ທຳນຽບຂາວ ສົ່ງທະຫານ ແລະພະນັກງານ ລັດຖະບານກາງ ໄປເກາະ Puerto Rico

ຜູ້ຄົນທີ່ໄດ້ຮັບຜົນກະທົບ ຈາກພາຍຸເຮີຣິເຄນ Maria ລໍຖ້າໂຕ່ງເອົາ ນໍ້າ ທີ່ໄຫລມາຈາກເທິງພູ ໃນເມືອງ Naranjito, Puerto Rico.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ​ພະນັກງານ​ລັດຖະບານ​ກາງ 10,000 ຄົນ ຮວມ
ທັງ​ທະຫານ 7,000 ຄົນ ກຳລັງ​ໃຫ້ການ​ຊ່ວຍ​ເຫລືອ Puerto Rico ຮັບ​ມື​ກັບ​ຄວາມ​ຫາຍ
ຍະນະ ທີ່ເກີດ​ຈາກ​ພາຍຸ​ເຮີຣິ​ເຄນມາເຣຍ.

ກຳ​ປັ່ນ​ໂຮງໝໍ Comfort ຂອງກ​ອງທັບ​ເຮືອ​ສະຫະລັດ ທີ່ມີ​ 1,000 ຕຽງ​ນອນ ​ແລະ​ມີ​ຖານ​ປະຕິບັດ​ງານຢູ່ລັດ Virginia ມີ​ກຳນົດ​ທີ່​ຈະ​ອອກ​ເດີນທາງເດີນທາງ ​ໄປ​ສູ່​ເກາະດັ່ງກ່າວ
​ໃນ​ວັນ​ສຸກ​ມື້​ນີ້. ​ທີ່​ປຶກກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ທ່ານ Tom Bossert ກ່າວ​ວ່າ Puerto Rico ປັດ​ຈຸ​ບັນ​ນີ້​ມີ​ໂຮງໝໍ​ ທີ່​ກຳລັງ​ປະຕິບັດ​ງານ​ຢູ່ 44 ​ແຫ່ງ
ຂອງ​ໂຮງໝໍ​ທັງ​ໝົດ 69 ແຫ່ງ.

ທຳນຽບຫ້າ​ແຈ​ໄດ້​ແຕ່ງ​ຕັ້ງ ພົນ​ໂທ Jeffrey Buchannan ນຳພາ​ທະຫານ​ທັງ​ໝົ​ດ ​ໃນ​
ຄວາມ​ພະຍາຍາມ​ຮັບ​ມື​ກັບ​ໄພພິບັດຈາກເຮີ​ຣິ​ເຄນ​ໃນ Puerto Rico ທີ່​ເປັນ​ດິນ​ແດນ​
ຂອງ​ສະຫະລັດ.

ບັນດາ​ຜູ້​ຕິຕຽນ​ໄດ້​ກ່າວ​ຫາ ​ລັດຖະບານ​ທ່ານ​ທຣໍາວ່າ ​ບໍ່​ໃຫ້ການຮັບ​ມື​ໄວ​ພໍ ກັບ​ຄວາມ
​ເສຍ​ຫາຍຈາກ​ເຮີຣິ​ເຄນ ທີ່​ໄດ້​ທຳລາຍ Pueto Rico ​ໃນວັນ​ທີ 17 ກັນ ຍາ ທີ່​ໄດ້​ທຳ
ລາຍຕຶກ​ອາຄານຕ່າງໆ ຕັດ​ການສື່ສານ​ຄົມມະນາຄົມ ​ແລະເກືອບ​ທຳລາຍລະບົບໄຟ
ຟ້າ​ທີ່​ເກົ່າແ​ກ່ຂອງ​ເກາະດັ່ງກ່າວ.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Bossert ​ໄ​ດ້ກ່າວປ້ອງ​ກັນ​ ໄລຍະ​ແປດ​ມື້ລະຫວ່າງ​ການ
​ປະກາດ​ພາວະ​ສຸກ​ເສີນ​ທີ່ Puerto Rico ​ແລະແຕ່​ງຕັ້ງ​ຜູ້ນຳ​ພາ ​ໃນ​ຄວາມ​ພະຍາຍາມ
​ກູ້​ໄພ.

ທ່ານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່ໃນການ​ຖະ​ແຫຼງຂ່າວ​ທີ່ທຳນຽບຂາວ​ວ່າ “ບໍ່​ຕ້ອງ​ການ
​ນາຍ​ພົນ​ສາມ​ດາວເມື່ອແປດ​ມື້ກ່ອນ. ທ່ານ Bossert ຍັງ​ກ່າວ​ວ່າ ​ລາຍ​ລະອຽດ​ຈຳນວນ​
ນຶ່ງ​ທີ່​ທ່ານ​ໄດ້​ຍິນ​ຢູ່ໃນຂ່າວນັ້ນ​ໄດ້​ລ້າ​ຊ້າ​ໄປ​ແລ້ວ. ທ່ານ​ກ່າວ​ວ່າ “ການ​ລາຍ​ງານ​ຂ່າວ
​ໃນ​ບາງ​ກໍລະນີ ​ໄດ້​ປາກົດວ່າ ພວກ​ເຮົາ​ບໍ່​ໄດ້​ເຄື່ອນ​ໄຫວໄວ​ພໍ.”

Your browser doesn’t support HTML5

US Officials Say Damaged Infrastructure Slows Aid Distribution in Puerto Rico

​ທ່ານ Russel Honore ຜູ້​ທີ່​ຖືກ​ຍ້ອງຍໍ​ຢ່າງ​ສຸດ​ຂີດ ​ໃນ​ການ​ບັງຄັບ​ບັນ​ຊາ​ທະຫານ ຮັບ​ມືຫລັງຈາກ​ ​ເຮຣິ​ເຄນ Katrina ​ໃນ​ປີ 2005 ກ່າວ​ວ່າ ການ​ສົ່ງ​ທະຫານ​ໄປ Puerto
Rico ຢ່າງ​ໜ້ອຍ​ສີ່​ມື້​ຊ້າໄປ.

ທ່ານ Honore ກ່າ​ວຕໍ່​ວິ​ທະ​ຍຸ​ສາທາລະນະ​ແຫ່ງ​ຊາດວ່າ ​ເພາະ​ວ່າ​ໄລຍະຈາກ​ແຜ່ນດິນ​
ໃຫຍ່ ​ແລະ​ການ​ສູນເສຍ ລະບົບ​ໄຟຟ້າ​ຂອງ Puerto Rico “​ເປັນ​ເລື້ອງ​ໃຫຍ່ ​ແລະ​ການ​ປະຕິບັດ​ງານ​ທີ່​ຍາກ​ວ່າ Katrina.”

ລົດຳລັງຫລ່ຽນແຖວຊື້ນໍ້າມັນ ຢູ້ເມືອງ Toa Alta ເກາະ Puerto Rico, ວັນທີ 28 ກັນຍາ. 2017.

​ໃນ​ການຕື່ນ​ຕົກ​ໃຈ​ຈາກ​ການ​ຕິຕຽນ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ
​ຊັບ​ຊ້ອນຂອງການນຳ​ສົ່ງການ​ຊ່ວຍ​ເຫຼືອໄປຍັງ​ດິນ​ແດນ​ທີ່​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ
​ລົມ​ພາຍຸ.

ທີ່ວ່າການກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ທ່ານນາງ Elaine Duke, ຊ້າຍ ກຳລັງຟັງທີ່​ປຶກກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ Tom Bossert ກ່າວ ກ່ຽວກັບການປະຄິບັດງານຊ່ວຍເຫລືອ ໃນເກາະ Puerto Rico.

ທີ່​ປຶກກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ​ໃນ​ຂອງສະຫະລັດ ກ່າວ​ວ່າ “ນີ້​ແມ່ນ​ເກາະ​ທີ່
​ປິດລ້ອມ ​ເປັນດິນ​ແດນ​ທີ່​ຢູ່​ຫ່າງ​ໄກ​ຈາກ​ສະຫະລັດ.”

ລົດຍົກຄັນນຶ່ງກຳລັງຂົນເຄື່ອງອອກກຳປັ່ນບັນທຸກ ຢູ່ເທິ່ງຮ້ານອາຫານ ທີ່ພາຍຸເຮຣິເຄນມາເຣຍຜ່ານ ທີ່ເຂດເມືອງ La Guancha ຂອງເກາະ Ponce, Puerto Rico, ວັນທີ 21 ກັນຍາ 2017.

​“ການ​ຊັກ​ຊ້າ ​ແລະ​ຂອບ​ເຂດ​ຈຳກັດ ມີ​ຄວາມ​ແຕກ​ຕ່າງ​ໄປ​ຈາກລັດ​ທີ່ຕິດ​ຕໍ່​ກັນ​ຢູ່​ໃນ​ສະ
ຫະລັດ. ພວກ​ເຮົາ​ສາມາດ​ນຳ​ເອົາ​ລົດ​ບັນທຸກ​ຫລາຍ​ຮ້ອຍຄັນ​ໄປ​ຍັງລັດ Florida ​ແລະ
Texas ​ເພື່ອ​ສ້ອມ​ແປງສາຍ​ໄຟຟ້າ. ​ແຕ່ພວກ​ເຮົາ​ບໍ່​ສາມາດ​ເຮັດ​ໃດ້ຢູ່​ໃນ Puerto Rico.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Puerto Rico Relief