ທຳນຽບຂາວ ເປີດກອງປະຊຸມສຸດຍອດ ເພື່ອຕ້ານ ພວກຫົວຮຸນແຮງຈັດ

ຮອງປະທານາທິບໍດີ ສະຫະບັດ ທ່ານ Joe Biden ສຳພັດມືກັບ ເຈົ້າຄອງກຳແພງນະຄອນ Rotterdam ທ່ານ Ahmed Aboutaleb.

ຮອງ​ປະທານາທິບໍດີສະຫະລັດທ່ານ Joe Biden ​ໄດ້​ເປີດ​ກອງ​
ປະຊຸມ​ສຸດ​ຍອດຂອງທຳນຽບຂາວ ກ່ຽວ​ກັບ​ການ​ຕໍ່ສູ້ຕ້ານ​ພວກ
ຫົວຮຸນ​ແຮງຈັດ ໃນວັນອັງຄານວານນີ້ ໂດຍກ່າວວ່າ ການຕໍ່ສູ້ນີ້
ຕ້ອງໄດ້ດຳເນີນ ຫຼາຍໄປກວ່າແຕ່ ການໃຊ້ກຳລັງທະຫານ.

ທ່ານ Biden ກ່າວ​ວ່າ “ບັນດາ​ສັງ​ຄົມຕ່າງໆ ຕ້ອງ​ໄດ້ສະໜອງ​
ທາງ​ເລືອກ​ທີ່​ດີ ​ແກ່​ບັນດາ​ປະຊາ​ຄົມອົບ​ພະຍົບ ທີ່​ເຂົ້າຢູ່​ໃນສະ
ຫະລັດ ໃຫ້​ຮູ້ສຶກ​ວ່າ ມີ​ໂອກາດ ຮູ້ສຶກ​ຕໍ່ສ່ວນຮວມບໍ່ໃຫ້​ເຊື່ອຟັງ
ຕໍ່ຄຳຮຽກຮ້ອງຂອງພວກການ​ກໍ່​ການ​ຮ້າ​ຍ ທີ່ໃຫ້ ເກີີດຄວາມ
ຢ້ານກົວ ຄວາມໂດດດ່ຽວ ຄວາມ​ກຽດ​ຊັງ ​ແລະ​ຄວາມບໍ່ພໍໃຈ."​

Your browser doesn’t support HTML5

US EXTREMISM SUMMIT SOTVO

ເຂົ້າ​ຮ່ວມ​ກອງ​ປະຊຸມ​ນີ້ ພ້ອມ​ກັບຮອງ​ປະທານ​ນາ​ທິບໍດີສະຫະລັດ ຢູ່​ທີ່ທຳນຽບຂາວ ມີບັນ
ດາ​ຜູ້ນຳ​ຈາກ ນະຄອນ Boston, Los Angeles ​ແລະ Minneapolis ສາ​ມ​ເມືອງ​ໃຫຍ່​ຂອງສະຫະລັດ ທີ່​ມີ​ພວກອົບພະຍົບ​ເຂົ້າ​ເມືອງ​ຢ່າງ​ຫລວງຫລາຍ ນັ້ນ.

ໂຄງ​ການສຳຫລັບພວກຊາວ​ໝຸ່ມຢູ່​ໃນບັນດາ​ເມືອງ​ເຫຼົ່າ​ນີ້ ​ໄດ້​ປະສົບຜົນ​ສຳ​ເລັດ​ໃນ​ການ
​ເຮັດ​ໃຫ້​ພວກ​ຊາວ​ໜຸ່ມ​ອົບ​ພະ​ຍົບ ​ເຂົ້າ​ມາປະສົ​ມປະສານ ຮ່ວມກັບສັງຄົມ ​ແລະ​ໜີອອກ
ຈາກສະພາບທີ່ຢູ່ຢ່າງໂດດດ່ຽວ ​ແລະ​ຄວາມ​ຄຽດ​ແຄ້ນ ທີ່ພວກຫົວ ຮຸນແຮງ​ຈັດສວຍໃຊ້
ເພື່ອຫລອກ​ລໍ້ເອົາພວກທີ່ອາດຈະ​ມາເປັນພວກ​ກໍ່​ການ​ຮ້າຍໄດ້.

ທ່ານ Bieden ກ່າວ​ວ່າ ທ່ານ​ເຊຶ່ອວ່າ ສະຫະລັດມີ​ປະສົບ​ການ​ຫລາຍ​ທີ່​ສຸດ ​ໃນ​ການ​ປະ
ສົມ​ປະສານ​ບັນດາຊາວ​ໜຸ່່ມຂອງພວກຊົນກຸ່ມນ້ອຍ ໃຫ້​ເຂົ້າ​ມາຮວມ​ຢູ່​ໃນ​ສັງຄົມ ຫລາຍ
​ກວ່າ​ບັນດາ​ປະ​ເທດ​ໃນຢູ​ໂຣບ.

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ 60 ປະ​ເທດ ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ຂອງທຳ ນຽບຂາວ
ກ່ຽວ​ກັບ​ພວກຫົວຮຸນ​ແຮງຈັດ. ປະທານາທິບໍດີ Barack Obamaມີ​ແຜນ​ທີ່​ຈະ​ກ່າວຄຳ
ປາໄສ ຕໍ່​ກອງ​ປະຊຸມ​ດັ່ງກ່າວ ໃນ​ທ້າຍ​ອາທິດ​ນີ້.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

Struggling in Europe, Muslims Look to US for Better Model