ທຳ​ນຽບ​ຂາວ ລະ​ມັດ​ລະ​ວັງ ເລື້ອງ ​ປິດ​​ລັດ​ຖະບານ ແຕ່ຍັງໝັ້ນ​ໃຈ ​ເລື້ອງ​ກຳ​ແພງ​ຊາຍ​ແດນ​

ປະທານາທິບໍດີສະ​ຫະ​ລັດ ​ທ່ານດໍໂນລ ທຣຳ ຍົກ​ມື​ສົ່ງ​ສັນ​ຍານ​ໃຫ້ ໃນ​ຂະ​ນະ​ທີ່​ທ່ານ​ຍ່າງ​ຜ່ານ​ທາງ​ເດີນ ໃນ​ຫ້ອງ Oval Office ທີ່​ທຳ​ນຽບ​ຂາວ, 25 ມັງ​ກອນ 2019.

ທຳ​ນຽບ​ຂາວ​ກ່າວ​ວ່າ ປະທານາທິບໍດີສະ​ຫະ​ລັດ ​ທ່ານດໍໂນລ ທຣຳ ຕ້ອງ​ການ​ທີ່​ຈະ​
ຫຼີກ​ລ່ຽງ ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ເປັນ​ບາງ​ສ່ວນ​ຕື່ມ​ອີກ ແຕ່​ກໍ​ຍັງ​ມີ​ຄວາມ ໝາຍ​ໝັ້ນ
​ຕໍ່​ການສ້າງ​ເຄື່ອງກີດ​ຂວາງ​ອັນ​ໃໝ່ ຕາມຊາຍ​ແດນ​ສະ​ຫະ​ລັດ ຕິດ​ກັບ ເມັກ​ຊິ​ໂກ ຊຶ່ງສະ​
ມາ​ຊິກ​ລັດ​ຖະ​ສະ​ພາ​ສ່ວນ​ໃຫຍ່ ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ​ຍັງຈະ​ປະ​ຕິ​ເສດ​ຢູ່ນັ້ນ.

“ປະທານາທິບໍດີ ບໍ່​ຕ້ອງ​ການ​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ລົງ​ອີກ​ຄັ້ງ ນັ້ນ ບໍ່​ແມ່ນ​ເປົ້າ​
ໝາຍ
.” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌​ສ
ໄດ້​ກ່າວ​ໄວ້ ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ບ່ອນ​ທີ່​ທ່ານ​ນາງ​ໄດ້​ຮຽກ​ຮ້ອງ​
ໃຫ້ພັກ​ເດ​ໂມ​ແຄ​ຣັດ “ເອົາ​ຈິງ​ເອົາ​ຈັງເພື່ອ​ແກ້​ໄຂ​ບັນ​ຫາ ຢູ່​ທີ່ຊາຍ​ແດນນັ້ນ, ຊຶ່ງ​ຮວ​ມ​ທັງ​
ການ​ໃຫ້​ງົບ​ປະ​ມານ​ໃນ​ການ​ສ້າງ​ກຳ​ແພງ.”

ຫຼາຍໆ​ພະ​ແນກການ​ຂອງ​ລັດ​ຖະ​ບານໄດ້​ເປີດ​ຄືນ​ແລ້ວ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປິດ​ລັດ​ຖະ​
ບານ​ລົງ​ເປັນ​ເວ​ລາ​ດົນ​ນານທີ່​ສຸດໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ. ​ເມື່ອທ້າຍ​ສັບ​ປະ​ດາ
​ທີ່​ແລ້ວ, ທ່ານ​ທ​ຣຳ​ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ​ອະ​ນຸ​ມັດງົບ​ປະ​ມານ ເປັນ​ເວ​ລາ 3 ສັບ​ປະ​ດາ ​
ເພື່ອ​ໃຫ້​ເວ​ລາ​ແກ່​ຄະ​ນະເຈ​ລະ​ຈາ​ຂອງ​ລັດ​ຖະ​ສະ​ພາ ມີ​ໂອ​ກາດ ທີ່​ຈະ​ປະ​ກອບ​ແຜນ​ການ
​ໃຊ້​ຈ່າຍ​ເພື່ອ​ເສີມ​ຂະ​ຍ​ຫາຍ​ຄວາມ​ປອດ​ໄພ​ຊາຍ​ແດນ​.

ໂຄສົກຂອງທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣ໌ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ທຳ​ນຽບ​ຂາວ, 28 ມັງ​ກອນ 2019.

ຄະ​ນະ​ກຳ​ມະ​ການ​ຂອງ​ທັງ​ສອງພັກ, ທີ່ປະ​ກອບ​ດ້ວຍ ​ສະ​ມາ​ຊິກ​ທີ່​ມາຈາກ​ທັງ ສອງ​ສະ​ພາ ແມ່ນຈະເລີ້ມ​ປຶກ​ສາ​ຫາ​ລື​ກັນໃນ​ວັນພຸດ​ມື້​ອື່ນນີ້. ແຕ່​ວ່າ ການ​ຢືນຢັນ​ຂອງ​ແຕ່​ລະ​ພັກ ກ່ຽວ​ກັບການ​ຈັດ​ສັນ​ງົບ​ປະ​ມານ ​ຕໍ່​ການ​ສ້າງ​ກຳ​ແພງຊາຍ​ແດນ ທີ່​ພາ​ໃຫ້​ມີການ​ປິດ​ລັດ​ຖະ​ບານ​ລົງນັ້ນ ​ແມ່ນ​ຍັງ​ມີ​ຢູ່

​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ຊັກ​ ຊູມ​ເມີ ຈາກ​ລັດ​ນິວຢອກ ໄດ້​ກ່າວ​ໄວ້​ບໍ່​ດົນ ກ່ອນ​ທີ່​ທ່ານ​ນາງແຊນ​ເດີ​ຣ໌​ສ​ຖະ​ແຫຼງໂດ​ຍ​ເວົ້າ​ວ່າ “ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ບໍ່​ເຫັນ​ພ້ອມ​ຢ່າງ​ແຂງ​ຂັນກັບ​ປະ​ທາ​ນາ​ທິ​ບໍ​ດີ ຕໍ່​ຄວາມ​ຈຳ​ເປັນຕໍ່​ການ​ສ້າງ ກຳ​ແພງທີ່​ມີລາ​ຄາ​ແພງ​ແລະ​ບໍ່​ມີ​ປະ​ສິດ​ຕິ​ຜົນ​.”

“​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເຊື່ອ​ນັ້ນ ກໍ​ແມ່ນ​ວ່າ, ຢູ່​ຊາຍ​ແດນ​ບ່ອນ​ໃດ​ກໍ​ຕາມ, ພວກ​ເຮົາ​ຄວນ​ຈະ​ມີ​ການ​ປະ​ສົມ​ປະ​ສານ​ກັນ​ຂອງທັງສາມອົງ​ປະ​ກອບເຊັ່ນ ສິ່ງ​ກີດ​ຂວາງ​ຕ່າງໆ, ເທັກ​ໂນ​ໂລ​ຈີ, ແລະ​ເຈົ້າ​ໜ້າ​ທີ່​ນຳ​ດ້ວຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຈອນ ຄໍ​ນິນ ສະ​ມາ​ຊິກ​ສະ​ພາ​ສູງສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນຈາກ​ລັດ​ເທັກ​ຊັດ ໄດ້​ກ່າວ​ໄວ້ ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ “ສະ​ນັ້ນ ພວກ​ເຮົາຈຶ່ງຈຳ​ເປັນ​ທີ່​ຈະ​ມີ​ອົງປະ​ກອບ​ທີ່​ກ່າວ​ມາ​ນີ້ ​ໃນຮ່າງ​ກົດ​ໝາຍ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຊາຍ​ແດ​ນ ທີ່​ຫວັງ​ວ່າ​ພວກ​ເຮົາ​ຈະ​ໄດ້​ລົງ​ຄະ​ແນນ​ສຽງ​ກັນ ​ໃນ​ອີກ​ບໍ່​ເທົ່າ​ໃດສັບ​ປະ​ດາຕໍ່​ໜ້າ​ນີ້.”

ກ່ອນ​ໜ້າ​ນີ້ ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ເຫັນ​ວ່າ​ຄົງ​ມີໂອ​ກາດ ​ໜ້ອຍກວ່າ 50 ເປີ​ເຊັນ
ທີ່​ບັນ​ດານັກເຈ​ລະ​ຈາ​ຂອງລັດ​ຖະ​ສະ​ພາ​ຈະ​ສາ​ມາດ​ນຳ​ສ​ະ​ເໜີ​ຂໍ້​ຕົກ​ລົງ​ຊຶ່ງເປັນ​ທີ່
​ຮັບ​ເອົາ​ໄດ້​ຕໍ່​ທ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວ ໃນຂະນະທີ່ທ່ານຈອນ ຄໍນິນ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ, (ຊ້າຍ) ແລະ ທ່ານ ແທດ ຄຣູສ໌ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ, ຮັບຟັງ ໃນຣີໂອ ແກຣນເດ ໃນຊາຍແດນພາກໃຕ້ ຕິດກັບປະເທດ ເມັກຊິໂກ ໃນເມືອງເມັກ ແອລລັນ, ເທັກຊັສ, 10 ມັງກອນ 2019.