ທຳນຽບຂາວ ໃນວັນພະຫັດວານນີ້ໄດ້ປະຕິເສດວ່າ ຄຳປະກາດຂອງປະທານາທິບໍດີ
ກ່ຽວກັບການຍ້າຍສະຖານທູດສະຫະລັດ ໄປນະຄອນເຈຣູຊາແລັມ ໝາຍຄວາມວ່າ
ລັດຖະບານຂອງທ່ານກຳລັງ ຖອນຕົວ ອອກຈາກຂັ້ນຕອນສັນຕິພາບ ຢູ່ໃນພາກຕາ
ເວັນອອກກາງ.
ໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີ ກ່າວຕໍ່ບັນດານັກຂ່າວວ່າ
“ຄວາມຈິງແລ້ວ ໃນຄຳຖະແຫລງຂອງປະທານາທິບໍດີ ທ່ານກ່າວວ່າ ພວກເຮົາມີຄວາມ
ໝັ້ນໝາຍຕໍ່ຂັ້ນຕອນສັນຕິພາບດັ່ງທີ່ເຄີຍມີມາ ແລະພວກເຮົາຍັງສືບຕ້ອງການຢາກຊຸກ
ຍູ້ເພີ້ມຕື່ມໃນການໂອ້ລົມ ແລະການສົນທະນາຫາລືເຫລົ່ານັ້ນ ແລະຫວັງວ່າເປົ້າໝາຍ
ຂັ້ນສຸດທ້າຍ ຂ້າພະເຈົ້າຄິດວ່າ ສຳລັບທຸກພັກຝ່າຍແລ້ວກໍແມ່ນເພື່ອໃຫ້ບັນລຸຂໍ້ຕົກລົງ
ສັນຕິພາບ. ແລະນັ້ນກໍຄືສິ່ງນຶ່ງທີ່ສະຫະລັດມີຄວາມໝັ້ນໝາຍຫລາຍທີ່ສຸດ.”
ບໍ່ມີປະເທດໃດໄດ້ປະຕິບັດຕາມ ການນຳພາຂອງປະທານາທິບໍດີທຣໍາ ໃນການວາງ
ແຜນທີ່ຈະຍ້າຍສະຖານທູດຂອງຕົນຈາກນະຄອນ ແທລ ອາວີຟ ໄປຍັງນະຄອນເຈຣູ
ຊາແລັມ ທີ່ທຳນຽບຂາວໃຫ້ການຮັບຮູ້ນັ້ນ.
Your browser doesn’t support HTML5
Protests Against US Recognition of Jerusalem as Israel's Capital Continue Friday
ທ່ານນາງຮັກກາບີ ແຊນເດີ ກ່າວວ່າ “ຂ້າພະເຈົ້າບໍ່ຊາບວ່າ ມີປະເທດໃດໆ ທີ່ພວກເຮົາ
ໄດ້ກ່າວວ່າ ເຂົາເຈົ້າຈະບໍ່ເຮັດ ແຕ່ວ່າ ”ຂ້າພະເຈົ້າບໍ່ຮູ້ຈັກ.”
ຄົນພາກັນຮ້ອງໂຮປະທ້ວງ ໃນຂະນະທີ່ຈູດທຸງອິສຣາແອລ ລະຫວ່າງການປະກາດຂອງ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໃຫ້ເຈຣູຊາແລັມ ເປັນເມືອງຫລວງຂອງອິສຣາແອລ.
ນຶ່ງມື້ຫລັງຈາກປະທານາທິບໍດີໄດ້ປະກາດໃຫ້ເຈຣູຊາແລັມ ເປັນນະຄອນຫລວງຂອງ
ອິສຣາແອລ ເອກອັກຄະລັດຖະທູດຣັດເຊຍໃນອິສຣາແອລ ທ່ານອາເລັກ ຊານເດີ ເຊນ
ກ່າວວ່າ ມົສກູອາດຍ້າຍສະຖານທູດຂອງຕົນໄປເຂດພາກຕາເວັນຕົກເຈຣູຊາແລັມ
“ຫລັງຈາກປາແລສໄຕນ໌ ແລະອິສຣາແອລຕົກລົງກັນໃນທຸກໆບັນຫາ ກ່ຽວກັບຖານະ
ຂັ້ນສຸດທ້າຍຂອງດິນແດນປາແລສໄຕນ໌.”
ຊາວໜຸ່ມປາແລສໄຕນ໌ ຄົນນຶ່ງຖືກຕຳຫລວດອິສຣາແອລຈັບໄວ້ ໃນຂະນະທີ່ມີການປະທ້ວງ.
ກະຊວງຕ່າງປະເທດຣັດເຊຍ ຢູ່ໃນຖະແຫລງການ ທີ່ຖືກເບິ່ງກັນວ່າ ເປັນຄວາມເຫັນທີ່
ໜ້າຕື່ນຕົກໃຈ ສຳລັບອິສຣາແອລ ກ່າວວ່າ ຕົນຖືວ່າ “ພາກຕາເວັນອອກ ຂອງເຈຣູຊາ
ແລັມ ເປັນນະຄອນຫລວງຂອງປະເທດປາແລັສໄຕນ໌ໃນອະນາຄົດ. ໃນຂະນະດຽວກັນ
ພວກເຮົາຕ້ອງກ່າວວ່າ ຢູ່ໃນເນື້ອເລື້ອງນີ້ ພວກເຮົາເຫັນວ່າ ພາກຕາເວັນຕົກຂອງເຈຣູ
ຊາແລັມຕາເວັນຕົກ ເປັນນະຄອນຫລວງຂອງອິສຣາແອລ.”
ຜູ້ສະໜັບສະໜູນຄົນນຶ່ງ ທາງສາສໜາ ແລະພັກການເມືອງ ຈາມາຕ-ອີ-ອິສລາມີ ຮ້ອງໂຮປະທ້ວງ ຢືນຢຽບທຸງອິສຣາແອລ.
ໃນການຕອບໂຕ້ຕໍ່ຄຳປະກາດຂອງປະທານາທິບໍດີທຣໍາ ບັນດາພັກຝ່າຍຕ່າງໆຂອງປາ
ແລັສໄຕນ໌ ໄດ້ປະກາດວ່າ ວັນສຸກມື້ນີ້ ຈະເປັນ “ວັນແຫ່ງຄວາມໂກດແຄ້ນ” ໃນຂະນະທີ່
ກຸ່ມຮາມັສ ຮ້ອງໃຫ້ລຸກຮືຂຶ້ນຕໍ່ຕ້ານອິສຣາແອລ.