ຢູເຄຣນ ຈະເປັນເລື້ອງ ສຳຄັນສຸດ ໃນການປະຊຸມ ລະຫວ່າງ ປ. ໂອບາມາ ແລະ ປ. ພູຕິນ

ປະທານາທິບໍດີ ສະຫະລັດ ທ່ານ Obama ແລະປະທານາທິບໍດີ ຣັດເຊຍ ທ່ານ Putin.

​ທຳນຽບຂາວ ກ່າວ​ວ່າ ຢູ​ເຄຣນ ຈະ​ເປັນ​ເລື້ອງ​ສຳຄັນ​ສຸດ​ ​ໃນ
ຫົວຂໍ້​ປະ​ຊຸມຂອງ ປະທານາທິບໍດີ Barack Obama ​ເວລາ
​ທ່ານ ​ພົບ​ປະ​ກັບປະທານາທິບໍດີຣັດ​ເຊຍ ທ່ານ Vladimir
Putin ທີ່​ນະຄອນ​ນິວຢອ​ກ.

ວັງ Kremlin ກ່າວ​ວ່າ ການ​ປະຊຸມ ໄດ້​ກຳນົດ​ໃສ່​ວັນ​ຈັນ​ຈະ​
ມາ​ເຖິງ​ນີ້ ​ເວລາ​ເປີດ​ກອງປະ​ຊຸມ ສະມັດຊາ​ໃຫຍ່ ສະຫະ​ປະ
ຊາ​ຊາດ.

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວ​ວ່່າ ປະທາ
ນາທິບໍດີ Obama ຕ້ອງການຢາກ​ເນັ້ນ​ໜັກ​ ໃຫ້ທ່ານ Putin
​ເຫັນ​ຄວາມ​ສຳຄັນ ໃນການປະຕິບັດ ຕາມ​ຂໍ້​ຕົກລົງນະຄອນ Minsk ທີ່​ໄດ້​ແນ​ໃສ່​ການ​ຈັດຕັ້ງປະຕິບັດການຢຸດ​ຍິງ​ຢູ່​ໃນຢູ​ເຄຣນ.

ທ່ານ Earnest ກ່າວ​ວ່າ ກຳລັງຂອງພວກແບ່ງ​ແຍກ​ດິນ​ແດນ ຢູ່​ໃນພາກ​ຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ ​ທີ່​ໄດ້​ຮັບ​ການ​ສະໜັບ​ສະ​ໜູນທາງ​ທະຫານຢ່າງສຳຄັນ​ຈາກຣັດ​ເຊຍ ຍັງສືບ​ຕໍ່​ສ້າງ
ຄວາມ​ບໍ່​ທຸ່ນ​ທ່ຽງ​ໃນ​ຢູ​ເຄຣນ ​ໃນ​ຂະນະ​ທີ່ ການ​ລົງ​ໂທດ​ຂອງປະເທດຕາ​ເວັນ​ຕົກຕໍ່ ມົສກູ ​ໄດ້ເຮັດ​ໃຫ້​ເສດຖະກິດຣັດ​ເຊຍ​ອ່ອຍ​ເພຍ​ລົງ.

ທ່ານກ່າວວວາ “​ເພ​າະສະ​ນັ້ນ ຈຶ່ງເປັນ​ທີ່ແຈ້ງ​ຂາວວ່າ ການໂດດດ່ຽວ​ຈາກ​ນາໆ​ຊາດຂອງ
ຣັດ້ຊຍ ​ແລະ​ການສືບຕໍ່ປະຕິ​ເສດ ບໍ່ຍອມປະ​ຕິ​ບັດ​ຕາມຫລັກການ​ພື້ນ ຖານ​ຂອງ​ນາ​ໆ
​ຊາດ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ເມື່ອເວົ້າເຖິງ​ປະສົມ​ປະສານ​ກຳລັງ​ຂອງພວກແບ່ງ​ແຍກ​ດິນ
​ແດນນິຍົມຣັດ​ເຊຍນັ້ນ ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ແກ່ເສດຖະກິດ​ເຂົາ​ເຈົ້າ.”

​ໂຄສົກ​ວັງ Kremlin ຄົນ​ນຶ່ງ​ກ່າວ​ວ່າ ບັນຫາ​ຂອງຊີ​ເຣຍ ຈະເປັນ​ທີ່ສຳຄັນ​ສຸດ​ຂອງ​ກອງ
​ປະຊຸມ ​ແລະ​ປະທານາທິບໍດີທັງສອງ ຈະ​ຫາລື​ກັນ​ກ່ຽວ​ກັບ​ຢູ​ເຄຣນ ຖ້າ​ຫາກ​ມີ​ເວລາ.

ຣັດ​ເຊຍ ​ໄດ້ເສີມຂະຫຍາຍການມີໜ້າຂອງກຳລັງ​ທະຫານ​ໃນຊີ​ເຣຍ ຮວມທັງ​ໄດ້​ສົ່ງ​ບັນ
ດາ​ເຮືອບິນ​ລົບ ​ແລະ​ລົດ​ຖັງໄປທີ່ນັ້ນ.

ລັດຖະມົນຕີ​ຕ່າງ​ປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ວ່າ ບັນ​ດາ​ຜູ້​ຊ່ຽວຊານ​ທາງ
​ທະຫານສະຫະລັດ​ເຊື່ອ​ວ່າ ຣັດ​ເຊຍກຳລັງ​ຊອກ​ຫາ​ການ​ປ້ອງ​ກັນ​ກຳລັງແລະອາວຸດຂອງ
ຕົນຢູ່​ໃນຊີ​ເຣຍ ທ່າ​ມກາງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຢູ່ໃນປະ​ເທດ ທີ່ປະສົບກັບໄພສົງຄາມດັ່ງກ່າວ.

ຣັດ​ເຊຍ ​ໄດ້​ກ່າວ​ວ່າ ຕົນ​ຕ້ອງການ​ຢາກ​ທຳລາຍກຸ່ມລັດ​ອິສລາມ​ແລະພວກ​ຫົວ​ຮຸນ​ແຮງແຕ່​
ແຜນ​ໄລຍະ​ຍາວຂອງ ຣັດເຊຍ​ໃນຊີ​ເຣຍ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ.

ທ່ານ Earnest ກ່າວ​ວ່າ ປະທານາທິບໍດີ Obama ຈະ​ເຮັດ​ໃຫ້​ເປັນ​ທີ່​ຈະແຈ້ງ ຕໍ່ທ່ານ
Putin ວ່າ ​ໃຫ້ການ​ສະໜັບສະໜູນ ​ແກ່ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad
ນັ້ນ ເປັນການ​ພະນັນທີ່ຈະເສຍໄຊ.

Your browser doesn’t support HTML5

Obama Putin Meeting