ຕຳຫຼວດຜີວຂາວ ຖືກກ່າວຫາ ຍິງຜູ້ຊາຍຜິວດຳ ບໍ່ມີອາວຸດ ເສຍຊີວິດ

ເຈົ້າໜ້າທີ່ຕຳຫລວດ Michael Slager ເມືອງ Charleston ເໜືອ ລັດ South Carolina ຖືກກ່າວຫາວ່າ ຍິງຜູ້ຊາຍຜີວດຳ ທີ່ບໍ່ມີອາວຸດ ເຖິງແກ່ຄວາມຕາຍ.

ເຈົ້າ​ໜ້າ​ທີ່​ຕຳຫລວດ​ຜິວ​ຂາວ​ຄົນ​ນຶ່ງ ຢູ່​ທີ່ລັດ South Carolina
ໃນພາກ​ໃຕ້​ຂອງສະຫະລັດ ​ໄດ້​ຖືກ​ຈັບ​ແລະ​ຖືກກ່າວ​ຫາ​ວ່າເປັນ
ຄາດ​ຕະກອນ ໂດຍຍິງ​ຜູ້​ຊາຍ​ຜີວ​ດຳທີ່ບໍ່ມີອາວຸດ​ຄົນ​ນຶ່ງ​ຕາຍ
ຊຶ່ງໄດ້ມີການ​ບັນທຶກພາບວີ​ດີ​ໂອໄວ້ນັ້ນ.

ການ​ຍິງ​ທ້າວ Walter Scott ​ອາຍຸ 50 ປີ ໃນ​ວັນ​ເສົາ​ແລ້ວ​ນີ້ ​ຢູ່
​ທີ່​ເມືອງ North Charleston ເກີດ​ຂື້ນ​ຫລັງ​ຈາກລົດຂອງລາວ
​ໄດ້​ຖືກຢຸດໂດຍ​ເຈົ້າ​ໜ້າທີ່​ຕຳຫລວດ Micheal Slager ຍ້ອນ​ວ່າ
​ລາວ​ຂັບ​ລົດ ທີ່​ມີ​ຕາໄຟ​ຫ້າມ​ລໍ້​ແຕກ. ວີ​ດີ​ໂອ ທີ່ບັນທຶກພາບ
ໂດຍ​ຜູ້​ເຫັນ​ເຫດການ ດ້ວຍກ້ອງຖ່າຍ​ໂທລະ​ສັບ​ມື​ຖື ສະ​ແດງ​ໃຫ້​
ເຫັນ​ວ່າ ​ທ່ານ Slager ຍິງ​ປືນຫລາຍ​ລູກ​ໃສ່ທ້າວ Scott ​ທີ່​ແລ່ນ
ໜີ​ຈາກທ່ານ Slager. ຫລັງ​ຈາກ​ທ້າວ Scott ລົ້ມ​ລົງ​ສູ່​ພື້ນ​ດິນ ລຸນຫລັງທີ່ໄດ້ຖືກປືນລູກ
ສຸດ​ທ້າຍແລ້ວ ທ່ານ Slager ​ໄດ້​ຢ່າງ​ໄປ​ຫາ​ທ້າວ Scott ​ແລ້ວ​ໃສ່ກັບ​ມື​ລາວ ຫລັງ​ຈາ​ກນັ້ນ​ ກໍໄດ້​ກັບ​ຄືນ​ໄປ​ຫາຈຸດ ​ບ່ອນ​ທີ່​ທ່ານ​ໄດ້​ເລີ້ມຍິງປືນເຂົ້າໃສ່. ​ເຈົ້າ​ໜ້າ​ທີ່​ຕຳຫລວດທ່ານນີ້​
ໄດ້​ກົ້ມ​ຈັບ​ເອົາ​ສິ່ງ​ໃດ​ສິ່ງ​ນຶ່ງ​ຂື້ນ​ມາ​ຈາກ​ພື້ນດິນ ​ແລ້ວ​ຢ່າງ​ກັບ​ຄືນ​ໄປ​ຫາ​ບ່ອນ​ທີ່ ທ້າວ Scott ລົ້ມນອນ​ຢູ່​ນັ້ນ ​ແລ້ວ​ຖີ້ມວັດ​ຖຸສິ່ງນັ້ນ ໄວ້​ຢູ່​ຂ້າງ​ລາວ.

ທ່ານ Slager ​ໄດ້​ກ່າວ​ໃນ​ເບື້ອງ​ຕົ້ນ​ວ່າ ທ່ານ​ໄດ້​ເປີດ​ສາກ​ຍິງ ຫລັງ​ຈາກ​ທ້າວ Scott ​ໄດ້​
ຍາດເອົາ​ປືນ​ໄຟຟ້າຂອງທ່ານ ​ໃນ​ລະຫວ່າງ​ມີ​ການ​ຕໍ່ສູ້ກັນຢູ່ນັ້ນ.

Your browser doesn’t support HTML5

US Fatal Police Shooting

ຜູ້​ເຫັນ​ເຫດການ​ທີ່​ບໍ່​ບອກ​ຊື່ ຊຶ່ງ​ໄດ້​ຖ່າຍ​ວີດີໂອກ່ຽວກັບ​ເຫ​ດການນັ້ນ ໄດ້ນຳ​ເອົາ ວີ​ດີ​ໂອ
​ໄປມອບ​ໃຫ້​ຄອບຄົວ​ຂອງ​ທ້າວ Scott​. ທະນາຍຄວາມ​ຂອງ​ຄອບຄົວ ​ໄດ້​ນຳ​ເອົາວີ​ດີ​ໂອ
​ໄປ​ໃຫ້​ໜັງ​ສື​ພິ​ມ The New York Times ຊຶ່ງໄດ້ນຳເອົາວີດີໂອດັ່ງກ່າວ ອອກເຜີຍແຜ່
ທາງເວັບໄຊທ໌ຂອງຕົນ ​ໃນ​ວັ​ນອັງຄານ​ວານ​ນີ້.

ເບິ່ງລາຍງານວີດີໂອ ພາສາອັງກິດ:

Your browser doesn’t support HTML5

White Police Officer Charged in Shooting Death of Unarmed Black Man