ຄວາມເຄັ່ງຕຶງ ຢູ່ທໍານຽບຂາວ ລະເບີດຂຶ້ນ ເມື່ອມີ ການສືບສວນ ເລື່ອງຂ່າວຮົ່ວໄຫຼ

Your browser doesn’t support HTML5

ຄວາມເຄັ່ງຕຶງທີ່ບົ່ມຊ້ອນ ຢູ່ໃນທໍານຽບຂາວ ໄດ້ລະເບີດ ແລະເປີດເຜີຍອອກມາ ໃນວັນພະຫັດ ທີ 27 ກໍລະກົດ, 2017 ນີ້

ຄວາມເຄັ່ງຕຶງທີ່ບົ່ມຊ້ອນຢູ່ໃນທໍານຽບຂາວ ໄດ້ລະເບີດ ແລະເປີດເຜີຍອອກມາ ໃນ
ວັນພະຫັດວານນີ້ ເມື່ອຫົວໜ້າສື່ສານຄົມມະນາຄົມຄົນໃໝ່ຂອງປະທານາທິບໍດີ ດໍ
ໂນລ ທຣໍາ, ທ່ານ Anthony Scaramucci ໄດ້ກ່າວປະນາມ ຜູ້ທີ່ລັກ​ເປີດ​ເຜີຍຂໍ້ມູນ ທີ່ເຮັດໃຫ້ລັດຖະບານເສຍຫາຍ ແລະອັບອາຍຂາຍໜ້ານັ້ນ ໂດຍການເລີ້ມປຸກລະດົມ
ທີ່ໃຊ້ຄໍາເວົ້າແບບເຈັບໆ ແລະຫຍາບຄາຍ ແນເປົ້າໃສ່ ສັດຕູຢູ່ພາຍໃນຂອງເພິ່ນ.

ທ່ານ Scaramucci ໄດ້ກ່າວປະນາມ ທ່ານ Reince Priebus ຫົວໜ້າທີ່​ປຶກສາຂອງ
ທໍານຽບຂາວ, ແລະທ່ານ Steve Bannon, ຫົວໜ້າດ້ານການວາງຍຸດທະສາດຂອງ
ປະທານາທິບໍດີຢູ່ໃນການ​ໃຫ້ສໍາພາດທີ່ເຕັມໄປດ້ວຍການໃຊ້ຄໍາຫຍາບຊ້າກັບໜັງສື
ພິມ New Yorker ລາຍ​ສັບປະດາ ທີ່ພິມເຜີຍແຜ່ທາງອອນລາຍໃນທຸກໆວັນພະຫັດ.

ທ່ານ Scaramucci, ອະດີດນັກທະນາຄານຕະຫຼາດຮຸ້ນທີ່ຮັ່ງມີ ແລະເປັນຜູ້ປົກປ້ອງ
ທ່ານ ທຣໍາຢ່າງ​ແຂງ​ຂັນນັ້ນ, ກ່ອນອື່ນໝົດ ໄດ້ແນເປົ້າໝາຍໃສ່ທ່ານ Priebus ທີ່ທ່ານ
Scaramucci ສົງ​ໄສ​ວ່າ ​ເປີດ​ເຜີຍ​ຂໍ້​ມູນ​ລັບກ່ຽວ​ກັບກອງປະຊຸມຕ່າງໆຢູ່ທໍານຽບຂາວ.
ທ່ານ Priebus ທີ່ເປັນອະດີດປະທານພັກຣີພັບບລິກກັນ ທີ່ມີຄວາມສໍາພັນອັນແໜ້ນ
ແກ່ນກັບສະມາຊິກລັດຖະສະພາຈາກພັກຣີພັບບລິກັນ ທີ່ສໍາຄັນຫລາຍຄົນ ແມ່ນເປັນ ເຈົ້າໜ້າທີ່ລັດຖະບານທີ່ມີອໍານາດສູງຜູ້ນຶ່ງ.

ໃນການສົນທະນາທາງໂທລະສັບກັບນັກຂ່າວຂອງໜັງສືພິມ New Yorker ປະຈໍານະ
ຄອນວໍຊິງຕັນນັ້ນ ທ່ານ Scaramucci ​ເວົ້າວ່າ "ທ່ານ Reince ແມ່ນເປັນໂຣກປະສາດ
ຫລອນ, ເປັນປະສາດຫລອນ ອີ່ຫລີ."

ຈານນັ້ນ ທ່ານ Scaramucci ກໍຫັນຄວາມສົນໃຈ ໄປຫາທ່ານ Bannon ຜູ້ທີ່ທ່ານກ່າວ
ຫາວ່າ ໃຊ້ຕໍາແໜ່ງລະດັບສູງຢູ່ໃນທໍານຽບຂາວ ເພື່ອສ້າງຊື່ສຽງຂອງຕົນໃຫ້ໂດ່ງດັງຂຶ້ນ. ໂດຍການໃຊ້ພາສາທີ່ຫຍາບຄາຍແບບບໍ່ເຄີຍມີມາກ່ອນ ໃນການພັນລະນາເຖິງທ່ານ
Bannon, ຫົວໜ້າສື່ສານຄົນໃໝ່ຂອງທໍານຽບຂາວຄົນນີ້ ເວົ້າວ່າ ຕົນບໍ່ແມ່ນຄົນປະເພດ
ນັ້ນ ທ່ານກ່າວຢ່າງ​ແຂງ​ຂັນວ່າ "ຂ້າພະເຈົ້າບໍ່ໄດ້ພະຍາຍາມທີ່ຈະສ້າງຊື່ສຽງຂອງຕົນ
ໂດຍອາໄສ​ໃນຄວາມແຂງແກ່ນຂອງປະທານາທິບໍດີ. ຂ້າພະເຈົ້າມາຢູ່ບ່ອນນີ້ກໍເພື່ອຮັບ
ໃຊ້ປະເທດຊາດ."

ເປັນທີ່ຮູ້ກັນດີວ່າ ທ່ານ Priebus ແລະທ່ານ Bannon ​ແມ່ນບໍ່ເຫັນດີນໍາຢ່າງແຮງຕໍ່​ການ
​ຕັດສິນ​ໃຈ​ຂອງປະ ທານາທິບໍດີ ​ໃນ​ການແຕ່ງຕັ້ງທ່ານ Scaramucci ໃນອາທິດແລ້ວນີ້,
ແລະ ເມື່ອທ່ານໄດ້ເຂົ້າມາທໍານຽບຂາວ ກໍເຮັດໃຫ້ທ່ານ Sean Spicer ໂຄສົກປະຈໍາທໍາ
ນຽບຂາວ ແລະເປັນຄົນໃກ້ຊິດຂອງທ່ານ Priebus ຕ້ອງ​ໄດ້ລາ​ອອກ. ນອກຈາກນັ້ນກໍມີ
ສະມາຊິກຂອງທີມງານຂ່າວສານອີກຄົນນຶ່ງລາອອກການທ້າມກາງການກ່າວຫາວ່າຜູ້ກ່ຽວ
ເປັນແຫລ່ງຂອງການຮົ່ວໄຫລຂອງຂ່າວສານນັບແຕ່ນັ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ