ການໂຕ້ແຍ້ງ ເລື່ອງສັນຍາ ຂົ່ມຂູ່ ຈະເຮັດໃຫ້ ການສ້ອມແປງໄຟຟ້າ ຢູ່ເປີໂຕຣິໂກ ມີບັນຫາ

ບັນດາລົດແລ່ນຜ່ານສາຍໄຟຟ້າ ທີ່ຂາດລົງມາຈາກເສົາ ຫລັງຈາກ ພາຍຸ Maria ພັດຖະຫລົ່ມ Puerto Rico ໃນວັນທີ 20 ຕຸລາ 2017.

ຄວາມ​ໂກດ​ແຄ້ນ​ຂອງ​ສາທາລະນະ​ຊົນກຳລັງທະວີ​ຂຶ້ນຢູ່​ໃນ​ Puerto Rico ທີ່ເປັນດິນ
​ແດນຂອງ​ສະຫະລັດ ຂະນະ​ທີ່​ລາຍ​ລະອຽດ​ໄດ້ປາກົດອອກ​ມາໃຫ້ເຫັນ ກ່ຽວ​ກັບ​ການ
ເຮັດສັນຍາ​ແບບບໍ່ມີການປະມູນ ກັບບໍລິສັດ​ໄຟຟ້າ​ທີ່​ບໍ່​ມີ​ຊື່​ສຽງບໍລິ ສັດນຶ່ງຂອງສະຫະ
ລັດ ​ເພື່ອ​ຟື້ນຟູ​ພະລັງງານໄຟຟ້າ​ຢູ່​ເກາະດັ່ງກ່າວ ທີ່​ໄດ້​ຖືກ​ທຳລາຍ​ໂດ​ຍພາຍຸເຮີຣິເຄນ
Maria.

ຮວມຢູ່​ໃນ​ລາຍ​ລະອຽດ​ຂອງ​ສັນຍາ​ ​ທີ່ເປັນຈຸດສົນໃຈ ກໍ​ໄດ້​ແກ່ອັດຕາ​ການ​ຈ່າຍ​ຄ່າ
ໄຟຟ້າປະມານ​ຫ້າ​ເທົ່າ ​ສູງ​ກວ່າ​ອັດຕາທຳ​ມະ​ດາ​ຢູ່ໃນ Puerto Rico ​ແລະວັກນຶ່ງ
ຂອງສັນຍາທີ່ຫ້າມບໍ່​ໃຫ້​ເກາະດັ່ງກ່າວຫລືເຈົ້າ​ໜ້າ​ທີ່ລັດຖະບານ​ກາງຈາ​ກ ການ​ກວດ
ກາ​ອັດຕາ​ແຮງ​ງານ​ເຫລົ່ານັ້ນ.

ບັນດາ​ນັກ​ການ​ເມືອງ​ສະຫະລັດ ຢູ່່​ນະຄອ​ນຫລວງ​ວໍຊິງ​ຕັນ ​ໄດ້​ເລີ້ມ​ຮຽກຮ້ອງໃຫ້ມີ
ການກວດສອບຢ່າງ​ໃກ້ຊິດ ຂອງ​ສັນຍາມູນຄ່າ 300 ລ້ານ​ໂດ​ລາທີ່ຫາກໍເຮັດບໍ່ຮອດ
​ນຶ່ງ​ອາທິດ ຫລັງ​ຈາກພາຍຸເຮຣິ​ເຄນພັດເຂົ້າຖະຫຼົ່ມ ​ໃຫ້​ກັບ​ບໍລິ​ສັດ​ຢູ່​ໃນລັດ Montana
ຂອງ​ສະຫະລັດ ທີ່​ມີ​ພະນັກງານ​ເຕັມ​ເວລາ​ພຽງແຕ່ສອງ​ຄົນ​ເທົ່າ​ນັ້ນ​ໃນ​ເວລາ​ເກີດ​ພະຍຸ.

ສໍາ​ລັບ​ປະຊາຊົນ​ຫລາຍ​ຄົນ​ຂອງ​ເກາະດັ່ງກ່າວ ​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມ​ເປັນ​ຫ່ວງ​ທີ່
​ໃຫຍ່​ກວ່າ​ນັ້ນ ກໍ​ແມ່ນ​ການໂຕ້​ແຍ້​ງນີ້ອາດ​ເຮັດໃຫ້ການຟື້ຶ້ນຟູພະລັງງານ​ໄຟຟ້າ​ມີການ
ຊັກຊ້າຕື່ມອີກ. ຫລາຍ​ກວ່າ 75 ​ເປີ​ເຊັນ​ຂອງ​ເກາະນີ້ ​ຍັງ​ບໍ່ມີ​ພະລັງງານ​ໄຟຟ້າໃຊ້ດົນ
ກວ່າ​ນຶ່ງ​ເດືອນ​ມາ​ແລ້ວ ຫລັງ​ຈາກພາຍຸເຮຣິເຄນ​ Maria ພັດເຂົ້າຖະຫຼົ່ມ ​ແລະ​ການ
ຟື້ນຟູ​ທັງ​ໝົດຄາດ​ຄະ​ເນ​ວ່າຈະໃຊ້​ເວລາ​ອີກ​ຫລາຍ​ເດືອນຂ້າງ​ໜ້າ.

ບັນດາລົດແລນຜ່ານແສງໄຟ ທີ່ໃຊ້ເຄື່ອງຈັກໄຟຟ້າ ຢູ່ເມືອງ Old San Juan ເກາະ Puerto Rico.

ເຖິງ​ແມ່ນ​ຢູ່ບ່ອນ​ທີ່​ໄຟຟ້າ​ໄດ້​ມີການຟື້ນຟູແລ້ວ ​ເຊັ່ນ​ວ່າ​ໂຮງໝໍ​ປິ່ນປົວ​ຄົນ​ເຈັບ​ທີ່​ Cen-
tro Medico ລະບົບ​ແມ່ນຍັງມີຄວາມຫລໍ່ແຫຼມຢູ່ທີ່​ບັນດາຜູ້ບໍລິຫານ​ໄດ້​ປະຖິ້ມລະບົບ​
ໄຟຟ້າ​ທັງ​ໝົດ ແລະຫັນໄປໃຊ້​ລະບົບ​ເຄື່ອງ​ຈັກ​ໄຟຟ້າ ທີ່​ໄດ້​ຕິດ​ຕັ້ງ​ໂດ​ຍວິ​ສະວະ​ກອນ
​ທະຫານ​ສະຫະລັດ.

ຈຸດສູນກາງ ຂອງ​ພາຍຸ​ການ​ເມືອງ ​ກ່ຽວ​ກັບ​ສັນຍາ​ພະລັງານ​ໄຟຟ້າ​ນັ້ນ ແມ່ນບໍລິສັດ​ທີ່
​ຊື່ວ່າ Whitefish Energy Holdings ​ຕັ້ງ​ຢູ່​ໃນປະຊາ​ຄົມນ້ອຍໆຂອງລັດ​ Montana
ຊຶ່ງ​ເປັນ​ລັດຂອງ​ລັດຖະມົນ​ຕີກະຊວງ​ຊັບພະຍາກອນທຳມະຊາດ ທ່ານ Ryan Zinke.
ທ່ານ Zinke ​ໄດ້​ປະ​ຕິ​ເສດວ່າ ທ່ານບໍ່ມີ​ບົດບາດ​ໃດໆ​ໃນ​ການ​ເຮັດ​ສັນຍາ ທີ່ໄດ້ມີຂຶ້ນ​
ໃນ​ວັນ​ທີ 26 ​ເດືອນກັນຍາ​ໂດຍອົງການໄຟຟ້າ​ຂອງ Puerto ຫລື PREPA.

ພວກພະນັກງານ ບໍລິສັດ Whitefish Energy Holdings ກຳລັງແປງສາຍໄຟຟ້າ ທີ່ຖືກທໍາລາຍຈາກພາຍຸ ເຮີຣິເຄນ Maria ທີ່ເມືອງ Barceloneta ເກາະ Puerto Rico.

​ໂດຍມີພະນັກງານ​ແຕ່ພຽງສອງ​ຄົນ ​ຢູ່ໃນ​ບັນທຶກ ​ໃນ​ວັນ​ທີ່​ເກີດ​ພາຍຸ ​ແລະ​ສອງ​ໂຄງ
ການ​ກ່ອນໜ້າ​ນັ້ນ ​ພາຍ​ໃຕ້​ການ​ບໍລິຫານຂອງຕົນ ບໍລິສັດດັ່ງກ່າວນີ້ ​ສ່ວນ​ໃຫຍ່ແລ້ວ
ແມ່ນກາງ​ຕໍ່ ພວກສັນຍາ​ຈ້າງທີ່ຮັບຊ່ວງຕໍ່ໃຫ້​ເຮັດ​ວຽກ​ໃຫ້. ​ປັດ​ຈຸ​ບັນ​ນີ້ີ ບໍລິສັດມີພະ
ນັກງານຢູ່ 325 ຂອງຈຳນວນທີ່ສະເໜີທັງໝົດ 1000 ຄົນ ​ຢູ່ໃນ​ໜ້າ​ທີ່ ​ໃນ Puerto
Rico.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Puerto Rico Power Controversy