ລາຍງານ 28 ໜ້າ ຈະບໍ່ປ່ຽນແປງ ຜົນສະຫຼຸບ ກ່ຽວກັບ ບົດບາດ ຂອງຊາອຸດີ ອາຣາເບຍ

ອະດີດສະມາຊິກສະພາສູງ ທ່ານ Bob Graham ຈາກພັກເດໂມແຄຣັດ ຈາກລັດ Florida ສະແດງໃຫ້ເຫັນ ລາຍງານ 28 ໜ້າ.

ທຳນຽບຂາວ​ໄດ້​ກ່າວ​ວ່າ ການລຽບລຽງ​ໜ້າໃໜ່ ຂອງ​ລາຍ​ງານ​ເຫດການ​ກໍ່​ການ​ຮ້າ​ຍ ​ເມື່ອ ວັນ​ທີ 11 ​ເດືອນ​ກັນຍາ ຈະ​ບໍ່​ປ່ຽນ​ແປງ ການ​ລົງຄວາມ​ເຫັນ ​ກ່ຽວ​ກັບ​ການ​ສືບສວນ ຂອງ ສະພາ ທີ່​ວ່າ ​ບໍ່​ແມ່ນ​ລັດຖະບານ​ຊາ​ອຸ​ດີ ຫລື​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ຂອງ​ຊາ​ອຸດີ​ ​ໄດ້​ໃຫ້ ການ​ຊ່ວຍ​ເຫລືອດ້ານ​ການ​ເງິນ ຫລືສະໜັບສະໜູນ​ກຸ່ມ al-Qaida ​ໂຈມ​ຕີ​ສະຫະລັດ.

ຜູ້ນຳ​ສຽງ​ສ່ວນນ້ອຍຂອງ​ສະພາ​ຕ່ຳ ທ່ານ​ນາງ Nancy Pelosi ​ໄດ້​ກ່າວ​ວ່າ ການ​ເຜີຍ​ແຜ່ເອກ​ກະສາ​ນຊຶ່ງ​ຄັ້ງ​ນຶ່ງ​ໄດ້ເປັນຄວາມ​ລັບ 28 ໜ້າຈະ "​ຈະ​ມີ​ຂຶ້ນໃນ​ໄວໆ​ນີ້.

​ໃນ​ການກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ ​ໂຄ​ສົກ​ທຳນຽບຂາວ​ທ່ານ Josh Earnest ກ່າວ​ວ່າ ລາຍ​ງານ “ຈະ​ຢືນຢັນ​ໃນ​ອັນ​ທີ່​ພວກ​ເຮົາ​ໄດ້​ກ່າວ​ມາ​ເປັນ​ເວ ລານານ​ສົມຄວນ​ແລ້ວ” ​ທີ່​ວ່າການ​ລຽບ​ລຽງເອກ​ກະສາ​ນໃໝ່ໄດ້​ເປັນ​ທີ່ສືບສວນ ມາ​ແລ້ວ.

ທ່ານ​ຍັງ​ກ່າວ​ວ່າຄະນະ​ກຳມາທິການ ​ຮັບຜິດຊອບ​ກ່ຽວ​ກັບເຫດການ​ກໍ່​ກາ​ນຮ້າຍ ວັນ​ທີ 11 ​ເດືອນ​ກັນຍາ ​ໄດ້​ຕິດ​ຕາມ​ເບິ່ງລາຍ​ລະອຽດ ​ແລະ​ໄດ້​ພົບ​ເຫັນວ່າ “ບໍ່​ມີ​ຫລັກ​ຖານ​ວ່າ ລັດຖະບານ​ຊາ​ອຸ​ດີ​ ​ໃນ​ຖານະທີ່​ເປັນ​ສະ​ຖາ​ບັນ” ຫລື​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ ບໍ່​ໄດ້​ໃຫ້​ທຶນ ຫລື​ໄດ້​ວາງ​ແຜນການ ​ໂຈມ​ຕີ​ກໍ່​ການ​ຮ້າຍໃນ​ ວັນ​ທີ 11 ​ເ​ດືອນກັນຍາ ປີ 2001.

ສະມາຊິກ​ສະພາ​ຈຳນວນ​ນຶ່ງ ​ແລະ​ຜູ້ຕິຕຽນ​ເຊື່ອ​ວ່າ ລັດຖະບານ​ຊາ​ອຸ​ດີ ​ໄດ້​ຫລິ້ນ​ບົດບາດ​ໃນ​ການ​ໂຈມຕີ​ກໍ່​ການຮ້າຍ​ໃນ​ວັນ​ທີ 11 ເດືອນ​ກັນຍາ ​ແລະ​ໄດ້ກົດ​ດັນ​ເປັນ​ເວລາ 13 ປີ ແລ້ວ ໃຫ້​ເນື້ອ​ໄນ 28 ໜ້າ​ທີ່​ໄດ້​ຖືກ​ກວດກາ ຈະ​ຖືກນຳອອກ​ເຜີຍ​ແຜ່.

ລະຫວ່າງການຖະແຫຼງຂ່າວເມື່ອ​ວັນ​ພະຫັດ​ທີ່​ຜ່າ​ນມານີ້ ທ່ານ Earnest ​ໄດ້​ຊີ້ໃຫ້ເຫັນວ່າ ກ່ອນ​ລາຍ​ງານ​ຈະ​ຖືກ​ເປີດ​ເຜີຍ ທຳນຽບຂາວ​ຈະ​ປະສານ​ງານ ກັບຜູ້ອຳນວຍການ​ ຫ້ອງ ການ​ສືບ​ລັບ​ແຫ່ງ​ຊາດ ​ແລະ​ລັດຖະສະພາ “​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ຄວາມ​ສະ​ເໜີ​ພາບ​ດ້ານ​ການ​ທູດ ​ໄດ້​ມີພາກສ່ວນ​ຢ່າງ​ເໝາະ​ສົມຢູ່ໃນນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ