ທໍານຽບຂາວ ບໍ່ໄດ້ສະແດງຄໍາອະທິບາຍອັນໃດ ກ່ຽວກັບຂໍ້ຈຳກັດດ້ານອາວຸດຕ່າງໆ ສໍາລັບ ອິສຣາແອລ

ແຟ້ມຮູບ-ທະຫານອິສຣາແອລ ເຄື່ອນໄຫວຂຶ້ນໄປຢູ່ດ້ານເທິງຂອງລົດຖັງ ໃກ້ກັບຊາຍແດນອ ອິສຣາແອລ-ກາຊາ, ເຊິ່ງແນມເຫັນໄດ້ຈາກພາກໃຕ້ຂອງອິສຣາແອລ, ວັນທີ 21 ມີນາ 2024. ອາວຸດທີ່ຂາຍໃຫ້ອິສຣາແອລ ແມ່ນຢູ່ພາຍໃຕ້ການກວດກາຢ່າງລະອຽດ ທ່າມກາງຄວາມໂກດແຄ້ນກ່ຽວກັບຜູ້ເສຍຊີວິດຫຼາຍກວ່າ 33,000 ຄົນ ໃນຂົງເຂດກາຊາ.

ການຂາຍອາວຸດໃຫ້ແກ່ ອິສຣາແອລ ຂອງສະຫະລັດ ແມ່ນຢູ່ພາຍໃຕ້ການກວດສອບຢ່າງລະອຽດເພີ້ມຂຶ້ນ ທ່າມກາງຄວາມໂກດແຄ້ນຕໍ່ການເສຍຊີວິດຂອງປະຊາຊົນ 33,000 ຄົນຢູ່ໃນຂົງເຂດກາຊາ, ລວມທັງພະນັກງານຊ່ວຍເຫຼືອ 7 ຄົນຈາກອົງການອາຫານເພື່ອການກຸສົນ World Central Kitchen ທີ່ມີສໍານັກງານໃຫຍ່ໃນນະຄອນຫຼວງວໍຊິງຕັນ ເຊິ່ງເສຍຊີວິດຈາກການໂຈມຕີທາງອາກາດຂອງ ອິສຣາແອລ ໃນວັນຈັນແລ້ວນີ້.

ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ຖະແຫຼງການສະບັບນຶ່ງ ໃນວັນອັງຄານແລ້ວນີ້ວ່າ ທ່ານ “ໂສກເສົ້າ ແລະເສຍໃຈ” ຕໍ່ການເສຍຊີວິດເຫຼົ່ານັ້ນ, ເຊິ່ງເປັນການປະນາມຢ່າງໜັກໜ່ວງຫຼ້າສຸດຂອງທ່ານ ຕໍ່ການດໍາເນີນສົງຄາມຂອງອິສຣາແອລ.

ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ຄັ້ງ​ນີ້​ແມ່ນ "ບໍ່ໄດ້​ຕັ້ງ​ໃຈ" ​ແລະ​ໃຫ້ສັນຍາ​ວ່າ ຈະ​ດຳ​ເນີນ​ການ​ສືບສວນ.

ໃນ​ວັນ​ພຸດ​ວານ​ນີ້, ທ່ານ ໄບເດັນ ​ບໍ່​ໄດ້​ສົນ​ໃຈ​ກັບ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ທ່ານ​ຈະ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະຫານ​ຂອງ​ສະຫະລັດເຂົ້າໄປ ຫລື​ ບໍ່. ຜູ້ຊ່ວຍຂອງທ່ານຊີ້ໃຫ້ເຫັນວ່າ ຄະນະລັດຖະບານອາດຈະບໍ່ດໍາເນີນການດັ່ງກ່າວນັ້ນ ໂດຍອ້າງເຖິງການສະຫນັບສະຫນຸນຂອງສະຫະລັດຕໍ່ສິດທິຂອງອິສຣາແອລ ໃນການປົກປ້ອງຕົນເອງເພື່ອຕໍ່ສູ້ກັບ "ໄພຂົ່ມຂູ່ທີ່ອາດເກີດຂຶ້ນໄດ້" ຈາກກຸ່ມຮາມາສ.

Your browser doesn’t support HTML5

White House shows no indication of restricting weapons for Israel

ລັດຖະບານທ່ານໄບເດັນ ຈະລໍຖ້າຜົນການສືບສວນຂອງອິສຣາແອລ, ທີ່ປຶກສາກ່ຽວກັບການສື່ສານດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້. ແລະກ່າວວ່າ "ຂ້າພະເຈົ້າຈະບໍ່ໃຫ້ຄວາມເຫັນ ກ່ອນຫນ້າການຕັດສິນໃຈທີ່ຍັງບໍ່ທັນອອກມາເທື່ອນັ້ນ."

ໃນການໃຫ້ສໍາພາດກັບອົງການຂ່າວ Reuters ໃນວັນພຸດວານນີ້, ຜູ້ກໍ່ຕັ້ງກຸ່ມ World Central Kitchen ທ່ານໂຮເຊ ອັນເດຣ (José Andrés) ໄດ້ກ່າວຫາອິສຣາແອລວ່າ ແນເປົ້າໝາຍ "ຢ່າງເປັນລະບົບ, ໂດຍຄັນຕໍ່ຄັນ" ໃສ່ຂະບວນລົດອາຫານຂອງກຸ່ມ. ທ່ານ​ກ່າວ​ວ່າ ທ່ານ​ໄດ້​ຈັດຕັ້ງ​ການ​ສື່ສານ​ຢ່າງ​ແຈ່ມ​ແຈ້ງ​ກັບ​ກອງທັບ​ອິສຣາ​ແອ​ລແລ້ວ ກ່ຽວ​ກັບ​ການດໍາເນີນງານຂອງບັນດາພະນັກງານໃຫ້ການຊ່ວຍເຫຼືອ​ຂອງ​ທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ