວ່າ​ພວກ​ທີ່​ເປັນຄຣິສ ຕຽນໜ້ອຍ​ນຶ່ງ ອີງຕາມການວິເຄາະ​ຂໍ້​ມູນຂອງ​ກະ​ຊວງ​ຕ່າງປະ​ເທດສະຫະລັດ​ໂດຍສູນ​ກາງຄົ້ນຄ​ວ້າ Pew.

​ໃນ​ຈຳນວນ​ກວ່າ 63,000 ຄົນ ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້ເຂົ້າ​ມາ​ໃນສະ​ຫະລັດ ນັບ​ແຕ່​ສົກ​ງົບປະມານເລີ້ມຂຶ້ນ ​ໃນ​ວັນ​ທີ 1 ເດືອນຕຸລາ ປີ 2015 ​ເກືອບ 29,000 ຄົນ ຫລື 46 ​ເປີ​ເຊັນ ກ່າວ​ວ່າ ​ເຂົາ​ເຈົ້າ​ເປັນ​ຊາວ​ສມຸສລິ​ມ ​ແລະ​ຫລາຍ​ກວ່າ 27,500 ຄົນ ຫລື 44 ​ເປີ​ເຊັນ ລະບຸ​ວ່າ​ເຂົາ​ເຈົ້າ​ເປັນ​ຊາວ​ຄຣິສຕຽນ.

ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ຊາວ​ອົບ​ພະຍົບ ທີ່​ເຂົ້າ​ມາສະ​ຫະລັດ​ ຈົນ​ຮອດ​ກາງ​ເດືອນ ສິງຫານີ້ແມ່ນມາ​ຈາ​ກສີ່ປະ​ເທດຄື ມຽນມາ ສາທາລະນະ​ລັດປະຊາທິປະ​ໄຕ​ຄອງ​ໂກ ຊີ​ເຣຍ ແລະ​ອີຣັກ. ຈຳນວນ​ຫຼາຍທີ່ສຸດ​ຂອງ​ອົບ​ພ​ະຍົບ 10,464 ຄົນແມ່ນ​ມາ​ຈາກ​ມຽນມາ.

ບັນດາ​ຊົນ​ກຸ່ມນ້ອຍ​ໃນ​ມຽນມາ ຮວມທັງ​ຊາວຄຣິສຕຽນ ​ແລະ​ມຸສລິ​ມ ຕ່າງ​ກໍປະ​ເຊີນ​ໜ້າ ຢ່າງ​ຮ້າຍ​ແຮງ​ກັບການ​ປະ​ຫັດ​ປະຫານ ຢູ່​ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ທີ່​ປະ ຊາ​ຊົນສ່ວນໃຫຍ່​ເປັນ​ຊາວ​ພຸດ ຊຶ່ງ​ຈົນ​ເຖິງ​ເດືອນ​ເມສາ​ທີ່​ຜ່ານ​ມານີ້ໄດ້​ຢູ່​ພາຍ​ໃຕ້​ ​ການປົກຄອງ​ແບບ​ຜະ​ເດັດ​ການ​ຂອງ​ພວກທະຫານມາ​ເປັນ​ເວລາ​ຫ້າ​ທົດ​ສະ​ວັດ.

ຜູ້ນຳໂຕ​ຈິງ​ຂອງ​ປະ​ເທດ ທ່ານ​ນາງ Aung San Suu Kyi ທີ່​ສະໜັບສະໝູນ ປະຊາທິປະ​ໄຕ​ ໄດ້​ໃຊ້​ເວລາ​ສອງ​ທົດ​ສະ​ວັດຢູ່​ພາຍ​ໃຕ້​ການ​ກັກ​ບໍລິ​ເວນ ​ໄດ້​ຖືກຕ້ອງ​ຕິ​ຍ້ອນ​ບໍ່​ສາ
ມາດ ແກ້​ໄຂ​ໄດ້​ຢ່າງພຽງພໍ​ໃນ​ການ​ກໍ່​ຄວາ​ມຮຸນ​ແຮງຕໍ່​ຊາວ​ໂຣຮິງ​ຢາ ທີ່​ເປັນຊາວ​ມຸສລິ​ມ​ກຸ່ມ​ນ້ອຍ.

​ແຕ່​ໜ້ອຍ​ກວ່າ 25 ​ເປີ​ເຊັນ ຫລື 2,554 ຄົນ ຂອງ​ອົບ​ພະຍົບຈາກປະ​ເທດດັ່ງ ກ່າວ​ ທີ່ເຂົ້າ​ມາສະ​ຫະລັດ ​ເປັນ​ຊາວ​ມຸສລິ​ມ ອີ​ຕາມ​ການ​ພົບ​ເຫັນ​ໃນການ​ວິ​ເຄາະ​ຂອງ​ອົງການ Pew.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ